Breaking News

ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່?

ແບ່ງປັນ

ສິດຂອງຜູ້ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 

ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່? ຢາກຮູ້ແລ້ວແມ່ນບໍ່? ເຮົາໄປເບິ່ງຈາກ ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ທີ່ໄດ້ກ່າວເຖິງ 10 ສິດ ຂອງຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງໄວ້ດັ່ງນີ້:

  1. ມີສິດຮ້ອງຂໍ ຫຼືໄດ້ຮັບການຊ່ວຍເຫຼືອຈາກສະມາຊິກໃນຄອບຄົວ, ບຸກຄົນທີ່ຢູ່ໃກ້ຄຽງ, ອົງການປົກຄອງບ້ນ, ການຈັດຕັ້ງບ່ອນຕົນ ຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່, ສະຫະພັນແມ່ຍິງ, ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ, ເຈົ້າໜ້າທີ່ຕຳຫຼວດ ຫຼື ອົງການອື່ນທີ່ມີສິດອຳນາດ;
  2. ມີສິດໄດ້ຮັບການເຄົາລົບສິດ, ຖືກປະຕິບັດດ້ວຍຄວາມເອົາໃຈໃສ່ ແລະວິທີການທີ່ເປັນມິດ;
  3. ມີສິດແຈ້ງກ່ຽວກັບການໃຊ້ຄວາມຮຸນແຮງ ໃຫ້ອົງການປົກຄອງບ້ານ, ເຈົ້າໜ້າທີ່ຕຳຫຼວດ, ສະຫະພັນແມ່ຍິງ ຫຼື ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກ ເພື່ອໃຫ້ການປົກປ້ອງ ແລະຊ່ວຍເຫຼືອ ຫຼືດຳເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ;
  4. ມີສິດເລືອກຮູບການແກ້ໄຂການໃຊ້ຄວາມຮຸນແຮງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 47 ຂອງກົດໝາຍສະບັບນີ້;
  5. ມີສິດຮ້ອງຂໍ ແລະໄດ້ຮັບການປົກປ້ອງ ເນື່ອງຈາກຕົນໄດ້ຖືກບັງຄັບ, ຂົ່ມຂູ່ ຫຼືໄດ້ຮັບຄວາມອັນຕະລາຍທຸກຮູບແບບ ລວມທັງສະມາຊິກຄອບຄົວ ຫຼືເດັກທີ່ຕິດຕາມ;
  6. ມີສິດໄດ້ຮັບການຊ່ວຍເຫຼືອທີ່ຈຳເປັນ ເປັນຕົ້ນ ການໃຫ້ຄຳປຶກສາ, ທີ່ພັກເຊົາທີ່ປອດໄພຊ່ົວຄາວ, ດ້ານການແພດ, ດ້ານກົດໝາຍ, ການສຶກສາ, ການຝຶກອົບຮົມວິຊາຊີບ ແລະການກັບຄືນສູ່ຄອບຄົວ ແລະສັງຄົມ;
  7. ມີສິດໄດ້ຮັບການທົດແທນຄ່າເສຍຫາຍ ແລະຄ່າປົວແປງຈິດໃຈ;
  8. ມີສິດໄດ້ຮັບການຮັກສາຄວາມລັບ;
  9. ມີສິດໄດ້ຮັບການປົກປ້ອງ ແລະຊ່ວຍເຫຼືອຈາກລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະການຈັດຕັ້ງສັງຄົມຕາມກົດໝາຍ ແລະລະບຽບການ;
  10. ມີສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ;

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

 

ແບ່ງປັນ