ເລີດເດີ້ໆໆໆ…ກັບສາວງາມ ຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ ຊື່ວ່າ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ລອງມາຮູ້ຈັກກັບສາວງາມຄົນນີ້ກັນລອງເບິ່ງເດີ້ ທັງງາມ ແລະ ໜ້າຮັກຫຼາຍ…
ສະບາຍດີຊ່ວຍແນະນໍາຕົວເອງໃຫ້ຮູ້ຈັກແດ່?
ສະບາຍດີ! ຊື່ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ຄະນະເສດຖະສາດບໍລິຫານທຸລະກິດ ສາຂາ ການຄ້າ ປີທີ 4 ກໍາລັງຊິຈົບແລ້ວ. ສ່ວນຕົວເປັນຄົນມັກກ່ຽວກັບການຄ້າລະຫວ່າງປະເທດ ແຕ່ຢູ່ບ້ານບໍ່ມີສາຂານີ້ກໍເລີຍຕ້ອງມາຮຽນຢູ່ວຽງ. ພື້ນຖານເປັນຄົນສະຫວັນນະເຂດ (ຍິ້ມ) ຄ້ອນຂ້າງຈະເປັນຄົນຂີ້ອາຍ, ເວົ້າບໍ່ເກັ່ງ (ຍິ້ມອາຍໆ)
ຮູ້ຈັກໂຄງການປະກວດນາງສາວປະຕິທິນໄດ້ແນວໃດ?
ຮູ້ຈັກຈາກທາງ Facebook ພໍດີເຫັນເພິ່ນປະກາດວ່າຢາກຄັດເລືອກເອົານາງແບບປະຕິທິນ ໃຫ້ຄອມເມັ້ນຢູ່ໃຕ້ໂພສ ຕອນນັ້ນບໍ່ທັນຕັດສິນໃຈຄອມເມັ້ນເທື່ອ ເພາະຕົວເອງເປັນຄົນຂີ້ອາຍບໍ່ໝັ້ນໃຈໃນຕົວເອງ ແຕ່ເລິກໆແລ້ວເຮົາກໍຄິດມາສະເໝີວ່າມື້ໜຶ່ງເຮົາຢາກຈະເປັນນາງແບບ ກໍເຄີຍພະຍາຍາມຄິດວ່າຖ້າເຮົາຍັງຂີ້ອາຍແບບນີ້ເຮົາບໍ່ສາມາດທີ່ຈະເປັນນາງແບບໄດ້ແນ່ນອນ ມິມີ່ ກໍເລີຍຕັດສິນໃຈສະໝັກລອງເບິ່ງ ຫຼັງຈາກນັ້ນເພິ່ນກໍຕິດຕໍ່ມາວ່າໃຫ້ເຂົ້າໄປຖ່າຍຮູບ ເຊິ່ງເຮົາດີໃຈຫຼາຍ
ກ່ອນໜ້ານີ້ເຄີຍປະກວດຫຍັງມາກ່ອນບໍ່?
ເຄີຍປະກວດ ນາງສາວ ມສ ສະຫວັນ ຕອນຮຽນຢູ່ມັດທະຍົມເຮົາແຂ່ງໄດ້ທີ 1 ແຕ່ຕອນນັ້ນກໍຍັງນ້ອຍຫຼາຍ ພໍ່ແມ່ກໍບໍ່ຄ່ອຍສະໜັບສະໜູນ ເພິ່ນບໍ່ມັກເລື່ອງແບບນີ້ແດ່ກໍເລີຍບໍ່ໄດ້ເຮັດຫຍັງ ແລະເຖິງຈະເຄີຍປະກວດໄດ້ທີ 1 ໃນຕອນນັ້ນ ແຕ່ມັນບໍ່ໄດ້ຊ່ວຍໃຫ້ ມິມີ່ ໝັ້ນໃຈຂຶ້ນເລີຍ! ແຕ່ເຮົາກໍບໍ່ໄດ້ຄິດວ່າຕົວເອງຂີ້ລ້າຍດອກ ແຕ່ຄິດວ່າຕົວເອງງາມບໍ່ເທົ່າຄົນອື່ນຊື່ໆ (ຍິ້ມ)
ໄດ້ຫຍັງແດ່ຈາກການປະກວດຄັ້ງນີ້…
