ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ສາວງາມຕົວແທນຈາກປະເທດລາວທີ່ເດີນທາງໄປປະກວດໃນເວທີ ນາງງາມຈັກກະວານ Miss Universe 2017 ເປັນປີທຳອິດໃນປະຫວັດສາດຂອງລາວເຮົາ ແລະ ຫຼ້າສຸດໃນວັນທີ 26 ພະຈິກ 2017 ທີ່ ລາສເວກັດ USA (ຕາມເວລາທ້ອງຖິ່ນ) ທາງກອງປະກວດກໍໄດ້ຕັດສິນໃນການແຂ່ງຂັນ Miss Universe 2017 ເປັນທີ່ຮຽບຮ້ອຍ ແຕ່ກໍໜ້າເສຍດາຍທີ່ ນ້ອງ ນຸ້ຍ ສຸພາພອນ Miss Universe Laos ບໍ່ສາມາດຜ່ານເຂົ້າຮອບໃດໆໃນການແຂ່ງຂັນໃນຄັ້ງນີ້.
ແຕ່ເຖິງຢ່າງໃດ ນຸ້ຍ ສຸພາພອນ ສົມວິຈິດ ກໍເຮັດໄດ້ດີທີ່ສຸດແລ້ວ ຖືວ່າເປັນປະສົບການໃນປີທຳອິດຂອງ ປະເທດລາວເຮົາ ແລະ ຈົ່ງນຳປະສົບການນີ້ມາສອນນ້ອງໆໃນປີຕໍ່ໆໄປ… ຄົນລາວເຮົາພູມໃຈເປັນທີ່ສຸດທີ່ແມ່ຍິງລາວມີຄວາມກ້າຫານ ກ້າສະແດງອອກ ທຽບເທົ່າກັບເວທີສາກົນ.
ຂໍຂອບໃຈສຳລັບຮູບພາບ