Breaking News

90% ຂອງຄູ່ຮັກ ເລີກກັນຍ້ອນເລື່ອງເງິນ

ແບ່ງປັນ

ຮັກແທ້ແຕ່ຍັງຜິດກັນຍ້ອນເງິນ!! ເລື່ອງເງິນ-ຄໍາ ເຖິງວ່າມັນຈະບໍ່ສຳຄັນທີ່ສຸດໃນຊີວິດ ແຕ່ມັນກໍເປັນສິ່ງຈໍາເປັນທີ່ສຸດໃນຊີວິດ ຂອງທຸກຄົນ ເພາະສະນັ້ນ ຄວນຕົກລົງກັນ ກ່ອນຈະມີບັນຫາພາຍຫຼັງຕັດສິນໃຈໃຊ້ຊີວິດຮ່ວມກັນ.

ສາວໆທີ່ກໍາລັງຈະຕັດສິນໃຈ ໃຊ້ຊີວິດຄູ່ ກະລຸນາ ຄິດໜ້ອຍໜຶ່ງກ່ອນເນາະ! ຢ່າເກງໃຈທີ່ຈະຖາມເຖິງການວາງແຜນເລື່ອງເງິນ ຂອງຄົນຮັກ ຖ້າບໍ່ຢາກຜິດກັນພາຍຫຼັງ ຄວນຖາມເຂົາກ່ຽວກັບການເງິນ ແລະ ຊ່ວຍກັນວາງແຜນຫຼືຕົກລົງເລື່ອງເງິນກ່ອນຕັດສິນໃຈໃຊ້ຊີວິດຄູ່ ຖ້າຫາກຕົກລົງກັນໃຫ້ເຂົ້າໃຈດີແລ້ວ ເຊື່ອໄດ້ວ່າເລື່ອງເງິນຈະບໍ່ມາເຮັດໃຫ້ຄວາມຮັກຂອງທ່ານມີບັນຫາແນ່ນອນ

  1. ໃຜຈະເປັນຄົນກໍາເງິນ??

ເປັນຄໍາຖາມທໍາອິດທີ່ຈະຕ້ອງລົມກັນໃຫ້ເຂົ້າໃຈທີ່ສຸດ ຖ້າຈະຕົກລົງແຕ່ງດອງກັນແລ້ວ ລາຍໄດ້ ແລະ ຊັບສິນຫຼັງຈາກແຕ່ງດອງ ຄວນຈະຕົກເປັນກອງກາງທັນທີ່ ການບໍລິຫານລາຍຮັບ-ລາຍຈ່າຍ ຄວນບໍລິຫານຮ່ວມກັນ ເພື່ອທັງສອງຈະໄດ້ມີສ່ວນຮັບຜິດຊອບຮ່ວມກັນ.

  1. ຕົກລົງກັນແລ້ວກໍຄວນມີຂໍ້ຈໍາກັດໃນການໃຊ້ເງິນ.

ເພື່ອບໍ່ໃຫ້ມີບັນຫາກັນໃນໄລຍະຍາວ ທັງສອງຄວນລົມກັນເລື່ອງລາຍຈ່າຍໃນຊີວິດປະຈໍາວັນວ່າ ມີຫຍັງແດ່? ອັນໃດທີ່ຄວນເພີ່ມ-ຄວນຫຼຸດ ຫຼື ຄວນອອກກັນ ເພື່ອຄວາມສົມດຸນຂອງຊີວິດຄູ່.

  1. ເລື່ອງໜີ້ເປັນສິ່ງສຳຄັນທີ່ສຸດ!!

ເລື່ອງໜີ້ ຫຼາຍຄົນເກືອບຕາຍຍ້ອນບໍ່ຮູ້ວ່າ ຄົນຮັກຂອງຕົນເປັນໜີ້ຫຼາຍປານໃດ ຖ້າຮັກກັນແທ້ ຄວນຍອມຮັບວ່າ ມີໜີ້ຫຍັງແດ່? ເທົ່າໃດ? ຍ້ອນຫຍັງຈິ່ງເປັນໜີ້? ຄວນບອກກັນໃຫ້ລະອຽດ ບໍ່ແມ່ນມາບອກຫຼັງແຕ່ງດອງ ເພາະຖ້າຮູ້ຫຼັງແຕ່ງດອງວ່າເປັນໜີ້ 555 ຮັບຮອງວ່າເຮືອນເພ ຄວາມຮັກສະຫຼາຍ “ຈົບ”

  1. ຮູ້ຈັດວາງແຜນການໃຊ້ເງິນໃຫ້ດີໆ

ສ່ວນຫຼາຍຜູ້ຊາຍບໍ່ຄອຍຈະວາງແຜນໃນການໃຊ້ເງິນຢູ່ແລ້ວ ເພາະສະນັ້ນ ຄວນລົມກັນເຖິງອະນາຄົດການເງິນແດ່! ວ່າຈະໃຊ້ຈ່າຍແບບໃດ? ໃຊ້ເທົ່າໃດ? ທ້ອນເທົ່າໃດ? ຄວນເຮັດບັນຊີລາຍຮັບ-ລາຍຈ່າຍ ເປີດບັນຊີຮ່ວມກັນໃໝ່ ຫຼື ຈະເອົາໄປລົງທຶນເຮັດທຸລະກິດ ເພື່ອອະນາຄົດມີລູກ ກໍສາມາດລ້ຽງໄດ້ແບບສະບາຍ.

ແບ່ງປັນ