Breaking News

ສີມືລະດັບເທບ! ບິນລີ່ ສີອຳພັນ ນັກອອກແບບໝຸ່ມນ້ອຍ ຜູ້ທີ່ຢູ່ເບື້ອງຫຼັງຊຸດປະຈຳຊາດຂອງນາງງາມລາວ!!!

ແບ່ງປັນ

ມາຮູ້ຈັກກັບ ຄົນທີ່ຢູ່ເບື້ອງຫຼັງບັນດາຊຸດລາຕີ ແລະ ຊຸດປະຈຳຊາດລາວງາມໆທີ່ໄປປະກວດໃນເວທີລະດັບໂລກ ບໍ່ວ່າຈະເປັນຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017, ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss International 2017, ຊຸດປະຈຳຊາດຂອງ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ ຫຼື ບິນລີ່ ອາຍຸ 20 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ ປີທີ 2.

 

ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017

 

ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss International 2017

 

ຊຸດປະຈຳຊາດຂອງ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017

 

ສຳລັບ ບິນລີ່ ສີອຳພັນ ຈະເອີ້ນໄດ້ວ່າເປັນໄວໜຸ່ມລາວທີ່ເກັ່ງ ແລະ ມີຄວາມສາມາດຫຼາຍກໍວ່າໄດ້ ເພາະສາມາດແຂ່ງຂັນເປັນຜູ້ຊະນະເລີດໃນໂຄງການ ນັກອອກແບບໜຸ່ມນ້ອຍ “Lao Young Designer 2016” ຈົນໄດ້ທຶນໄປສຶກສາຕໍ່ທີ່ສະຖາບັນແຟຼຊັ່ນລະດັບໂລກໃນປະເທດ ຝຣັ່ງ ມາແລ້ວ ແລະ ໃນເມື່ອບໍ່ດົນມານີ້ ບິນລີ່ ກໍຍັງເປັນ 1 ໃນ 2 ຄົນ ສຸດທ້າຍຂອງໂຄງການ “AirAsia Runway Ready Designer” ແລະ ໄດ້ເປັນຕົວແທນຈາກປະເທດລາວໄປແຂ່ງຂັນຮອບສຸດທ້າຍ ຊຶ່ງການແຂ່ງຂັນດັ່ງກ່າວຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ໃນເດືອນ ສິງຫາ ທີ່ຜ່ານມາ, ນອກຈາກນັ້ນ ບິນລີ່ ຍັງມີຜົນງານການອອກແບບຢ່າງຫຼວງຫຼາຍ ແລະ ຫຼ້າສຸດກໍແມ່ນການອອກແບບ ຊຸດປະຈຳຊາດ ໃຫ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos  ເພື່ອໄປປະກວດໃນເວທີ Miss Universe 2017 ທີ່ USA.

ຮູບພາບ: Billy Si Amphan

ແບ່ງປັນ