Breaking News

ແພັດ ນະປະພາ ລອດຈາກຄະດີຟອກເງິນ “ຕໍ່ຈາກນີ້ຈະລ້ຽງລູກໃຫ້ດີທີ່ສຸດ ບໍ່ມີຫຍັງຕ້ອງເປັນຫ່ວງແລ້ວ”

ແບ່ງປັນ

ແພັດ ນະປະພາ ຕັນຕະກູນ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຍິ້ມໄດ້ຫຼັງຈາກທີ່ ໄອຍະການມີຄຳສັ່ງໃຫ້ບໍ່ຟ້ອງໃນຂໍ້ຫາຮ່ວມກັນຟອກເງິນ ເນື່ອງຈາກການສືບສວນທາງຄະດີຕັ້ງແຕ່ຕົ້ນ ກໍບໍ່ພົົບພະຍານຫຼັກຖານທີ່ກ່ຽວຂ້ອງກັບ ແພັດ ນະປະພາ ໄດ້ຄວາມແຕ່ພຽງວ່າ ແພັດ ນະປະພາ ເປັນພັນລະຍາຂອງ ທ້າວ ອັກຄະຣະກິດ ວໍຣະໂລດຈະເລີນ (ເບັ້ນ ເຣດຊິ່ງ) ຜູ້ຕ້ອງຫາທີ່ 2 ໃນຄະດີເທົ່ານັ້ນ ແລະຫຼັກຖານກໍມີພຽງແຕ່ການໂອນເງິນຈາກ ເບັ້ນ ເຣດຊິ່ງ ໄດ້ໂອນໃຫ້ກັບ ແັພດ ນະປະພາ ໃນໄລຍະເດືອນເມສາ 2016 ຮອດເດືອນ ກຸມພາ 2017 ຈຳນວນ 18 ເທື່ອ ແລະ ການໂອນເງິນດັ່ງກ່າວກໍເປັນການໂອນເງິນຜ່ານລະບົບບັນຊີທະນະຄານໃນຍອດເງິນຫຼັກມື່ນ ແລະແສນເທົ່ານັ້ນ ຖືເປັນພຶດຕິກຳການອຸປະກາລະລ້ຽງດູກັນປົກກະຕິລະຫວ່າງສາມີແລະພັນລະຍາ, ສ່ວນບັນຊີຂອງ ແພັດ ນະປະພາ ກໍເປັນບັນຊີທີ່ເປີດໃຊ້ປົກກະຕິມາດົນແລ້ວ ມີເງິນສ່ວນຕົວໃນບັນຊີຈຳນວນຫຼາຍລ້ານບາດ ແລະເງິນທີ່ ເບັ້ນ ເຣດຊິ່ງ ໄດ້ໂອນເຂົ້າມາກໍຍັງຄ້າງໃນບັນຊີບໍ່ໄດ້ມີການເບີກຖອນເຂົ້າອອກຫຼືໝູນວຽນ ແລະຍັງມີຫຼັກຖານອີກວ່າເງິນບາງລາຍການທີ່ໄດ້ໂອນເຂົ້າມາ ເປັນເງິນຄ່າຈ້າງຂອງ ແພັດ ນະປະພາ ທີ່ໄດ້ມາຈາກການເຮັດວຽກໂດຍມາຈາກການເປັນພີເຊັນເຕີ້ຕາມປົກກະຕິ, ດັ່ງນັ້ນ ໄອຍະການ ຈຶ່ງພິຈາລະນາແລ້ວເຫັນວ່າ ພະຍານຫຼັກຖານທາງຄະດີຍັງບໍ່ພຽງພໍ ແລະບໍ່ສາມາດເວົ້າໄດ້ວ່າ ແພັດ ນະປະພາ ເຮັດຜິດ ຈຶ່ງມີຄຳສັ່ງບໍ່ຟ້ອງໃນທີ່ສຸດ.

