Breaking News

ຂໍພະລັງຄົນລາວ! ມາຮ່ວມກັນກົດ Like&Share ໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນ ຊຸດປະຈຳຊາດດີເດັ່ນ!!!

ແບ່ງປັນ

ການປະກວດຮອບຊຸດປະຈຳຊາດ ຍັງບໍ່ມີການປະກາດຜົນວ່າປະເທດໃດທີ່ໄດ້ ລາງວັນຊຸດປະຈຳຊາດດີເດັ່ນ ດັ່ງນັ້ນ ແຟນໆສາມາດເຂົ້າໄປຮ່ວມໂຫວດໃຫ້ຊຸດປະຈຳຊາດລາວ ໂດຍເຂົ້າໄປທີ່ເພສ Miss Grand International ແລ້ວຄລິກເຂົ້າໄປຮູບພາບຊຸດປະຈຳຊາດລາວ ແລ້ວກົດໄລ້ກົດແຊຣ ໂດຍບໍ່ເສີຍຄ່າ ພຽງເທົ່ານີ້ກໍຈະເຮັດໃຫ້ ຊຸດປະຈຳຊາດລາວ ມີຄະແນນສະສົມ 1 Like = 1 ຄະແນນ, 1 Share= 3 ຄະແນນ ເປີດໂຫວດແລ້ວຕັ້ງແຕ່ ວັນທີ 13 ຕຸລາ ໄປຈົນເຖິງ 15 ຕຸລາ 2017 ຄະແນນທີ່ຄົນລາວທຸກຄົນໄດ້ຮ່ວມກັນໂຫວດນີ້ຈະສົ່ງຜົນໃຫ້ຊຸດປະຈຳຊາດລາວເຮົາເຂົ້າຮອບ 10 ຊຸດປະຈຳຊາດດີເດັ່ນໂດຍອັດຕະໂນມັດ ແລະ ໄປລວມກັບຊຸດທີ່ກຳມະການເລືອກໄວ້ອີກ 15 ຊຸດ ເປັນທັງໝົດ 25 ຊຸດ.

ດັ້ງນັ້ນຈຶ່ງຂໍພະລັງຄົນລາວ! ມາຮ່ວມກັນ ກົດ Like ກົດ Share ໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນ ຊຸດປະຈຳຊາດດີເດັ່ນ ແລະ ຈະມີການຕັດສິນແທ້ແມ່ນວັນທີ 25 ຕຸລາ 2017.

(ຢ່າລືມກົດໄລ້ກົດແຊຣ ຮັກລາວເຊຍລາວເດີ້ແຟນໆ)

 

ແບ່ງປັນ