Breaking News

“Fat Grafting” ປ່ຽນຮູບໜ້າໃຫ້ງາມ ດ້ວຍໄຂມັນເຮົາເອງ!!!

ແບ່ງປັນ

“ສີດໄຂມັນໃສ່ໜ້າຜາກ ຊ່ວຍໃຫ້ໜ້າຜາກສວດ ແລະ ງາມມີມິຕິ ເບິ່ງໜ້າຮັກແບບເດັກນ້ອຍ ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ ສຸຂະພາບດີ”

ຮູບໜ້າຕາມກໍາມະພັນຂອງສາວໆອາຊີສ່ວນຫຼາຍແມ່ນ ແບນ ໃຫຍ່ ມົນ ບໍ່ມີມິຕິເຊິ່ງຖືວ່າຍັງຫ່າງໄກຈາກ ຮູບໜ້າໃນອຸດົມຄະຕິ ໃນຍຸກນີ້ຢ່າງຫຼວງຫຼາຍ ຫຼືເພິ່ນເອີ້ນວ່າ Beauty In Trend ທີ່ສາວໆຕ້ອງມີໃບໜ້າຮູບໄຂ່ ໜ້ານ້ອຍໜ້າຜາກສວດ ຄາງສວດມີໂໜກແກ້ມ ຕາໃຫຍ່ ດັງໂມ ແລະ ຮີມສົບນ້ອຍບາງ ແຕ່ຕ້ອງຕຶ່ງອີກໃດ ໂອ້ຍ ວິນເດ້ ແລ້ວຈະແກ້ໄຂແນວໃດລະບາດນີ້?  ທີມງານຂັວນໃຈ ຮູ້ໃຈສາວໆດີຢູ່ແລ້ວຈຶ່ງໄດ້ນໍາເອົາຂໍ້ມູນຄວາມງາມຫຼ້າສຸດ ກ່ຽວກັບການໃຊ້ໄຂມັນຕົນເອງ ສີດເພື່ອປັບປ່ຽນຮູບໜ້າຂອງສາວໆໃຫ້ງາມຂຶ້ນມາຕ້ອນ ເຊິ່ງເອີ້ນວ່າ: Fat Grafting ນັ້ນເອງ .. ຕື່ນເຕັ້ນລະແມ່ນບໍ່? ເຮົາໄປອ່ານພ້ອມໆກັນເລີຍເນາະ

  • ການສີດໄຂມັນສາມາດປັບຮູບໜ້າໄດ້ເຊັ່ນ:
  • ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ ສຸຂະພາບດີ
  • ສີດໄຂມັນໃສ່ກ້ອງຕາ ລຶບຮອຍແຫ່ວກ້ອງຕາ ແລະ ຮອຍດໍາ ຊ່ວຍໃຫ້ຕາສົດໃສ ແລະ ອ່ອນກວ່າໄວ
  • ສີດໄຂມັນໃສ່ໜ້າຜາກ ຊ່ວຍໃຫ້ໜ້າຜາກສວດ ແລະ ງາມມີມິຕິ ເບິ່ງໜ້າຮັກແບບເດັກນ້ອຍ
  • Fat Grafting ໝາຍເຖິງ

Fat Grafting ເປັນວິທີການປູກຖ່າຍໄຂມັນ ໂດຍໃຊ້ໄຂມັນຈາກສ່ວນໃດສ່ວນໜຶ່ງຂອງຮ່າງກາຍເຊັ່ນ: ໜ້າທ້ອງ ຫຼື ຂາໂຕ້ ມາສີດເພື່ອເພີ່ມໄຂມັນ ໃນສ່ວນທີ່ເຮົາຕ້ອງການປັບເຊັ່ນ: ຮ່ອງກ້ອງຕາ, ແກ້ມ, ໜ້າຜາກ ເປັນຕົ້ນ ແລະ ຕ້ອງໄດ້ອາໄສເຕັກນິກ ໃນການສະກັດໃຫ້ໄດ້ຈຸລັງ (cells)ໄຂມັນທີ່ສົມບູນ ແລ້ວຈຶ່ງເອົາມາສີດ ເພື່ອປູກຖ່າຍຈຸລັງ (cells)ໄຂມັນ.