ຫຼັງຈາກທີ່ ໄອຍະການ ມີຄຳສັ່ງບໍ່ຟ້ອງ ແພັດ ນະປະພາ ຕັນຕະກູນ ໃນຂໍ້ຫາຮ່ວມກັນຟອກເງິນນັ້ນ ຫຼ້າສຸດ ແພັດ ນະປະພາ ດາລາສາວແມ່ລູກອ່ອນກໍໄດ້ອອກມາເປີດໃຈໂດຍການໃຫ້ສຳພາດແກ່ສື່ຂອງປະເທດເພື່ອນບ້ານວ່າ: “ຮູ້ສຶກໂລ່ງໃຈ ເວົ້າຫຍັງບໍ່ອອກ ເພາະການໄປສານແຕ່ລະເທື່ອເມື່ອຍຫຼາຍ ຍັງຖາມຕົວເອງຕະຫຼອດວ່າຈະຕ້ອງເມື່ອຍແບບນີ້ໄປດົນຊໍ່າໄດ ພໍໄດ້ຍິນແບບນັ້ນກໍຮູ້ສຶກຄິດຮອດລູກເປັນອັນດັບທຳອິດ ຕໍ່ໄປນີ້ແມ່ຈະລ້ຽງລູກໄດ້ເຕັມທີ່ແລ້ວ ບໍ່ຕ້ອງຫວ່ງ, ຕອນນີ້ເຫຼືອແຕ່ຂອງປະປ໋າຄົນດຽວ ແລະຈະໃຫ້ກຳລັງໃຈປະປ໋າຕໍ່ໄປ ແພັດກໍບໍ່ຮູ້ວ່າຄົນອື່ນຈະເຂົ້າໃຈຄົນທີ່ເປັນແມ່ບໍ່? ເພາະທຸກເທື່ອທີ່ໄປສານກໍຕ້ອງຝາກລູກໄວ້ ແລ້ວກໍຕ້ອງມານັ່ງລຸ້ນວ່າຕົວເອງຈະໄດ້ຮັບຄວາມເມດຕາຫຼືບໍ່? ເອກະສານທີ່ແພັດສົ່ງໄປສານເພິ່ນຈະເຫັນຫຼືບໍ່?”

“ສ່ວນຜົນອອກມາແບບນີ້ຍິ່ງເປັນການຢືນຢັນຄວາມບໍລິສຸດຂອງຕົວເອງທີ່ພະຍາຍາມບອກມາຕະຫຼອດ ເພາະທີ່ຜ່ານມາແພັດຮູ້ຢູ່ແລ້ວວ່າຕົວເອງເຮັດຫຍັງ ແລະແພັດກໍເວົ້າມາຕະຫຼອດວ່າຂໍໃຫ້ທຸກຄົນເຊື່ອໝັ້ນໃນຕົວຂອງແພັດ ແຕ່ໃນສ່ວນຂອງຄົນອື່ນກໍບໍ່ຮູ້ວ່າເຂົາຈະຄິດແບບໃດ ແລະປ່ອຍໃຫ້ເຂົາຕັດສິນໄປ. ພໍມາຮອດຈຸດນີ້ແນ່ນອນວ່າຕ້ອງມີທັງແງ່ບວກແລະລົບ ແງ່ບວກຄືກຳລັງໃຈຈາກຄົນອ້ອມຂ້າງ ສ່ວນແງ່ລົບແພດຈະພະຍາຍາມບໍ່ນຶກເຖິງມັນ ສຳລັບແພັດຖືວ່າມັນດີຫຼາຍທີ່ຜົນອອກມາແບບນີ້ ແຕ່ໃນສ່ວນຄະດີຂອງສາມີກໍປ່ອຍໃຫ້ເປັນໄປຕາມຂະບວນການຂອງກົດໝາຍຕໍ່ໄປ ຄັ້ງໜ້າທີ່ຈະໄປຢ້ຽມອ້າຍເບັ້ນກໍຈະນຳຂ່າວດີນີ້ໄປບອກ ວ່າແພັດບໍ່ຖືກສັ່ງຟ້ອງແລ້ວ”. (ຄຳສຳພາດຈາກ ແພັດ ນະປະພາ)

ທີ່ມາ: https://www.khaosod.co.th/breaking-news/news_461207

ຮູບພາບ: Patt Napapa Tantrakul

 

 

 

ແບ່ງປັນ