5 ວິທີປ່ຽນເຈົ້າໃຫ້ກາຍເປັນສາວ Strong
ສະບາຍດີສາວໆ ຂວັນໃຈ ທຸກຄົນ ໝົດເວລາແມ່ຍິງຍຸກເກົ່າ ປ່ຽນມາເປັນແມ່ຍິງຍຸກໃໝ່ກັນດີກວ່າແບບວ່າສາຍ Strong ສຸດໆ ແມ່ນຫຍັງກໍເຮັດໄດ້ດ້ວຍຕົນເອງ ບໍ່ຕ້ອງງໍ້ໃຜໃຫ້ເຮັດໃຫ້ ບໍ່ຕ້ອງໄປໃສ່ໃຈກັບເລື່ອງບໍ່ເປັນເລື່ອງ ຫຼືຕົນເປັນທີ່ເພິ່ງແຫ່ງຕົນນັ້ນເອງ ເຮັດໄດ້ບໍ່ຍາກເລີຍສາວໆ ພ້ອມທີ່ຈະປ່ຽນແປງຕົວເອງແລ້ວ ຫຼືຍັງ… ຖ້າພ້ອມແລ້ວມາເບິ່ງກັນເລີຍ ແມ່ຍິງສາຍ Strong ເຂົາເຮັດແນວໃດແດ່???
- ບໍ່ງໍ້ໃຜ… ໝັ້ນໃຈລຸຍເອງ
ເຊື່ອວ່າຫຼາຍໆຄົນຖ້າມີແຟນແລ້ວ ກໍຢາກໃຫ້ແຟນເອົາໃຈເປັນທໍາມະດາ… ຢາກໄດ້ຫຍັງກໍອອດອ້ອນຈັກໜ້ອຍເຂົາກໍຕາມໃຈແລ້ວ ກັບໝູ່ເພື່ອນກໍຄືກັນ ເວລາຈະນັດກັນໄປໃສກໍຕ້ອງຖ້າໃຫ້ຄົບແກ໋ງຈຶ່ງໄດ້ໄປ. ເບື່ອແມ່ນບໍ່ສວໆ ຖ້າບໍ່ຢາກເກີດຄວາມຮູ້ສຶກແບບນີ້ຕະຫຼອດ ກໍຕ້ອງ… ຢ່າໄປສົນໃຈ ຢ່າໄປ Care ຄົນອື່ນໃຫ້ຫຼາຍເກີນໄປ Care ຕົວເຮົາເອງດີກວ່າ ແບບວ່າເຮັດຫຍັງກໍເຮັດດ້ວຍຕົວເອງໄປເລີຍ ເຊື່ອເທາະວ່າມັນຈະດີກວ່າຫຼາຍເລີຍ
- ປາກກັບໃຈຕົງກັນ
ສາວໆຈະມົວເສຍເວລາຢູ່ກັບສິ່ງທີ່ອຶດອັດ ຫຼືສິ່ງຕົວເອງບໍ່ມັກຢູ່ເຮັດຫຍັງ… ແບບວ່າ “ຈະບໍ່ທົນກັບມັນອີກຕໍ່ໄປ” ນັ້ນແຫຼະ ລະເບີດອອກໄປເລີຍ ບາດນີ້ລະໃຜຈະກ້າກໍໃຫ້ມັນຮູ້ໄປ… ວ່າບາງຄັ້ງການກະທໍາຂອງໃຜບາງຄົນນັ້ນ ເຮົາກໍບໍ່ໄດ້ຍິນດີນໍາພໍເທົ່າໃດ… ມີຫຍັງກໍເວົ້າຕົງໆກັນໄປເລີຍສາວໆ
- ບໍ່ອ່ອນໄຫວກັບເລື່ອງບໍ່ເປັນເລື່ອງ