ຫຼັກໆທີ່ໄດ້ມາກະຄືຕໍາແໜ່ງເນາະ (ຍິ້ມ) ເຮົາໄດ້ອັນດັບ 1 ອັນນີ້ກໍແນ່ນອນຢູ່ແລ້ວວ່າ ພູມໃຈຫຼາຍ ສ່ວນສິ່ງອື່ນທີ່ໄດ້ຈາກການປະກວດໃນໂຄງການນີ້ກໍຄື ໄດ້ປະສົບການ ໄດ້ຮຽນຮູ້ໃນເລື່ອງຂອງການຖ່າຍແບບ, ການໂພສທ່າ, ການຢືນໜ້າກ້ອງ ນອກນັ້ນ ກໍຍັງໄດ້ໝູ່ໃໝ່ຫຼາຍຄົນ ມີທັງໝູ່ສະໜິດນໍາອີກ ແລ້ວກໍຍັງໄດ້ຄວາມປະທັບໃຈຫຼາຍໆຢ່າງ ສິ່ງທີ່ ມີ່ມີ່ ປະທັບໃຈທີ່ສຸດກໍຄືເອື້ອຍເຈົ້າຂອງຮ້ານ ບໍ່ຄິດວ່າເພິ່ນຈະທຸ່ມເທໃຫ້ເຮົາປານນີ້ ຖ້າເປັນຄົນອື່ນຢູ່ໃນລະດັບນັ້ນອາດຈະໃຫ້ລູກນ້ອງ ຫຼືຄົນອື່ນເຮັດແທນກໍໄດ້ ແຕ່ເອື້ອຍເພິ່ນແມ່ນມາເບິ່ງແຍງພວກເຮົາເປັນຢ່າງດີ ເຊິ່ງປະທັບໃຈຫຼາຍໆ (ຍິ້ມຫວານ)
ຮູ້ສຶກແນວໃດຕອນທີ່ຮູ້ຜົນວ່າຕົວເອງໄດ້ອັນດັບ 1
ດີໃຈຫຼາຍ ບໍ່ຄິດວ່າຕົວເອງຈະໄດ້ ເພາະທຸກຄົນທີ່ເຂົ້າປະກວດກໍງາມໝົດ ທຸກຄົນລ້ວນແຕ່ງາມໃນແບບຂອງຕົນເອງ ເຮົາກໍຄິດວ່າບໍ່ໄດ້ແນ່ນອນ ຕອນເຫຼືອ 4 ຄົນກໍຄິດແຕ່ວ່າໄດ້ສໍ່ານີ້ກໍດີແລ້ວ ຢ່າງນ້ອຍກະຕິດ 1 ໃນ 4 ແຕ່ມື້ຕັດສິນເພິ່ນແຈ້ງມາວ່າແມ່ນເຮົາ ກໍດີໃຈຈົນບອກບໍ່ຖືກ ພໍ່ແມ່ ໝູ່ຄູ່ສົ່ງຂໍ້ຄວາມາອວຍພອນ ທີ່ໄດ້ຊະນະເລີດ ເຊິ່ງອາດມາຈາກແຮງເຊຍຫຼາຍກວ່າ ເພາະເຮົາເປັນຄົນສະຫວັນທີ່ເຂົ້າປະກວດຄົນດຽວ ແລະໝູ່ຄູ່ຢູ່ວຽງກໍຫຼາຍ ບາດນີ້ຄະແນນໂຫວດຈາກປະຊາຊົນແມ່ນເພິ່ນເອົາ 60% ອີກ 40% ແມ່ນຄະແນນຈາກກໍາມະການກອງປະກວດ.
ຫຼັງຈາກໄດ້ຮັບຕໍາແໜ່ງ ຊີວິດປ່ຽນໄປບໍ່??
ປ່ຽນໄປຢູ່ໃດ ເພາະຫຼັງຈາກທີ່ໄດ້ຮັບຕໍາແໜ່ງ ມີຄົນເຂົ້າມາຕິດຕໍ່ມາໃຫ້ໄປຖ່າຍແບບ, ຣີວິວສິນຄ້າ ຖ່າຍໂຄສະນາຕ່າງໆຫຼາຍ ແຕ່ເຮົາກໍຍັງບໍ່ໄດ້ຮັບທັງໝົດ ຖາມວ່າຢູ່ໃນຕໍາແໜ່ງນີ້ແລ້ວສາມາດໄປຖ່າຍແບບໃຫ້ຄົນອື່ນໄດ້ ກໍໄດ້ຢູ່ ຍົກເວັ້ນການຖ່າຍແບບຮ່ວມກັບເຄື່ອງປະດັບ ຫຼືຄໍາໃຫ້ຮ້ານອື່ນ (ນອກຈາກຮ້ານສີດາ) ສ່ວນໃນດ້ານຂອງ ຮ້ານຄໍາສີດາ ລາດຊະວົງ ແມ່ນເຮົາກໍໄດ້ມີການຖ່າຍປະຕິທິນເປັນຫຼັກ ຕໍ່ມາກໍເປັນສະປອດໂຄສະນາຮ່ວມກັບໝູ່ອີກ 3 ຄົນ ທີ່ເຂົ້າຮອບ 4 ຄົນສຸດທ້າຍ.
ຝາກທ້າຍ: ຢາກຝາກໃຫ້ຕິດຕາມຜົນງານຂອງ ມີ່ມີ່ ໂດຍສະເພາະກະແມ່ນ ການຖ່າຍແບບປົກວາລະສານຂວັນໃຈ ສະບັບເດືອນ 11 ນີ້ ແລະ ການຖ່າຍແບບປະຕິທິນ ຮ້ານຄໍາ ສີດາລາດຊະວົງ ລວມທັງຜົນງານອື່ນກໍສາມາດຕິດຕາມໄດ້ໃນ IG, Facebook ສ່ວນຕົວຂອງມີ່ມີ່ເອງ ສຸດທ້າຍຢາກຝາກເຖິງທຸກຄົນທີ່ມີ.