Breaking News

ມາຮູ້ຈັກກັບ! 3 ສາວຜູ້ປະສົບຄວາມສໍາເລັດຈາກທຸລະກິດ Online (Trendy Online Business)

ແບ່ງປັນ

Trendy Online Business

ຍອດຊີວັນ ວິລະວົງສາ (ຕ້າ), ອາຍຸ 26 ປີ, ອາຊີບ: ທຸລະກິດສ່ວນຕົວ

 

ພົບພໍ້ກັນອີກແລ້ວກັບຄໍລຳພິເສດໃນເດືອນ ກັນຍາ ສະບັບນີ້ກັບມາຕາມຄຳຮຽກຮ້ອງຂອງແຟນໆຂວັນໃຈ ທີ່ຕ້ອງການຢາກຮູ້ຂໍ້ມູນ ແລະເຕັກນິກ ໃນການເຮັດທຸລະກິດທາງສື່ອອນລາຍ ເຮັດແນວໃດໃຫ້ສ້າງລາຍໄດ້ ເຮັດແນວໃດໃຫ້ປະສົບຜົນສຳເລັດ ສະນັ້ນ ຂວັນໃຈ ເລີຍຈັດໃຫ້!!! ພິເສດສຸດໃນສະບັບນີ້ ເຮົາຂໍສະເໜີກະແສການສ້າງລາຍໄດ້ໃນໂລກອອນລາຍທີ່ຖືວ່າກຳລັງເປັນກະແສໃນບ້ານເຮົາ ແຕ່ວ່າ…ມັນຈະພິເສດຂຶ້ນເພາະໃນສະບັບນີ້ ຈະມີສາວໆ 3 ຄົນເຊິ່ງເປັນໝູ່ສະໜິດກັນ ຮ່ວມກັນເຮັດທຸລະກິດໃນໂລກອອນລາຍຈົນສ້າງລາຍໄດ້ມະຫາສານ ສ້າງຊື່ສຽງໃນຊົ່ວພິບຕາ ເວົ້າໄປບໍ່ມີໃຜຄົງຈະບໍ່ຮູ້ຈັກ ເອົາເປັນວ່າມາຮູ້ກັບສາວທັງເກັ່ງທັງງາມຄົນທຳອິດ ນາງຊື່ວ່າ ຍອດຊີວັນ ວິລະວົງສາ (ຕ້າ) ອາຍຸ 26 ປີ ສາວໝັ້ນ ເນັດໄອດໍ້ຄົນດັງ ຜູ້ປະສົບຜົນສຳເລັດໃນການເຮັດທຸລະກິດການຂາຍເຄື່ອງອອນລາຍ ເຈົ້າຂອງ Love Season Lao page.

ແມ່ຄ້າຂາຍເສື້ອຜ້າ ຂາຍຈົນເປັນໜີ້ກ້ອນໃຫຍ່!!

ຫຼັງຈາກຮຽນຈົບສາຍການເງິນ-ການທະນາຄານ ສາວຕ້າ ຍອດຊີວັນ ກໍຕັ້ງໃຈໄວ້ເລີຍວ່າຢາກຈະເຮັດທຸລະກິດໃດໜຶ່ງເປັນຂອງຕົວເອງ ເພາະນາງເປັນຄົນທີ່ບໍ່ມັກເຮັດວຽກຫ້ອງການ ຮູ້ສຶກວ່າມັນໜ້າເບື່ອ ແລະບໍ່ມີມື້ຮັ່ງ ເລີຍຕັດສິນໃຈປືກສາກັບພໍ່ແມ່ວ່າລູກຢາກເປີດຮ້ານເສື້ອຜ້າ ເພາະຕອນນັ້ນທຸລະກິດເສື້ອຜ້າກຳລັງມາແຮງ ແລະນາງເອງກໍມັກແຕ່ງຕົວງາມໆແດ່ ສາວຕ້າ ຂາຍເສື້ອຜ້າມາທັງໝົດ 6 ປີ ມີແຕ່ໜີ້ສິນ ທັງຫວຍ ແລະເງິນມື້ ຍ້ອນຢາກໄດ້ທຶນມາໝູນໃນຮ້ານ ເນື່ອງຈາກ ເສື້ອຜ້າເປັນສິນຄ້າທີ່ເລືອກແບບ ເລືອກສີ ເລືອກຄົນໃສ່ ເຮັດໃຫ້ເຄື່ອງຄ້າງ ຂາຍໄດ້ກໍເອົາໄປໄຊ້ໜີ້ ຊິຊື້ເຄື່ອງເຂົ້າກໍຖ້າເປຍຫວຍ ເປັນແບບນີ້ໄປເລື້ອຍໆຈົນຮູ້ສຶກວ່າບໍ່ໄຫວແລ້ວ ຕ້ອງຫາຫຍັງມາເຮັດເພີ່ມຈຶ່ງຈະຢູ່ລອດຕໍ່ໄປໄດ້