  • ເປັນຫຍັງຕ້ອງໃຊ້ໄຂມັນຕົນເອງ Fat Grafting

ຂໍ້ດີຄື: ເປັນສິ່ງທີ່ມາຈາກຮ່າງກາຍຂອງຕົນເອງ ມີປະລິມານຫຼາຍພໍທີ່ຈະສີດປັ້ນຮູບໜ້າຂອງຕົວເອງໄດ້ ແລະ ສາມາດຢູ່ໄດ້ດົນ ປະມານ 8-10 ປີ

ຂໍ້ເສຍຄື: ຂັ້ນຕອນໃນການເຮັດຂ້ອນຂ້າງຫຍຸ້ງຍາກ ຕ້ອງມີການກຽມຈຸລັງ (cells)ໄຂມັນ ເຮັດໃຫ້ລາຄາຍັງສູງ

  • ການເບິ່ງແຍງຫຼັງຈາກເຮັດ Fat Grafting

ໃນ 48-72 ຊົ່ວໂມງທໍາອິດ ຕ້ອງປະຄົບເຢັນເພື່ອຫຼຸດຜ່ອນອາການບວມ ແລະ ຊໍ້າ ໄລຍະອາທິດທໍາອິດຜິວອາດຈະບໍ່ລຽບນຽນ ອາດຈະຄໍາພົບກ້ອນໄຂມັນ ແຕ່ອາການຕ່າງໆຈະຄ່ອຍໆດີຂຶ້ນຫຼັງຈາກຜ່ານໄປ 3 ອາທິດ ໄລຍະອາທິດທີ 3-4 ເປັນຕົ້ນໄປ ຈະເຫັນໃບໜ້າທີ່ອ່ອນກວ່າໄວຄ່ອຍໆເປັນຮູບຮ່າງດີຂຶ້ນ.

ສໍາລັບຜູ້ທີ່ຍັງສົງໄສວ່າ ການສີດໄຂມັນຕົນເອງ ສາມາດແກ້ໄຂຂໍ້ບົກຜ່ອງ ຊ່ວຍໃຫ້ໜ້າເດັກ ໜ້າຕຶ່ງໄດ້ແທ້ ຫຼືບໍ່ ເພາະເຄີຍໄດ້ຍິນຂໍ້ມູນມາຈາກຫຼາຍແຫຼ່ງວ່າຊັ້ນຊະ ຈຶ່ງເຮັດໃຫ້ເກີດຄວາມສັບສົນບາງຄົນກໍວ່າດີ ບາງຄົນກໍວ່າບໍ່ດີ ຈົນບໍ່ຮູ້ວ່າຈະເຊື່ອໃຜດີແມ່ນບໍ່? ເອົາເປັນວ່າ ພວກເຮົາໄດ້ກຽມຂໍ້ມູນມາໄຂຂໍ້ຂ້ອງໃຈໃຫ້ສາວໆແລ້ວເດີ້ ດັ່ງຕໍ່ໄປນີ້

  • ໄຂມັນທີ່ສີດໄປ 2 ເດືອນກໍຫາຍໝົດແທ້ ຫຼື ບໍ່?

ຄວາມຈິງ: ໄຂມັນບາງສ່ວນຈະສະຫຼາຍໄປ ໃນເວລາທີ່ລໍຖ້າໃຫ້ມີເລືອດໄປລ້ຽງ

ເຂົ້າໃຈຜິດ: ແຕ່ຈະມີໄຂມັນອີກສ່ວນໜຶ່ງ ທີ່ໄດ້ຮັບເລືອດໄປລ້ຽງແລ້ວສາມາດຄົງຄວາມເປັນຈຸລັງ (cells)ໄຂມັນໃໝ່ໄດ້ ຄືຈຸລັງ (cells)ໄຂມັນໂດຍທົ່ວໄປ ດັ່ງນັ້ນຈຶ່ງບໍ່ໄດ້ຫາຍໄປໝົດດັ່ງທີ່ເວົ້າກັນ

  • ໄຂມັນທີ່ສີດໄປບໍ່ລຽບ ເປັນຕຸ່ມເປັນຕໍແທ້ ຫຼື ບໍ່?

