ບົດເພງ “ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ.
ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