ຄວາມແຕກຕ່າງລະຫວ່າງການຂາຍ Offline ແລະ ການຂາຍ Online

ປະໂທ້!!! ຕ້າ ອຸທານອອກມາເລີຍ 555 ນາງບອກເລີຍວ່າມັນແຕກຕ່າງກັນຄົນລະເລື່ອງ ສະໄໝທີ່ຂາຍເສື້ອຜ້າ ກໍມີແຕ່ນັ່ງເຝົ້າຮ້ານ ຖ້າໃຫ້ລູກຄ້າຍ່າງມາຊື້ ເຊິ່ງຈຳນວນກໍບໍ່ຫຼາຍ ອັນນີ້ເອີ້ນວ່າການຂາຍອອບລາຍ (Offline) ເພາະຕອນນັ້ນ ຕ້າ ເປັນພຽງແມ່ຄ້າຂາຍເຄື່ອງທຳມະດາ ຍັງບໍ່ຮູ້ກ່ຽວກັບລະບົບອອນລາຍເລີຍ ແຕ່ເມື່ອຫັນມາລອງຈັບກະແສຂາຍເຄື່ອງອອນລາຍ ນາງກໍໄດ້ຮຽນຮູ້ວ່າ ໂລກອອນລາຍໜ້າສົນໃຈຫຼາຍ ມັນກວ້າງໃຫຍ່ກວ່າທີ່ເຮົາຄິດ ເປັນຕະຫຼາດສິນຄ້າທີ່ໃຫຍ່ທີ່ສຸດ ຍິ່ງຄົນເຫັນສິນຄ້າເຮົາຫຼາຍ ໂອກາດທີ່ເຮົາຈະໄດ້ຂາຍກໍຍິ່ງເພິ່ມຂຶ້ນ ແຕ່ຖ້າຂາຍຢູ່ແຕ່ໃນຮ້ານ ສົມມຸດວ່າຮ້ານຕັ້ງຢູ່ໂຊນໃດໂຊນໜຶ່ງ ຄົນທີ່ຈະເຫັນຮ້ານເຮົາກໍມີພຽງແຕ່ກຸ່ມຄົນທີ່ຢູ່ໃກ້ບໍລິເວນນັ້ນເທົ່ານັ້ນ ຖ້າບໍ່ໂພສສິນຄ້າລົງໃນສື່ສັງຄົມອອນລາຍເຊັ່ນ: ເຟສບຸກ ກໍຈະບໍ່ມີຄົນເຫັນຫຼາຍ ໂອກາດໃນການຂາຍກໍຍິ່ງໜ້ອຍລົງ

ສິນຄ້າທີ່ແກ້ບັນຫາໃຫ້ຕ້າໄດ້ ກໍແກ້ບັນຫາໃຫ້ແມ່ຍິງທຸກຄົນໄດ້

ໃນຂະນະດຽວກັນ ສາວຕ້າ ພັດເປັນຄົນມັກເຂົ້າສັງຄົມ ນາງກໍຈະມີໄປທ່ຽວສະຖານທີ່ຕ່າງໆ ເຂົ້າຫ້ອງນໍ້າສາທາລະນະ ທັງສະອາດ ແລະບໍ່ສະອາດປົນກັນໄປ ເຮັດໃຫ້ເລີ່ມສັງເກດຕົວເອງວ່າເປັນສິ່ງທີ່ແມ່ຍິງທົ່ວໄປເປັນ ຄືລົງຂາວ ຈາກນັ້ນ ສາວຄົນນີ້ກໍພະຍາຍາມຊອກຫາຢາສາລະພັດຊະນິດມາປິ່ນປົວເພາະບໍ່ກ້າໄປໂຮງໝໍ (ເພາະເປັນສາວເປັນນາງເລີຍຄິດຢາກອາຍທ່ານໝໍແດ່) ຈຶ່ງພະຍາຍາມຊອກຫາຢາມາປົວພາຍໃນ ໃຜວ່າຢາຫຍັງດີກໍລອງໃຊ້ແຕ່ກໍຍັງບໍ່ເຊົາ ມື້ໜຶ່ງຂະນະທີ່ນາງຫຼິ້ນເຟສບຸກຕາມພາສາໄວໜຸ່ມທົ່ວໄປ ກໍໄປເຈິກັບຍີ່ຫໍ້ສິນຄ້າຍີ່ຫໍ້ໜຶ່ງເຊິ່ງເປັນສະໝຸນໄພຮັກສາລະງັບກິ່ນບໍ່ພຶງປະສົງ ແລະປ້ອງກັນເຊື້ອຣາ (ເຊື້ອເຫັດ) ໃນຊ່ອງຄອດ ພ້ອມຊ່ວຍຫຼຸດອາການລົງຂາວທີ່ມີກິ່ນເໝັນ ແລະຍັງຊ່ວຍເຮັດໃຫ້ຊ່ອງຄອດ ຟິດ ສະອາດ ສາວຕ້າ ສົນໃຈທັນທີ ຈຶ່ງລອງສັ່ງມາໃຊ້ ຫຼັງຈາກໃຊ້ໄປ 2-3 ເທື່ອ ຮູ້ສຶກວ່າອາການທີ່ເຄີຍເປັນມັນຫາຍຂາດຈົນຮອດປັດຈຸບັນ ແລະນີ້ເປັນຈຸດເລີ່ມຕົ້ນໃຫ້ ສາວຕ້າ ເລີ່ມສຶກສາ ຊອກຫາຊ່ອງທາງ ການຂາຍສິນຄ້າອອນລາຍ ຈົນສາມາດປົດໜີ້ສິນທັງໝົດໄດ້ໃນທີ່ສຸດ

