Breaking News

ບໍ່ເຄີຍທຳມະດາ! ຊົມພູ່ ອາຣະຍາ Fashionista ໂຕແມ່ຈັດງານແບບນີ້…ຕ້ອນຮັບລູກແຝດ!!!

ແບ່ງປັນ

ໃກ້ຈະໄດ້ເຫັນທາຍາດຝາແຝດໂຕນ້ອຍໆຂອງແຟຼຊັ່ນນິດຕ້າ (Fashionista) ໂຕແມ່ ຊົມພູ່ ອາຣະຍາ ເອຮາເກັດ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານກັນແລ້ວ ເຮັດໃຫ້ ຊົມພູ່ ແລະບັນດາໝູ່ເພື່ອນຂອງນາງ ເກີດໄອເດຍໂດຍໄດ້ຈັດງານປາຕີ້ Baby Shower ຫຼືງານລ້ຽງຕ້ອນຮັບເບບີ໋ຝາແຝດໂຕນ້ອຍໆທີ່ກຳລັງຈະເກີດມາ ພ້ອມກັບມອບຂອງຂວັນໃຫ້ກັບເດັກນ້ອຍ, ແຕ່ຂຶ້ນຊື່ວ່າເປັນໂຕແມ່ທາງດ້ານແຟຼຊັ່ນທັງທີ ຊົມພູ່ເລີຍຈັດເຕັມແບບອະລັງການງານສ້າງ ເນລະມິດບັນຍາກາດພາຍໃນງານໃຫ້ປຽບດັ່ງຢູ່ສະຫວັນຊັ້ນຟ້າຕາມຄອນເຊັບ #ChomsHeavenSent  ພຸ້ນໄດ໋ ແລະບັນດາໝູ່ເພື່ອນຂອງນາງກໍຈັດເຕັມເຊັ່ນດຽວກັນ ແບບບໍ່ມີໃຜຍອມໃຜ ຂໍສູ້ກັນແບບສຸດກຳລັງໂດຍການຈັດແຟຼຊັ່ນແຕ່ງໂຕຊຸດຄຸມທ້ອງ ພ້ອມເຄື່ອງປະດັບປະດາປະຊັນຄວາມງາມ ຄວາມເລີດມາປະຊັນກັນແບບເຕັມທີ່ ເອີ້ນໄດ້ວ່າເປັນອີກປາຕີ້ໜຶ່ງທີ່ມ່ວນ ແລະອົບອຸ່ນສຸດໆ.

ຢ່າງໃດກໍຂໍສຳແດງຄວາມຍິນດີກັບ ຊົມພູ່ ອາຣະຍາ ເອຮາເກັດ ທີ່ກຳລັງຈະໄດ້ເປັນແມ່ຄົນ ແລະກຳລັງຈະໄດ້ເຫັນໜ້າລູກແຝດຊາຍໃນໄວໆນີ້!!!

via: chomismaterialgirl

ແບ່ງປັນ