Breaking News

ຄວາມຮັກກຳລັງມາແຮງ ສຽວຜິງແລະແຟນ ໝັ່ນໂຊຄວາມຫວານໃຫ້ແຟນຄລັບໄດ້ອິດສາກັນຖ້ວນໜ້າ!!!

ແບ່ງປັນ

ເປັນອີກໜຶ່ງຄູ່ຮັກດາລາທີ່ມີຄວາມໜ້າຮັກ  ເບິ່ງແລ້ວເໝາະສົມກັນດີສຳລັບ ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ຫຼັງຈາກທີ່ ຂວັນໃຈ ເຮົາມີການນຳສະເໜີຂ່າວຂອງທັງສອງມາກ່ອນໜ້ານີ້ແລ້ວວ່າທັງສອງນັ້ນໄດ້ຕົກລົງຄົບຫາເບິ່ງໃຈກັນແບບເປີດເຜີຍ ໂດຍທີ່ບໍ່ໄດ້ປິດບັງຕາມວິຖີຂອງດາລາທົ່ວໄປ, ບໍ່ພຽງແຕ່ຈະຄົບຫາເບິ່ງໃຈກັນແບບເປີດເຜີຍເທົ່້ານັ້ນ ແຖມທັງສອງຍັງໂຊຄວາມຫວານຜ່ານສື່ໃຫ້ເຫຼົ່າແຟນຄລັບໄດ້ເຫັນກັນເລື້ອຍໆ  (ໂອ້ຍ…ງານນີ້ຄົນໂສດບອກເລີຍມີເຄືອງ 555) ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກ.

ເບິ່ງແລ້ວກໍມີຄວາມຍິນດີກັນທັງ ສາວ ສຽວຜິງ ແລະ ໜຸ່ມ ຕູ່ ທີ່ມີຄວາມຮັກທີ່ສວຍງາມມອບໃຫ້ກັນແລະກັນ ແຕ່ໃນທາງກົງກັນຂ້າມເຫຼົ່າແຟນຄລັບທີ່ຍັງໂສດກັບເວົ້າເປັນສຽງດຽວກັນວ່າ: ຖ້າຈະຫວານກັນຂະໜາດນີ້ຊ່ວຍດູຕົນຄົນໂສດທີ່ເຂົາບໍ່ມີຄູ່ແດ່ເດີ້ (ເຮີເຮີ).

#ເປັນຄູ່ຮັກທີ່ໜ້າຮັກປານນີ້ຖ້າຫຍັງຢູ່ແຊຣໄປໆ

ຂໍຂອບໃຈຮູບພາບຈາກ: Siewphing Xyl , Tou Sathaphone

 

ແບ່ງປັນ