ເປັນຄົນມີຄວາມຝັນ ແລະ ມັກສັງເກດມາຕັ້ງແຕ່ນ້ອຍໆ

ເມື່ອເຫັນວ່າ ຜະລິດຕະພັນນີ້ໃຊ້ດີ ແລະໜ້າຈະຕອບໂຈດໃຫ້ແມ່ຍິງອີກຫຼາຍໆຄົນ ສາວຕ້າ ຈຶ່ງສ້າງ Love Season Lao page ໃນ Facebook ຂຶ້ນມາເປັນໜ້າຮ້ານອອນລາຍ ແລະນຳເຂົ້າສິນຄ້າມາຂາຍຢູ່ໜ້າຮ້ານ ໂດຍໃຊ້ຕົນເອງເປັນຜູ້ໂຄສະນາ ສ້າງໂພສ ສ້າງວີດີໂອ ຣີວິວສິນຄ້າ ຮັບສະໝັກຕົວແທນຈຳໜ່າຍ ແລະຈັດໂປຣໂມຊັ່ນແບບອາລັງການເລີຍວ່າຊັ້ນ ເຊິ່ງປະກົດວ່າ ຂາຍດີນາງຂາຍດີແບບຖະຫຼົ່ມຖະລາຍ ຈົນຕ້ອງໄດ້ໄປຊວນໝູ່ອີກສອງຄົນມາຊ່ວຍຂາຍ ເຊິ່ງຈະແນະນຳໃຫ້ຮູ້ຈັກໃນບົດຕໍ່ໄປ ມາຮອດຕອນນີ້ ສາວຕ້າ ແມ່ຄ້າອອນລາຍໜ້າໃໝ່ ກໍປົດໜີ້ທີ່ຍືດເຍື້ອຍາວນານ ມາຈາກຮ້ານເສື້ອຜ້າ ໄລຍະ 6 ປີ ໄດ້ສະບາຍໆ ຊີວິດກໍດີຂື້ນ ຢາກໄປໃສກໍໄດ້ໄປ ຊື້ຫຍັງກໍໄດ້ຊື້ ຢາກກິນຫຍັງແຊບໆກໍໄດ້ກິນ ບໍ່ຕ້ອງທຸກໃຈຄືແຕ່ກ່ອນ ແຕ່ລະມື້ນັ່ງເຝົ້າຮ້ານ ອຸກໃຈວ່າຈະເອົາເງິນຈາກໃສມາໃສ່ເງິນຫວຍ ເງິນມື້ ບໍ່ມີອີກແລ້ວເດີ້ ນີ້ແຫຼະພະລັງທະວີຄູນຂອງການຕະຫຼາດອອນລາຍ ຫຼ້າສຸດ ສາວຕ້າ ກຳລັງຊິມີສິນຄ້າຍີ່ຫໍ້ຂອງຕົນເອງອອກມາວາງຂາຍໄວໆນີ້ ຖ້າຕິດຕາມເດີ້

ຝາກທ້າຍ: “ສຳລັບຄົນທີ່ຍັງຊອກຊ່ອງທາງທຸລະກິດຢູ່ ຕ້າຢາກໃຫ້ສຶກສາຕະຫຼາດອອນລາຍ ແລະເລືອກສິນຄ້າດີໆ ຂະໜາດຕ້າເອງເຄີຍຄິດວ່າ ຂາຍເສື້ອຜ້າມາ 6 ປີ ຄິດວ່າແມ່ນອາຊີບຫຼັກ ແຕ່ມື້ໜຶ່ງມັນບໍ່ໄດ້ແລ້ວກໍຕ້ອງປ່ຽນ ເລືອກສິນຄ້າທີ່ມີຄຸນະພາບ ແກ້ບັນຫາໃຫ້ລູກຄ້າໄດ້ ລົງມືເຮັດຢ່າງຈິງຈັງ ສຳຄັນໃຈຕ້ອງສູ້ ທໍ້ແທ້ ແຕ່ຫ້າມຢຸດ ເພາະມັນຍາກແຕ່ຕອນເລີີ່ມຕົ້ນຊື່ໆ ການຂາຍເຄື່ອງອອນລາຍ ຕ້ອງດຸໝັ່ນໂພສ ຕ້ອງເອົາໃຈໃສ່ ຕ້ອງຮັກໃນສິ່ງທີ່ເຮົາເຮັດແທ້ໆຈຶ່ງໄປລອດ ແລ້ວຄວາມສຳເລັດຈະບໍ່ແມ່ນຄວາມຝັນອີກຕໍ່ໄປ

Facebook: Tar Ysv Vlv

Page: Love Season Laos

 

ອາລຸນນີ ວິວັນໄຊ (ລຸນ), ອາຍຸ 24 ປີ, ອາຊີບ: ທຸລະກິດສ່ວນຕົວ

 

