ມາແລ້ວ!!! ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ Las Vegas (USA) ໃນວັນທີ 26 ພະຈິກ 2017 ນີ້, ຫຼ້າສຸດ ທາງກອງປະກວດ ມິດຍູນິເວີດລາວ ກໍໄດ້ເປີດເຜີຍຊຸດປະຈຳຊາດລາວ ມາໃນແບບຊຸດປະຍຸກ ເຊິ່ງ ຊຸດລາວຂອງ Miss Universe Laos 2017 ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດນາງງາມຈັກກະວານ 2017 ນີ້.
ພໍ່ແມ່ພີ່ນ້ອງຊາວລາວຕ່າງກໍລໍຖ້າ ລໍລຸ້ນທີ່ຈະໄດ້ເຫັນຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ແລະ ກໍບໍ່ເຮັດໃຫ້ຜິດຫວັງ ງົດງາມສົມກັບການລໍຖ້າແທ້ໆ, ລອງມາເບິ່ງຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ໄດ້ສວມໃສ່ກັນເລີຍ… ຂໍບອກວ່າງາມຫຼາຍໆ.
#ແຊຣໄປໃຫ້ໂລກຮູ້ ??
(ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້)
ທີ່ມາ: Miss Universe Laos ມີສຢູນີເວີຣສ ລາວ , Nui Soupphaphone Somvichit