ເປີດເຜີຍໃຫ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss International 2017 ຢູ່ທີ່ປະເທດ ຍີ່ປຸ່ນ, ເຊິ່ງຊຸດດັ່ງກ່າວມີຊື່ວ່າ “ເຂົ້າໜຽວສຽງແຄນແດນຈຳປາ” ມີແຮງບັນດານໃຈມາຈາກຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ:
– ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ
– ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ
– ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຖັດທະກຳ ແລະ ດົນຕີພຶ້ນເມືອງລາວ
ສຳລັບຊຸດ “ເຂົ້າໜຽວສຽງແຄນແດນຈຳປາ” ອອກແບບໂດຍສີມືຂອງຄົນລາວ ບິນລີ້ ສີອຳພັນ ເປັນຜູ້ອອກແບບຊຸດປະຈຳຊາດໃຫ້ກັບ ມິມິ່ ພູນຊັບ ພົນໂຍທາ Miss International Laos 2017,
ມື້ຕັດສິນ Miss International 2017 ແມ່ນວັນທີ 14 ພະຈິກ 2017 ນີ້…ຢ່າລືມສົ່ງກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາແດ່ເດີ້!!!
#ແຊຣໄປໃຫ້ໂລກຮູ້ #ຮັກລາວເຊຍລາວ ??
??
??
ທີ່ມາ: Miss International Laos 2017 , Phounsap Phonnyotha