ເມື່ອກະແສຕອບຮັບສິນຄ້າທີ່ ສາວຕ້າ ສັ່ງເຂົ້າມາຂາຍອອນລາຍແຮງເກີນຄາດໝາຍ ນາງຮັບມືຄົນດຽວບໍ່ໄຫວແລ້ວ ຈຶ່ງໄດ້ໄປຊວນ ສາວລຸນ (ອາລຸນນີ ວິວັນໄຊ) ທີ່ເປັນເປັນໝູ່ກັນມາແຕ່ນ້ອຍ ມາເປັນຮຸ້ນສ່ວນ ເພື່ອຊ່ວຍກັນອີກແຮງໜຶ່ງ ຕ້າເອງ ຂໍຮັບຜິດຊອບການຕະຫຼາດ ແລະໂຄສະນາວ່າຊັ້ນ ສ່ວນລຸນ ແມ່ນຮັບໜ້າທີ່ເບິ່ງບັນຊີ ຈັດຊື້ ແລະຈັດສົ່ງສິນຄ້າ ເຖິງວ່າຜະລິດຕະພັນນີ້ຫາກໍເປີດຕົວໄດ້ 3-4 ເດືອນ ແຕ່ມີຕົວແທນຈຳໜ່າຍເຖິງ 100 ກວ່າຄົນ ໃນທົ່ວປະເທດແລ້ວໃດ ບໍ່ທຳມະດາແມ່ນບໍ່ ສະນັ້ນ ການບໍລິການທີ່ວ່ອງໄວທັນໃຈ ກໍເປັນເງື່ອນໄຂໜຶ່ງ ທີ່ເຮັດໃຫ້ທຸລະກິດຂອງ 3 ສາວນີ້ ຂະຫຍາຍຕົວໄດ້ໄວເຊັ່ນກັນ

ທຸກຢ່າງເລີ່ມຕົ້ນຈາກຕົນເອງ

ລຸນເລົ່າວ່າ ຈຸດເລີ່ມຕົ້ນຂອງການເຂົ້າຮ່ວມເຮັດທຸລະກິດກັບ ສາວຕ້າ ມາຈາກການທີ່ນາງກໍເປັນແມ່ຍິງຄົນໜຶ່ງ ທີ່ມີບັນຫາພາຍໃນ ແລະຕ້າໄດ້ແນະນໍາໃຫ້ລອງໃຊ້ຜະລິດຕະພັນໜຶ່ງທີີ່ຕ້າຂາຍຢູ່ ແລະເຫັນວ່າຕ້າຂາຍດີຫຼາຍ ທັງທີ່ບໍ່ມີໜ້າຮ້ານເລີຍ ແຕ່ໃຊ້ລະບົບອອນລາຍ 100% ລຸນເອງເຊິ່ງມີຮ້ານຂາຍເຄື່ອງແຫ້ງ ແລະຊ່ອຍທຸລະກິດຄອບຄົວຢູ່ ກໍຮູ້ສຶກວ່າ ພະລັງຂອງການຕະຫຼາດອອນລາຍມັນຊ່າງມະຫັດສະຈັນສຸດໆ ເພາະເຮົາສາມາດເຂົ້າເຖິງລູກຄ້າໄດ້ໃນວົງກວ້າງ ສາມາດສ້າງສື່ໂຄສະນາດ້ວຍຕົນເອງ ຕົ້ນທຶນຕ່ຳ ແຕ່ໂອກາດໃນການເພີ່ມຍອດຂາຍແມ່ນບໍ່ຈຳກັດ ສະນັ້ນ ເມື່ອ ຕ້າ ຊວນລຸນເຂົ້າມາເປັນຮຸ້ນສ່ວນ ຮ່ວມທຸລະກິດນຳກັນ ນາງຈຶ່ງບໍ່ປະຕິເສດ ແຕ່ກ່ອນເລີ່ມຕົ້ນຂາຍ ລຸນກໍໄດ້ສະໝັກຮຽນຫຼັກສູດການຕະຫຼາດອອນລາຍ ຈາກປະເທດເພື່ອນບ້ານກ່ອນ ເພື່ອເພີ່ມຄວາມຮູ້ແລະຄວາມເຂົ້າໃຈພື້ນຖານ

