ດັ່ງທີ່ຮູ້ກັນແລ້ວວ່າ ທາງກອງປະກວດ ມີສຢູນີເວີຣສ ລາວ ເພິ່ນໄດ້ອອກມາປະກາດປ່ຽນຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ເພາະມີຫາງສຽງຈາກແຟນໆສ່ວນຫຼາຍວ່າຊຸດປະຈຳຊາດແບບເກົ່າບໍ່ເໝາະສົມທີ່ຈະໃຊ້ເຂົ້າປະກວດເຖິງເວທີລະດັບໂລກ, ແຕ່ເຖິງຢ່າງໃດກໍຕາມ ແຕ່ລະຊຸດທີ່ນັກອອກແບບໄດ້ອອກແບບ ໂດຍຜ່ານການສວມໃສ່ຈາກນາງສາວລາວກໍມີຄວາມງາມ ມີເອກະລັກທີ່ແຕກຕ່າງກັນໄປ.
ແຟນໆມັກແບບໃດ? ລະຫວ່າງຊຸດປະຈຳຊາດ ແບບເກົ່າ ແລະ ແບບໃໝ່ ຂອງ Miss Universe Laos!!! (ຄອມເມັ້ນບອກແດ່)
- 1. ຊຸດລາວຫຼວງພະບາງປະຍຸກ (ແບບເກົ່າ)
ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນ.
2. ຊຸດທີດາພັນສາເຮືອງມາລາ (ແບບໃໝ່) ທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ຢ່າງເປັນທາງການ
ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະທີຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນານາຊະນິດ ເຊິ່ງເຮົາກໍໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງ ຈຶ່ງໄດ້ມາເປັນ ຊຸດ ”ທີດາພັນສາເຮືອງມາລາ“
#ແຊຣໄປໃຫ້ໂລກຮູ້ ??
(ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້)
ຂໍຂອບໃຈຮູບພາບ: Miss Universe Laos ມີສຢູນີເວີຣສ ລາວ