ເປັນເລື່ອງຍາກທີ່ຈະເບິ່ງໃຫ້ໂລກນີ້ງາມຢູ່ຕະຫຼອດເວລາ… ແຕ່ຄິດບວກຊີວິດກໍຈະຕິດບວກເດີ່ສາວໆ ຢ່າໃຫ້ເລື່ອງບໍ່ເປັນເລື່ອງເຂົ້າມາບັ່ນທອນຈິດໃຈຂອງເຮົາໄດ້ ແລ້ວເອົາມັນອອກໄປ ຢ່າໄປເສຍເວລາກັບສິ່ງໄຮ້ສາລະເຫຼົ່ານັ້ນເລີຍ ເວລາຂອງເຮົາມີຄ່າ ຊອກຫຍັງເຮັດທີ່ມີປະໂຫຍດ ແລະ ດີຕໍ່ໃຈຂອງເຮົາດີກວ່າເຊັ່ນ: ການອ່ານໜັງສື, ຮ້ອງຄາລາໂອເກະ ຫຼືເບິ່ງໜັ… ເທົ່ານີ້ກໍຊ່ວຍເຮົາໄດ້ແລ້ວ
- ໝັ້ນໃຈທຸກຄັ້ງກ່ອນອອກຈາກເຮືອນ
ກ່ອນອອກຈາກເຮືອນ ແນ່ນອນເຮົາຕ້ອງໝັ້ນໃຈຕົວເອງກ່ອນວ່າ ເຮົາງາມ ເຮົາເລືອກໄດ້ ແບບວ່າພູມໃຈໃນຕົວເອງສຸດໆໄປເລີຍ ບໍ່ຍາກເລີຍແມ່ນບໍ່ສາວໆ ພຽງແຕ່ມີຄວາມໝັ້ນໃຈ ແມ່ນຫຍັງກໍງ່າຍຂຶ້ນຫຼາຍເລີຍອີ່ຫຼີ… ແຟນເກົ່າທີ່ເຄີຍຫັກອົກເຮົາໄປ ຢ່າໄປສົນຢ່າໄປ Care ເຮົາຕ້ອງເຮັດໃຫ້ເຂົາຄິດຜິດທີ່ເລືອກຄົນນັ້ນ… ແລະ ທີ່ສໍາຄັນເມື່ອເຮົາເຮັດໄດ້ເຂົາຕ້ອງກັບມາງໍ້ຂໍຄືນດີກັບເຮົາຢ່າງແນ່ນອນ ເມື່ອເຖິງເວລານັ້ນເຮົາກໍເອົາຄືນໃຫ້ສະໃຈໄປເລີຍ…

- ງົດດຣາມ່າ ໃຊ້ເວລາໃຫ້ມີຄ່າ
ຊີວິດຄູ່… ບໍ່ແມ່ນເລື່ອງງ່າຍ ແຕ່ກໍບໍ່ແມ່ນວ່າສາວໆຄືເຮົາຈະເຮັດບໍ່ໄດ້ໃດ໋ ພຽງແຕ່ຢ່າໄປຈິນຕະນາການແມ່ນຫຍັງໃຫ້ຫຼາຍ ຕ່າງຄົນຕ່າງມີໜ້າທີ່ໃຫ້ຕ້ອງເຮັດ ເຂົາກໍເຮັດວຽກ ເຮົາກໍເຮັດວຽກ ເຂົາຮຽນ ຫຼືເຮົາຮຽນ… ເປັນຫຍັງເຂົາບໍ່ໂທຫາ ຫາຍໄປໃສ ເຮັດຫຍັງຢູ່ ເປັນຫຍັງບໍ່? ຢ່າປ່ອຍໃຫ້ສາລະພັດຄໍາຖາມເຫຼົ່ານີ້ມາທໍາຮ້າຍຈິດໃຈຂອງສາວໆກັນເລີຍ ຈະຮູ້ສຶກເສຍໃຈໄປລ້າໆ ເອົາເວລາມາເຮັດໃຫ້ຕົວເອງຮູ້ສຶກມີຄຸນຄ່າຂຶ້ນມາດີກວ່າເຊັ່ນ: ໄປ Shopping ໃຫ້ສະບາຍໃຈ, ຊື້ຕົ້ນໄມ້ມາປູກໃສ່ໜ້າເຮືອນ, ຈັດສວນ, ເຮັດວຽກເຮືອນ, ອອກກໍາລັງກາຍ ແລະ ອື່ນໆ ທີ່ເຮັດໃຫ້ສະບາຍໃຈ… ແລ້ວເຈົ້າຈະລືມຄວາມຮູ້ສຶກນັ້ນໄປເອງ ເທົ່ານີ້ກໍມີຄວາມສຸກແລ້ວ.