ຂາຍສິນຄ້າອອນລາຍເບິ່ງຄືງ່າຍ ແຕ່ສຳເລັດຍາກ ຫາກບໍ່ຮູ້ເຕັກນິກ  

ການຂາຍສິນຄ້າອອນລາຍ ລຸນບອກວ່າ ສຳຄັນທີ່ສຸດຄືການເລືອກຜະລິດຕະພັນ ເພາະການໂຄສະນາຈະຊ່ວຍໃຫ້ເຮົາຂາຍຊິ້ນທຳອິດໄດ້ ແລ້ວຫາກສິນຄ້າດີ ມັນຈະຊ່ວຍໃຫ້ເຮົາຂາຍສິນຄ້າຊິ້ນຕໍ່ໄປໄດ້ ເຮົາກໍບໍ່ເມື່ອຍຫຼາຍ ຄວາມໝາຍກໍຄື ສິນຄ້າຈະຂາຍຕົວມັນເອງຫັ້ນແຫຼະ ແຕ່ໃນຍຸກດິຈິຕອນ ທີ່ມີສິນຄ້າອອນລາຍຫຼາກຫຼາຍນີ້ ເຮົາກໍຕ້ອງເຮັດແນວໃດໃຫ້ສິນຄ້າຂອງເຮົາເປັນກະແສຢູ່ເລື້ອຍໆ ເຊິ່ງເຕັກນິກເຫຼົ່ານີ້ ເປັນສິ່ງທີ່ເຮົາຕ້ອງໄດ້ຮຽນຮູ້ຈາກຜູ້ຮູ້ ຫຼືສັງເກດຈາກຜູ້ທີ່ປະສົບຄວາມສຳເລັດແລ້ວ ບໍ່ວ່າຈະເປັນ ການເຮັດຄລິບວີດີໂອຣີວິວສິນຄ້າ ທີ່ຕ້ອງເບິ່ງແລ້ວສົມຈິງ ໜ້າເຊື່ອຖື ບໍ່ໂອເວີ່, ການສ້າງເນື້ອໃນ (Content) ເພື່ອໂພສໃນ Facebook page ທີ່ບໍ່ຄວນໃຫ້ເປັນການຂາຍແບບກົງໆ ແຕ່ໃຫ້ໂພສແບບອ້ອມໆ ບໍ່ໃຫ້ຍາວເກີນໄປ ບໍ່ຈຳເປັນບໍ່ຕ້ອງສະເໜີສັບພະຄຸນສິນຄ້າລະອຽດ ຢ່າໃຊ້ຄຳເວົ້າເກົ່າຊ້ຳໆ ເນັ້ນໃຫ້ລູກຄ້າສົງໄສ ຮູ້ສຶກຕື່ນເຕັ້ນ ເນັ້ນເລື່ອງລາວປະສົບການຜູ້ໃຊ້ສິນຄ້າ ຫຼືໃຫ້ສາລະປະໂຫຍດທີ່ກຸ່ມລູກຄ້າເປົ້າໝາຍເຮົາສົນໃຈ ໃຫ້ເຂົາຢາກຕິດຕາມເຮົາ ມັກເຮົາ ຈົນຢາກຊື້ສິນຄ້າຈາກເຮົາ, ຮູບກໍສຳຄັນ ບໍ່ໃຫ້ໃຊ້ຮູບເກົ່າໆເລື້ອຍໆ ຄວນໃຊ້ຮູບທີ່ໂດດເດັ່ນ ສະດຸດຕາ ຖ່າຍເອງໄດ້ຍິ່ງດີ, ການຊື້ໂຄສະນາກັບ Facebook ເພື່ອໃຫ້ຂໍ້ມູນເຮົາກະຈາຍອອກໄປໃນວົງກວ້າງ ຄືຕອນທີ່ ຕ້າ ປ່ອຍຄລິບທຳອິດອອກໄປ ພ້ອມທັງຊື້ໂຄສະນາ ພາຍໃນອາທິດດຽວ ເຮົາມີຍອດຜູ້ຊົມເຖິງ 1,4 ລ້ານຄັ້ງ ເຊິ່ງສະຖິຕິເຫຼົ່ານີ້ເປັນສິ່ງທີ່ບົ່ງບອກວ່າ ເຮົາມາຖືກທາງແລ້ວ

“ແຈກຕົວຢ່າງສິນຄ້າ” ຍຸດທະສາດທີ່ໄດ້ຜົນຕະຫຼອດການ

ນອກຈາກຈະໃຊ້ເຕັກນິກການຕະຫຼາດອອນລາຍແລ້ວ ລຸນເລົ່າວ່າ ຍຸດທະສາດແບບປະຖົມປະຖານ ຄືການແຈກສິນຄ້າໃຫ້ລອງໃຊ້ຟຣີ ກໍໄດ້ຜົນຕອບຮັບທີ່ດີ ໂດຍສະເພາະເມື່ອສິນຄ້າຂອງເຮົາໃຊ້ດີອີ່ຫຼີ ການແຈກຕົວຢ່າງສິນຄ້ານີ້ ແມ່ນໃຊ້ການ Live ສົດຜ່ານ Facebook page ເຊິ່ງສ່ວນໃຫຍ່ໃຫ້ຕ້າເປັນຜູ້ອອກໜ້າຢູ່ແລ້ວ ແຈກເທື່ອລະ 10 ກ່ອງ ປະກົດວ່າ ຫຼາຍຄົນທີ່ໄດ້ສິນຄ້າຟຣີໄປລອງໃຊ້ ກັບມາເທື່ອທີສອງ ກໍຂໍເປີດບິນເປັນຕົວແທນຈຳໜ່າຍເລີຍ ສ່ວນຫຼາຍບັນດາຕົວແທນຂອງຜະລິດຕະພັນນີ້ ກໍມາຈາກລູກຄ້ານີ້ແຫຼະ ທີ່ຕິດອົກຕິດໃຈ ແລະຢາກເອົາສິນຄ້າດີໆໄປກະຈາຍຕໍ່ ເພາະທຳມະຊາດຂອງແມ່ຍິງເຮົາ ໃຊ້ອັນໃດດີໆກໍຢາກບອກຕໍ່ ຈົນປະຈຸບັນມີຕົວແທນຈຳໜ່າຍ ຄົບທັງ 16 ແຂວງ ທົ່ວປະເທດແລ້ວເດີ້

