ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງອີກດ້ວຍ.
ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ແລະ ນອກຈາກນັ້ນ ພວກເຂົາຍັງໄດ້ຖ່າຍຮູບ ແລະ ຍັງໄດ້ໂພສລົງໃນ ອິນສະຕາແກຼມ ແຖມຍັງຂຽນອະທິບາຍວ່າ “ເມືອງ ຫຼວງພະບາງຊ່າງດີ ມີວັດຢ່າງຫຼວງຫຼາຍ ໄຫ້ວພະແບບສະບາຍໃຈ ດ້ວຍເຄື່ອງແຕ່ງກາຍແບບຊາວລາວ”
ຢ່າງໃດກໍຂໍຕ້ອນຮັບ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ເຂົ້າສູ່ປະເທດລາວເດີ້…!!!
#ແຊຣໄປໃຫ້ໂລກຮູ້ວ່າໃຜໆກໍຢາກມາປະເທດລາວ ??
??
??
ຮູບພາບ: terchantavit , joy_rinlanee