ຄວາມຈິງ: ການສີດບໍ່ຖືກວິທີເຊັ່ນ: ສີດຕື້ນເກີນໄປ, ໃຊ້ເຂັມຂະໜາດໃຫຍ່ ອັນນີ້ເຮັດໃຫ້ເກີດເປັນຕຸ່ມເປັນຕໍ ຜິວໜັງບໍ່ລຽບນຽນແນ່ນອນ

ເຂົ້າໃຈຜິດ: ຖ້າແພດເຂົ້າໃຈ ໃນເລື່ອງການຕື່ມເຕັມດ້ວຍຈຸລັງ (cells)ໄຂມັນເປັນຢ່າງດີ ຍ່ອມຈະເລືອກຕື່ມໃນຊັ້ນຜິວໜັງທີ່ຖືກຕ້ອງ ເຊິ່ງແຕ່ລະສ່ວນຂອງໃບໜ້າ ຫຼື ຮ່າງກາຍກໍມີຈຸດໃຫ້ຕື່ມແຕກຕ່າງກັນອອກໄປ ບໍ່ແມ່ນແຕ່ວ່າສີດເຂົ້າໄປໃນໃນປະລິມານທີ່ຫຼາຍໆເທື່ອດຽວໄດ້

  • ໄຂມັນທີ່ສີດ ຕ້ອງກັບໄປຕື່ມໃໝ່ແທ້ ຫຼື ບໍ່?

ຄວາມຈິງ: ຄົນທີ່ມີອັດຕາການສະຫຼາຍໄຂມັນສູງ ຫຼືມີຂະບວນການເຜົາຜານ (Burn) ທີ່ໄວໃນຂະນະທີ່ຈຸລັງ (cells)ໄຂມັນຍັງບໍ່ຕິດດີ ອາດຈະເຮັດໃຫ້ໄຂມັນໃນສ່ວນທີ່ສີດຫຼຸດລົງໄດ້ ຫຼື ເກີດຈາກປະລິມານໄຂມັນທີ່ສີດ ໜ້ອຍເກີນໄປໃນຄັ້ງທໍາອິດ

ເຂົ້າໃຈຜິດ: ຫຼາຍກວ່າ 90% ຂອງຄົນທີ່ສີດໄຂມັນບໍ່ຈໍາເປັນຕ້ອງກັບມາສີດໃໝ່ ຖ້າຄັ້ງທໍາອິດແພດເຮັດຢ່າງຖືກວິທີ ແລະ ບໍ່ໄດ້ຈ່ອຍລົງຫຼາຍ ຈະມີບາງກໍລະນີເທົ່ານັ້ນທີ່ຕ້ອງສີດເພີ່ມໃຫ້ຫຼາຍຂຶ້ນເຊັ່ນ: ນົມ ຫຼື ກົ້ນ ຍ້ອນວ່າເຮົາບໍ່ສາມາດສີດເຂົ້າໄປບາດດຽວ ໃນປະລິມານທີ່ຫຼາຍໆໄດ້

  • ໄຂມັນທີ່ສີດໄປ ຈະໄຫຼ ຍ້ອຍ ຫຼືຍານລົງ ເມື່ອເວລາຜ່ານໄປແທ້ ຫຼື ບໍ່?

ຄວາມຈິງ: ບໍ່ມີ

ເຂົ້າໃຈຜິດ: ເປັນຄວາມເຂົ້າໃຈຜິດຫຼາຍ ຈຸລັງ (cells)ໄຂມັນທີ່ເຂົ້າໄປຈະກາຍເປັນສ່ວນໜຶ່ງຂອງໄຂມັນບໍລິເວນນັ້ນໆ ຈຶ່ງບໍ່ກໍ່ໃຫ້ເກີດການເຄື່ອນຕົວ ຄືການສີດສານຕື່ມເຕັມ ຫຼື Fillerບາງຊະນິດ.

(Thanks for pictures)

ແບ່ງປັນ