ຢາກຂາຍໄດ້ຫຼາຍຕ້ອງອາໄສຕົວແທນຈຳໜ່າຍ

       ແມ່ນຢູ່ວ່າການຂາຍເຄື່ອງອອນລາຍ ເຮັດໃຫ້ເຮົາເຂົ້າເຖິງລູກຄ້າໄດ້ກວ້າງຂວາງ ເອີ້ນວ່າທົ່ວໂລກເລີຍກໍໄດ້ ແຕ່ສຳລັບຕະຫຼາດບ້ານເຮົາ ທີ່ຄົນສ່ວນຫຼາຍຍັງບໍ່ທັນເຂົ້າເຖິງເຕັກໂນໂລຊີ ຮູ້ຈັກ ຫຼືເຊື່ອໝັ້ນໃນການຊື້ເຄື່ອງ / ໂອນເງິນອອນລາຍ ສະນັ້ນ ການກະຈາຍສິນຄ້າຈຶ່ງຍັງຕ້ອງອາໄສຕົວແທນຈຳໜ່າຍ ເພື່ອເພີ່ມຍອດຂາຍ ແຕ່ການຈະດຶງດູດຕົວແທນມາຂາຍສິນຄ້າໃຫ້ເຮົານັ້ນ ລຸນບອກວ່າ ພວກເຮົາຕ້ອງແບ່ງລາຍໄດ້ມາເສີມໃຫ້ຕົວແທນ ຈັດໂປຣໂມຊັ່ນ ສະສົມຄະແນນ ຫຼຸດແລກແຈກແຖມ ຍອມເອົາກຳໄລໜ້ອຍໆ ແຕ່ຂາຍໄດ້ຈຳນວນຫຼາຍແລະຍາວນານ ເຊິ່ງຕົວແທນກໍແບ່ງອອກເປັນ ຕົວແທນວີໄອພີ ເປີດບິນເລີ່ມຈາກ 100 ກ່ອງ ແລະຕົວແທນຍ່ອຍ ເປີດບິນເລີ່ມຈາກ 10 ກ່ອງຂຶ້ນໄປ ສ່ວນການຂາຍສິນຄ້າກໍອີງໃສ່ພື້ນທີ່ຂອງຕົວແທນຈຳໜ່າຍເອງເລີຍ ຫຼືບາງທີຫາກມີການສັ່ງສິນຄ້າໃນ page ຫຼັກ ເລີບຊີຊັ່ນລາວ (Love Season Lao) ເຮົາກໍຈະສົ່ງເຂົ້າກຸ່ມຕົວແທນ ຫາກໃຜຢູ່ໃກ້ກໍໄປສົ່ງເລີຍ ຖ້າຢູ່ຕ່າງແຂວງກໍຈະໃຫ້ຕົວແທນແຂວງເປັນຜູ້ຮັບຜິດຊອບສົ່ງ ເພື່ອຄວາມສະດວກ ແລະວ່ອງໄວ

ຝາກທ້າຍ 

ຖ້າໃຜຢາກເຮັດທຸລະກິດອອນລາຍ ຫຼື ເຮັດໃຫ້ສິນຄ້າທີ່ຂາຍຜ່ານອອນລາຍໃຫ້ໄດ້ຂາຍດີນັ້ນຄືເຮົາຕ້ອງໝັ່ນໂພສ ບໍ່ແມ່ນວ່າເຮົາມີສິນຄ້າຢູ່ແລ້ວແຕ່ເຮົາບໍ່ໂພສຂາຍ ຖ້າເຮົາບໍ່ໂພສຂາຍເລື້ອຍໆແລ້ວຄົນອື່ນຈະຮູ້ແນວໃດວ່າເຮົາຂາຍ  ຕ້ອງຮູ້ຈັກຕັ້ງຫົວຂໍ້ ແບບເລົ່າສູ່ກັນຟັງ ຈຶ່ງຈະແຂ່ງຂັນກັບຜູ້ອື່ນໄດ້ ແຕ່ຖ້າໂພສຂາຍໂດຍກົງ ສະໄໝນີ້ບໍ່ມີໃຜສົນໃຈແລ້ວ ແລະ ຢ່າລືມຕິດຕາມ Love Season Lao page ເດີ້ ເພາະທັງສາມສາວກໍາລັງຈະມີແບຼນນ້ອງໃໝ່ທີ່ເປັນຜະລິດຕະພັນກ່ຽວກັບຄວາມງາມ ຂຶ້ນໃນໄວໆນີ້.

Facebook: Loun Mhulhing (Vivanxay)

Page: Love Season Laos

 

ຈິນດາວອນ ເມກສະຫວັນ (ປ໋ອງແປ໋ງ) ອາຍຸ 24 ປີ, ອາຊີບ: ທຸລະກິດສ່ວນຕົວ.

 

ແລະແລ້ວເຮົາກໍເດີນທາງມາຮອດ ສາວງາມຄົນສຸດທ້າຍ ໃນທີມງານຂອງ ສາມສາວກັນແລ້ວເນາະ ໂດຍນາງຊື່ວ່າ ຈິນດາວອນ ເມກສະຫວັນ ຫຼື ປ໋ອງແປ໋ງ ນັ້ນເອງ ໜ້າທີ່ຮັບຜິດຊອບໃນທີມ ນອກຈາກເປັນຮຸ້ນສ່ວນແລ້ວ ປ໋ອງແປ໋ງ ຍັງຮັບຜິດຊອບລູກຄ້າ ແລະຕົວແທນຈຳໜ່າຍນຳອີກ ເຮົາໄປຮູ້ຈັກນາງພ້ອມໆກັນເລີຍ.

