Breaking News

ວິທີເບິ່ງແຍງເສັ້ນຜົມຫຼັງຈາກຍືດ…!!!

ແບ່ງປັນ

ການຍືດເສັ້ນຜົມຄືການໃຊ້ສານເຄມີມາຊ່ວຍປ່ຽນໂຄງສ້າງໂປຣຕີນໃນເສັ້ນຜົມໃຫ້ຈັດຮຽງຕົວໃໝ່ຈາກທີ່ເຄີຍມີໂຄງສ້າງແບບຂົດງໍ້ໃຫ້ຢຽດຊື່ໄດ້ ແລະ ທີ່ສໍາຄັນສານເຄມີຕົວນີ້ຍັງສາມາດເຮັດໃຫ້ເສັ້ນຜົມຂອງສາວໆຢູ່ຊົງໄດ້ດົນເຖິງ 6-8 ເດືອນ ແຕ່ເສັ້ນຜົມທີ່ຖືກສານເຄມີເຂົ້າໄປກະຕຸ້ນແບບນີ້ຈະສູນເສຍຄວາມສົມດຸນຂອງໂຄງສ້າງພາຍໃນເຮັດໃຫ້ເສັ້ນທີ່ແຫ້ງ, ແຕກປາຍແບບບໍ່ເປັນທໍາມະຊາດ ດັ່ງນັ້ນການເບິ່ງແຍງເສັ້ນຜົມຫຼັງຈາກຍືດຈຶ່ງເປັນສິ່ງສໍາຄັນຫຼາຍທີ່ຈະຊ່ວຍໃຫ້ທ່ານມີເສັ້ນຜົມທີ່ຊື່ງາມມີນໍ້າໜັກ, ມີສຸຂະພາບດີ, ບໍ່ແຫ້ງພັນກັນ ສາວໆລອງມາເບິ່ງກັນເລີຍວ່າເຮັດແນວໃດ?

  • ຫ້າມຖືກນໍ້າ 3 ມື້ ຫຼັງຈາກຍືດ.

ໃນຂັ້ນຕອນການຍືດຜົມນັ້ນໄດ້ມີການໃຊ້ສານເຄມີລ໋ອກຜົມເພື່ອໃຫ້ໂຄງສ້າງຂອງຜົມຈັດລຽງຕົວເປັນເສັ້ນຊື່ ດັ່ງນັ້ນໃນພາຍໃນ 3 ມື້ທໍາອິດຫຼັງຈາກຍືດຈຶ່ງຈໍາເປັນຕ້ອງລໍຖ້າໃຫ້ສານເຄມີນັ້ນຊືມເຂົ້າພາຍໃນເສັ້ນຜົມໄດ້ຢ່າງເຕັມທີ່ສາກ່ອນ ເມື່ອກາຍກໍານົດມື້ແລ້ວຈຶ່ງສາມາດສະຜົມໄດ້ຕາມປົກກະຕິ.

  • ຫຼັງຈາກສະຜົມຕ້ອງໝັກຜົມດ້ວຍຄີມນວດ ຫຼື Treatment ທຸກເທື່ອ.

ຖ້າທຽບກັບການລ້າງໜ້າກໍ່ຄືເຮົາລ້າງໜ້າດ້ວຍໂຟມແລ້ວຕາມດ້ວຍຄີມບໍາລຸງຜິວພັນຕ່າງໆ ການສະຜົມກໍ່ຄືກັນຫຼັງຈາກສະຜົມແລ້ວຄວນໃຊ້ຄີມນວດ ຫຼື ໃຜມີ Treatment ດີໆຈັກອັນຄວນໝັກປະໄວ້ 15-30 ນາທີ.

  • ອົບອາຍນໍ້າ.

ວິທີທໍາອິດປະຢັດຫຼາຍຕົ້ມນໍ້າຮ້ອນປະໄວ້ໃຫ້ອຸ່ນນ້ອຍໜຶ່ງ ຈາກນັ້ນໃຊ້ຜ້າແພຂົນໜູຈຸ່ມນໍ້າໃຫ້ປຽກແລ້ວນໍາເອົາມາປົກຫົວປະໄວ້ 15-30 ນາທີ ແລະ ອີກວິທີໜຶ່ງຄືຊື້ເຄື່ອງອົບອາຍນໍ້າມາໃຊ້ເອງ.

  • ໃຊ້ນໍ້າມັນບໍາລຸງຜົມຕ່າງໆ Serum ຫຼື ເມັດວິຕາມິນ.

ຫຼັງຈາກສະຜົມທຸກມື້ພໍເສັ້ນຜົມເລີ່ມໝາດໆເຮົາກໍ່ໃຊ້ວິຕາມິນ, ນໍ້າມັນໝາກພ້າວ ຫຼື Sleep On ຕ່າງໆມາບໍາລຸງ.

  • ຫຼີກລ່ຽງຄວາມຮ້ອນຕ່າງໆ (ຖ້າຈໍາເປັນຄວນໃສ່ວິຕາມິນບໍາລຸງ ຫຼື ສະເປປ້ອງກັນຄວາມຮ້ອນກ່ອນທຸກເທື່ອ).

ຖ້າເຮັດໄດ້ຍາກໃຫ້ຫຼີກລ່ຽງການເຮັດຜົມດ້ວຍຄວາມຮ້ອນຕ່າງໆ ແຕ່ຖ້າຫາກໃຊ້ຄວາມຮ້ອນເລື່ອຍໆຜົມຈະຍິ່ງແຕກປາຍໄວແຫ້ງໄວ ແຕ່ມີບາງເທື່ອເຮົາກໍ່ຢາກເຮັດຜົມລອນ, ມ້ວນຜົມກໍ່ຈະໃຊ້ Serum ຫຼື ເມັດວິຕາມິນຕ່າງໆບໍາລຸງໃຫ້ເຕັມທີ່ຢ່າງນ້ອຍຖ້າຖືກຄວາມຮ້ອນຈຶ່ງຈະບໍ່ມີຜົນຕໍ່ເສັ້ນຜົມເຮົາຫຼາຍ.

  • ໃຊ້ນໍ້າເຜິ້ງໝັກຜົມ.

ເນື່ອງຈາກໃນນໍ້າເຜິ້ງມີຄວາມຫວານເຊິ່ງມີສ່ວນຊ່ວຍໃຫ້ເສັ້ນຜົມໄດ້ຮັບຄວາມຊຸ່ມຄືວ່າໄດ້ຮັບການ Treatment ຊ່ວຍບໍາລຸງເສັ້ນຜົມໃຫ້ມີນໍ້າໜັກ, ບໍ່ແຫ້ງຟູພັນກັນພຽງແຕ່ສາວໆທານໍ້າເຜິ້ງລົງເສັ້ນໃຫ້ທົ່ວ ປະໄວ້ປະມານ 15 ນາທີ ແລ້ວລ້າງອອກໃຫ້ສະອາດຈາກນັ້ນກໍ່ສະຜົມຕາມປົກກະຕິ.

400_3

ແບ່ງປັນ