Breaking News

ມາຮ່ວມເຊຍ! ໃຜຈະໄດ້ເປັນ ນາງສາວງາມເຜົ່າມົ້ງລາວ (Miss Hmong Laos) ປະຈຳປີ 2017-2018

ແບ່ງປັນ

ມາອີກແລ້ວກັບການປະກວດສາວງາມລາວອີກໜຶ່ງເວທີນັ້ນກໍຄືການປະກວດ ນາງສາວງາມເຜົ່າມົ້ງ (Miss Hmong Laos) ປະຈຳປີ 2017-2018 ເຊິ່ງປັດຈຸບັນທາງກອງປະກວດເພິ່ນກໍໄດ້ເປີດເຜີຍບັນດາສາວງາມທີ່ເຂົ້າຮອບ 20 ສຸດທ້າຍ ໃຫ້ໄດ້ເຫັນກັນແລ້ວ ຂໍບອກເລີຍວ່າບັນດາສາວງາມເຜົ່າມົ້ງນັ້ນງາມຫຼາຍ ແລະ ການປະກວດດັ່ງກ່າວກໍຈະໄດ້ຈັດຂຶ້ນທີ່ບ້ານ ຊຳເກດ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃນວັນທີ 27-28 ພະຈິກ 2017 ນີ້.

ດັ່ງນັ້ນ, ແຟນໆຊ່ວຍເປັນກຳລັງໃຈ ຊ່ວຍລຸ້ນ ຊ່ວຍເຊຍ ໃຫ້ບັນດານ້ອງໆນາງສາວງາມທີ່ເຂົ້າປະກວດທັງ 20 ຄົນກັນແດ່ເດີ້ (ເຊຍຜູ້ເຂົ້າປະກວດໝາຍເລກໃດ ຄອມເມັ້ນບອກກັນແດ່)

ທີ່ມາ: Miss Hmong Laos

 

ແບ່ງປັນ