ເຮັດທຸລະກິດເປັນທີມ ສໍາຄັນແມ່ນເວົ້າເຂົ້າຄໍກັນ

ຫຼັງຈາກທີ່ຮຽນຈົບ ປະລິນຍາຕີ ສາຍການເງິນການທະນາຄານມາ ປ໋ອງແປ໋ງ ເລືອກທີ່ເປັນນາຍຕົນເອງ ເປີດຮ້ານຂາຍເຄື່ອງແຫ້ງຢູ່ຕະຫຼາດດຽວກັບລຸນ ແລະ ຊ່ວຍພໍ່ແມ່ເຮັດທຸລະກິດ ແຕ່ເມື່ອກະແສຂອງໂລກອອນລາຍມາແຮງ ບວກກັບຕົວສິນຄ້າທີ່ໜ້າສົນໃຈ ພ້ອມທັງໄດ້ລອງໃຊ້ເອງ ປ໋ອງແປ໋ງ ຈຶ່ງຮັບຄຳຊວນຂອງຕ້າແບບບໍ່ລັງເລ ປ໋ອງແປ້ງ ຍັງບອກອີກວ່າ ການເຮັດທຸລະກິດເປັນທີມ ສໍາຄັນແທ້ໆແມ່ນເວົ້າເຂົ້າຄໍກັນ, ບໍ່ກິນປຽບເຊິ່ງກັນ ແລະຮັບຜິດຊອບໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດ ຈຶ່ງຈະເຮັດໃຫ້ທຸລະກິດຂະຫຍາຍຕົວໄດ້ໄວ ສຳລັບສິນຄ້ານີ້ ປ໋ອງແປ໋ງບອກວ່າ ໄດ້ທຶນຄືນ ບວກກຳໄລ 3-4 ເທົ່າ ຕັ້ງແຕ່ 2-3 ເດືອນທຳອິດເລີຍ.

ສື່ສານກັບລູກຄ້າຕ້ອງໃຫ້ເຂົ້າໃຈກົງກັນ

ດັ່ງທີ່ບອກໄປຕອນຕົ້ນວ່າ ປ໋ອງແປ໋ງ ຮັບຜິດຊອບຕອບຂໍ້ຄວາມຂອງລູກຄ້າໃນ page ແລະບໍລິຫານຕົວແທນຈຳໜ່າຍ ທີ່ປະຈຸບັນມີຈຳນວນເຖິງ 100 ກວ່າຄົນ ບັນດາຕົວແທນເຫຼົ່ານີ້ ເບື້ອງຕົ້ນຈະຕ້ອງມີຄວາມຮູ້ ແລະເຂົ້າໃຈກ່ຽວກັບສິນຄ້າດີພໍ ຈຶ່ງຈະສາມາດໄປຕອບຄຳຖາມ ຫຼືຂາຍສິນຄ້າໃຫ້ລູກຄ້າຂອງເຂົາເຈົ້າໄດ້ ເຊິ່ງວິທີທີ່ ປ໋ອງແປ໋ງ ໃຊ້ກໍຄື ສ້າງກຸ່ມຕົວແທນຈຳໜ່າຍສິນຄ້າໃນເຟສບຸກ ແລ້ວໃຫ້ຂໍ້ມູນ ແລະຕອບຄຳຖາມເປັນປະຈຳ ເນັ້ນໃຫ້ຕອບໄວທັນໃຈ ນອກຈາກນັ້ນ ຍັງຈັດອົບຮົມຕົວແທນ ຕັ້ງແຕ່ຂໍ້ມູນສິນຄ້າ ວິທີການໂພສຂາຍສິນຄ້າ ການຣີວິວ ໄປຈົນຮອດການຂາຍ ເວົ້າໄດ້ວ່າ ເຮົາຕ້ອງສອນເຂົາເຈົ້າໃຫ້ເຮັດເອງໄດ້ໃນລະດັບໜຶ່ງ ເຂົາເຈົ້າມີສິດສ້າງ Facebook page ຂອງຕົນເອງ ແຕ່ກໍຕ້ອງອີງຕາມ Page ຫຼັກກໍຄື ເລີບຊີຊັ່ນລາວ (Love Season Lao) ປ໋ອງແປ໋ງ ຢືນຢັນວ່າ ການສ້າງຄວາມສາມາດໃຫ້ກັບຕົວແທນ ເປັນສິ່ງສຳຄັນທີ່ຈະເຮັດໃຫ້ສິນຄ້າເຮົາກະຈາຍທົ່ວເຖິງແບບຍືນຍົງ ນອກຈາກນັ້ນ ບັນຫາທີ່ ປ໋ອງແປ໋ງ ພົບເລື້ອຍໆເວລາໃຫ້ຄຳປຶກສາລູກຄ້າກໍຄື ບາງຄັ້ງບໍ່ເຂົ້າໃຈວິທີໃຊ້ ຫຼືໄປຟັງຄຳແນະນຳຜິດໆຈາກບ່ອນອື່ນມາກໍມີ ເຊິ່ງກໍລະນີນີ້ ເຮົາຕ້ອງໃຫ້ຂໍ້ມູນ ອະທິບາຍ ຈົນລູກຄ້າເຂົ້າໃຈ ເພາະຖ້າເຂົາໃຊ້ດີ ເຂົາຈະບອກຕໍ່.

