Breaking News

ກິດຈະກຳພິເສດ ສ້າງໂລກໃຫ້ເປັນສີສົ້ມ (Orange the World)

ແບ່ງປັນ

ຂວັນໃຈຍັງເກາະກະແສວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ 25 ພະຈິກຢູ່ເດີ້ ເພາະໃນທົ່ວໂລກຍັງມີການຈັດກິດຈະກຳຂອງນັກເຄື່ອນໄຫວ ຕໍ່ເຖິງ 16 ວັນ ເພິ່ນເອີ້ນວ່າ  16 Days of Activism against Gender-based Violence ເຊິ່ງມີກິດຈະກຳພິເສດດັ່ງຕໍ່ໄປນີ້:

ກິດຈະກຳພິເສດ ສ້າງໂລກໃຫ້ເປັນສີສົ້ມ (Orange the World)

ໃນວັນຍຸດຕິຄວາມຮຸນແຮງຕໍ່ແມ່ຍິງສາກົນນັ້ນ ອົງການສະຫະປະຊາຊາດ ໄດ້ຈັດກິດຈະກຳປຸກລະດົມຊື່ວ່າ “ສ້າງໂລກໃຫ້ເປັນສີສົ້ມ” (Orange the World) ຂຶ້ນ ເພື່ອເຄື່ອນໄຫວກ່ຽວກັບປະເດັນດ່ັງກ່າວ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ໂດຍກິດຈະກຳຈະເຄື່ອນໄຫວຢູ່ໃນໄລຍະ 16 ວັນ (16 Days of Activism against Gender-based Violence) ເລີ່ມຈາກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກ ແລະສິ້ນສຸດລົງໃນວັນທີ 10 ທັນວາ ເຊິ່ງເປັນວັນສິດທິມະນຸດສາກົນ ຈຸດປະສົງຫຼັກກໍເພື່ອປູກຈິດສຳນຶກໃຫ້ມວນຊົນຄຳນຶງເຖິງບັນຫາດັ່ງກ່າວ ແລະຮ່ວມລະດົມທຶນເພື່ອນຳມາເຮັດກິດຈະກຳສ້າງຄວາມປ່ຽນແປງ ໂດຍຈະໃຊ້ “ສີສົ້ມ” ເປັນສັນຍະລັກ ທີ່ສື່ເຖິງອະນາຄົດທີ່ສົດໃສ ໂດຍບໍ່ຕ້ອງໃຊ້ຄວາມຮຸນແຮງ

ກິດຈະກຳທີ່ທຸກຄົນຄວນມີສ່ວນຮ່ວມ

ແນ່ນອນວ່າ ຄວາມຮຸນແຮງຕໍ່ແມ່ຍິງ ສາມາດເກີດຂຶ້ນໄດ້ກັບແມ່ຍິງທຸກຄົນ ບໍ່ເລືອກຊົນຊັ້ນ ລະດັບການສຶກສາ ລະດັບເສດຖະກິດ ລວມເຖິງອາດແມ່ນຕົວເຮົາເອງ ແລະຄົນທີ່ເຮົາຮັກ ສະນັ້ນ ສາວໆຂວັນໃຈເຮົາຈຶ່ງຈຳເປັນຕ້ອງໃຫ້ຄວາມສຳຄັນກັບ ການຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຄວນເຂົ້າຮ່ວມ ຫຼືມີສ່ວນຮ່ວມກັບກິດຈະກຳຕ່າງໆ ແລະຢ່າລືມຊ່ວຍກັນ ຊຸກຍູ້ ປຸກລະດົມ ສ້າງຄວາມເຂົ້າໃຈໃຫ້ຄົນອ້ອມຂ້າງ ຊຸມຊົນ ແລະສັງຄົມເຮົາ ເພື່ອເຮັດແນວໃດໃຫ້ແມ່ຍິງລາວເຮົາໃຊ້ຊີວິດຢ່າງປອດໄພ ປາສະຈາກຄວາມຮຸນແຮງ

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ແບ່ງປັນ