Breaking News

ມາແຮງແຊງທາງໂຄ້ງ! Miss Universe Laos ຂຶ້ນອັນດັບໜຶ່ງຂອງຜົນໂຫວດ “MISS UNIVERSE 2017 PEOPLE’S CHOICE”

ແບ່ງປັນ

ສຸດຍອດ!!! ມາແຮງແຊງທາງໂຄ້ງອີ່ຫລີສຳລັບ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ທີ່ຕິດ Top5 ແລະ ຂຶ້ນເປັນອັນດັບໜຶ່ງຂອງຜົນໂຫວດໃນລາງວັນ ຂວັນໃຈມະຫາຊົນ (MISS UNIVERSE 2017 PEOPLE’S CHOICE) ດ້ວຍຄະແນນ 24,455 ເຊິ່ງເປັນຄະແນນທີ່ຫຼາຍກວ່າໝູ່ໃນເວລານີ້.

ອັນດັບ 1 ໄດ້ແກ່ປະເທດ  ລາວ (LAOS) 24,455 ຄະແນນ

ອັນດັບ 2 ໄດ້ແກ່ປະເທດ  ອິນໂດເນເຊຍ (INDONESIA) 7,792 ຄະແນນ

ອັນດັບ 3 ໄດ້ແກ່ປະເທດ  ກຳປູເຈຍ (CAMBODIA) 5,495 ຄະແນນ

ອັນດັບ 4 ໄດ້ແກ່ປະເທດ  ໄທ (THAILAND) 5,415 ຄະແນນ

ອັນດັບ 5 ໄດ້ແກ່ປະເທດ  ເຮຕິ (HAITI) 5,260 ຄະແນນ

ມາຮ່ວມໂຫວດໃຫ້  ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017 ໂດຍແຟນໆສາມາດເຂົ້າໄປທີ່ເພສ Miss Universe Predictions Fanpage  ແລ້ວກົດໄລ້ ກົດແຊຣ ຮູບພາບຂອງ Miss Universe Laos ເຊິ່ງການກົດໄລ້ ແລະ ແຊຣຈະເຮັດໃຫ້ສາວງາມຈາກປະເທດລາວເຮົາມີຄະແນນສະສົມ ກົດໄລ້ 1 ເທື່ອຈະມີ 2 ຄະແນນ ແລະ ແຊຣ 1 ເທື່ອ ຈະມີ 5 ຄະແນນ ແລະ ຈະໝົດເຂດໃນການໂຫວດໃນວັນທີ 5 ຕຸລາ 2017ນີ້.

#ແຊຣໄປໃຫ້ກຳລັງໃຈນາງງາມຈາກປະເທດລາວ

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