ຕົວແທນຈຳໜ່າຍກໍຕ້ອງເກັ່ງການຕະຫຼາດອອນລາຍ

ຄຳຖາມທີ່ຖືກຖາມເລື້ອຍໆຈາກຕົວແທນຈຳໜ່າຍແມ່ນ ເມື່ອຊື້ສິນຄ້າຈຳນວນຫຼາຍໄປແລ້ວ ຢ້ານຂາຍບໍ່ໄດ້ ເພາະຄົນຂາຍຫຼາຍແດ່ ສະນັ້ນ ນອກຈາກຈະໃຫ້ຂໍ້ມູນສິນຄ້າ ແລະສ້າງຄວາມເຂົ້າໃຈໃຫ້ກັບຕົວແທນຈຳໜ່າຍແລ້ວ ນາງທັງສາມ ຍັງໄດ້ສ້າງກຸ່ມອອນລາຍເພື່ອແນະນຳເລື່ອງການຕະຫຼາດອອນລາຍ ກໍສຳຄັນ ສຳລັບ ປ໋ອງແປ໋ງແລ້ວ ນາງຈະແນະນຳໃຫ້ຕົວແທນ ຣີວິວສິນຄ້າດ້ວຍຕົວເອງໝົດ ສ້າງເນື້ອໃນ (content) ເອງ ຂຽນຫົວຂໍ້ແນວໃດ ສ້າງຮູບພາບແນວໃດ ບໍ່ໃຫ້ໄປກ໋ອບປີ້ເອົາຄຳເວົ້າ ຫຼືຮູບພາບຂອງຄົນອື່ນມາ ເພາະມັນບໍ່ໜ້າສົນໃຈ ການໂພສກໍຕ້ອງເຮັດເປັນປະຈຳ ທຸກໆມື້ ແລະເຕັກນິກສຳຄັນອື່ນໆ ເຊິ່ງຕົວແທນຈຳໜ່າຍທີ່ຕັ້ງໃຈເຮັດຕາມທີ່ ສາມສາວໄດ້ແນະນຳໄປ ສ່ວນຫຼາຍກໍຂາຍດີໝົດທຸກຄົນວ່າຊັ້ນ

ໂປຣໂມຊັ່ນສຳຄັນທີ່ສຸດ

ການຈັດໂປຣໂມຊັ່ນ ປ໋ອງແປ໋ງ ເນັ້ນວ່າ ເພື່ອໃຫ້ຕົວແທນມີຄວາມກະຕືລືລົ້ນໃນການຂາຍ ນອກຈາກຜົນກຳໄລສ່ວນຕ່າງ ທີ່ເຂົາຈະໄດ້ຈາກການເປີດບິນແຕ່ລະຄັ້ງກໍຄື: ເປີດບິນ 10 ກ່ອງ ຂຶ້ນໄປ ໄດ້ລາຄາ ກ່ອງລະ 400 ບາດ ຈາກລາຄາຍ່ອຍ 590 ບາດ ໄດ້ເປັນຕົວແທນຍ່ອຍ ແລະຫາກເປີດບິນ 100 ກ່ອງຂຶ້ນໄປ ລາຄາຈະຫຼຸດລົງເຫຼືອ ກ່ອງລະ 300 ບາດ ແຖມແຫວນຄຳ 1 ວົງ ພ້ອມທັງໄດ້ເປັນຕົວແທນວີໄອພີ ຍັງມີການແຈກລາງວັນຕ່າງໆ ນັບແຕ່ ກ້ອງຖ່າຍຮູບ ໄປຈົນຮອດທຣິບໄປທ່ຽວປະເທດເມົາດີບພຸ້ນໃດ ເຊິ່ງການຕັດສິນກໍຈະເບິ່ງຄະແນນສະສົມຂອງຕົວແທນ ພາຍໃນເວລາທີ່ກຳນົດໄວ້ ຜົນຈາກການຈັດໂປຣໂມຊັ່ນ ເຮັດໃຫ້ເດືອນຜ່ານມາ ທັງສາມສາວສາມາດຂາຍສິນຄ້າໄດ້ເຖິງ 10.000 ກ່ອງ ແລະຍັງມີເປົ້າໝາຍເພີ່ມຍອດຂາຍຂຶ້ນໄປໃຫ້ໄດ້ 30.000 – 40.000 ກ່ອງ ຕໍ່ເດືອນນຳອີກ ຖືວ່າເປັນອາຊີບເສີມໜຶ່ງທີ່ໜ້າສົນໃຈເພາະກຳໄລງາມ ແລະຍັງມີລຸ້ນລາງວັນອີກ ແຖມຍັງມີອິດສະຫຼະ ບໍ່ຕ້ອງຈ່າຍເງິນ ຫຼືຊື້ເຄື່ອງເພື່ອຮັກສາຍອດຄືກັບລະບົບຂາຍຕົງທົ່ວໄປອີກ

ຝາກທ້າຍ:

 ຫວັງວ່າແຟນໆຂວັນໃຈ ຄົງຈະໄດ້ໄອເດຍ ແລະເຕັກນິກການເຮັດທຸລະກິດອອນລາຍ ຈາກເລື່ອງລາວຂອງພວກເຮົາສາມຄົນ ບໍ່ຫຼາຍກໍໜ້ອຍ ແລ້ວຫາກໃຜຢາກມີລາຍໄດ້ເສີມ ຫຼື ໃຊ້ວ່າງໃຫ້ເປັນປະໂຫຍດກໍສາມາດມາເປັນຕົວແທນຈໍາໜ່າຍຂອງເຮົາໄດ້ເດີ! ຂາຍບໍ່ເປັນ ຂາຍບໍ່ເກັ່ງ ພວກເຮົາກໍສອນໃຫ້ ແລະ ຊ່ວຍບອກຕໍ່ກັນໄປ ສ່ວນສາວໆທີ່ມີບັນຫາກ່ຽວກັບໃບໜ້າ ກໍລອງໃຊ້ຜະລິດຕະພັນຂອງເຮົາເບິ່ງເດີ! ແລ້ວສາວໆຈະຫຼົງຮັກ.

Facebook: Pong Paeng Chindavonh

Page: Love Season Laos

 

ແບ່ງປັນ