Breaking News

25 ພະຈິກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ

ແບ່ງປັນ

ຫຼາຍໆຄົນອາດຈະຮູ້ແລ້ວວ່າ ຄວາມຮຸນແຮງຕໍ່ແມ່ຍິງ ມີສາເຫດມາຈາກ ການກຳນົດບົດບາດຍິງຊາຍໃຫ້ແຕກຕ່າງກັນມາແຕ່ບູຮານ ໂດຍຍົກໃຫ້ເພດຊາຍທີ່ມີກຳລັງຫຼາຍກວ່າເປັນຜູ້ນຳ ເປັນຜູ້ຕັດສິນໃຈ ແລະເປັນຜູ້ຄວບຄຸມຊັບພະຍາກອນ ສ່ວນເພດຍິງເປັນຜູ້ຍອມຕາມ ແລະບໍ່ມີອຳນາດຕໍ່ລອງ ເມື່ອໃດທີ່ແມ່ຍິງຮຽກຮ້ອງສິດສະເໝີພາບໃຫ້ຕົນເອງ ຄວາມຮຸນແຮງກໍມັກເກີດຂຶ້ນ ຫຼືຫຼາຍໆຄັ້ງ ເພດຊາຍກໍມັກຄິດວ່າ ຕົນມີອຳນາດເໜືອກວ່າແມ່ຍິງ ຈຶ່ງມັກສະແດງອຳນາດ ຫຼືໃຊ້ຄວາມຮຸນແຮງ ເພື່ອຄວບຄຸມແມ່ຍິງໄວ້ ຄວາມຮຸນແຮງຕໍ່ແມ່ຍິງ ຈຶ່ງເປັນບັນຫາຊຳເຮື້ອ ທີ່ຝັງເລິກຢູ່ໃນຄວາມເຊື່ອທີ່ບໍ່ເທົ່າທຽມ ແຝງຢູ່ໃນຮີດຄອງປະເພນີ ສາດສະໜາ ຫຼືແມ້ແຕ່ກົດໝາຍ ໃນທຸກໆສັງຄົມ ແລະມີແມ່ຍິງທີ່ຖືກທຳຮ້າຍ ຫຼືໃຊ້ຄວາມຮຸນແຮງເກີດຂຶ້ນທຸກໆນາທີໃນທົ່ວໂລກ

ດັ່ງນັ້ນ ໃນປີ 1999 ອົງການສະຫະປະຊາຊາດຈຶ່ງໄດ້ຮັບຮອງໃຫ້ ວັນທີ 25 ພະຈິກ ຂອງທຸກໆປີ ແມ່ນວັນຍຸດຕິວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ສາກົນ (International Day for the Elimination of Violence against Women) ເພື່ອໃຫ້ຄົນທົ່ວໂລກໄດ້ຫັນມາໃຫ້ຄວາມສຳຄັນ ຮ່ວມມືກັນ ເຮັດໃຫ້ການທຳຮ້າຍແລະເອົາປຽບແມ່ຍິງ ຫາຍໄປຈາກໂລກນີ້ ເຊິ່ງສັນຍາລັກທີ່ສະແດງອອກເຖິງການສະໜັບສະໜູນ ການຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກສາກົນ ແມ່ນ ແຖບຜ້າ ຫຼືໂບສີຂາວ (White Ribbon) ແລະການສ້າງໂລກໃຫ້ເປັນສີສົ້ມ (Orange the World) ແລະເພື່ອໃຫ້ສາວໆຂວັນໃຈເຮົາ ໄດ້ເຂົ້າໃຈວັນສຳຄັນນີ້ຢ່າງເລິກເຊິ່ງ ເຮົາມາຮູ້ຈັກຄວາມເປັນມາຂອງ ສັນຍາລັກເຫຼົ່ານີ້ພ້ອມໆກັນກ່ອນເນາະ

ແຖບຜ້າ ຫຼືໂບສີຂາວ (White Ribbon):

ຈຸດເລີ່ມຕົ້ນມາຈາກ ເຫດການສັງຫານນັກເຄື່ອນໄຫວທາງການເມືອງຍິງ ຊາວໂດມິນິກັນ 3 ຄົນ ໃນຄືນວັນທີ 25 ພະຈິກ 1961 ດ້ວຍເຫດຜົນທາງການເມືອງ ຈາກນັ້ນໃນປີ 1991 ກໍເກີດການສັງຫານກຸ່ມນັກສຶກສາຍິງ ຂອງມະຫາວິທະຍາໄລມອນທຣີລ (Montreal) ປະເທດການາດາ ຈຳນວນ 14 ຄົນ ຫຼັງຈາກເຫດການຄັ້ງນັ້ນກໍໄດ້ມີກຸ່ມຜູ້ຊາຍກວ່າແສນຄົນ ຮວມຕົວກັນປຸກລະດົມໃຫ້ຜູ້ຊາຍທົ່ວໂລກ ຮ່ວມຮັບຜິດຊອບຕໍ່ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະອອກມາສະແດງຕົນວ່າຈະບໍ່ເປັນຜູ້ກະທຳຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍການຕິດສັນຍາລັກ ແຖບຜ້າ ຫຼືໂບສີຂາວ ໃສ່ເສື້ອ ເຊິ່ງໝາຍເຖິງ ການຍອມຮັບວ່າຈະບໍ່ທຳຮ້າຍ ແລະບໍ່ເມີນເສຍ ຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ ເຊິ່ງປະຈຸບັນ ບໍ່ພຽງແຕ່ຜູ້ຊາຍເທົ່ານັ້ນທີ່ຕິດສັນຍາລັກສະແດງຕົນນີ້ ແຕ່ແມ່ຍິງກໍຕິດແຖບຜ້າ ຫຼືໂບສີຂາວນີ້ເຊັ່ນກັນ

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ແບ່ງປັນ