Breaking News

ສາວໆທີ່ຜິວພັນແຕກເຮົາມີ 4 ວິທີຊ່ວຍ…

ແບ່ງປັນ

ສາວໆທີ່ຜິວພັນແຕກເຮົາມີ 4 ວິທີຊ່ວຍ…

ຜິວແຕກຫຼາຍບັນຫາຜິວໜັງທີ່ສ້າງຄວາມບໍ່ໝັ້ນໃຈໃຫ້ກັບສາວໆມາຫຼາຍແລ້ວ ໂດຍສະເພາະສາວໆທີ່ເຄີຍຕຸ້ຍມາກ່ອນແລ້ວກໍ່ຈ່ອຍລົງແບບໄວ ແນ່ນອນວ່າບັນຫາທີ່ຕາມມາກໍ່ຄືຊິໜີບໍ່ພົ້ນຜິວໜັງແຕກລາຍຕາມແຂນ, ຂາ, ໜ້າທ້ອງ ລວມໄປເຖິງພາກສ່ວນອື່ນໆຂອງຮ່າງກາຍ ແລະ ມື້ນີ້ ວາລະ ສານຂັວນໃຈ ໄດ້ນໍາເອົາວິທີງ່າຍໆທີ່ຊ່ວຍຫຼຸດຮອຍແຕກລາຍມາຝາກດັ່ງນີ້ໄປເບິ່ງກັນເລີຍ:

vergeturi_30295900

  1. ມັນຝຣັ່ງ.

ສິ່ງທໍາອິດນໍາເອົາມັນຝຣັ່ງສົດມາ 1 ຫົວ ຈາກນັ້ນເອົາໄປປອກເປືອກແລ້ວລ້າງນໍ້າໃຫ້ສະອາດ ຈາກນັ້ນນໍາມັນຝຣັ່ງທີ່ໄດ້ໄປບົດໃຫ້ລະອຽດແລ້ວເອົາມາທາບໍລິເວນຜິວໜັງທີ່ແຕກລາຍ ປະໄວ້ປະມານ 10 ນາທີແລ້ວລ້າງອອກດ້ວຍນໍ້າລ້າໃຫ້ສະອາດ ວິທີນີ້ໄດ້ຜົນສະເພາະຄົນທີ່ມີຜິວໜັງເລີ່ມແຕກລາຍ ແລະ ຕ້ອງອາດໄດ້ໃຊ້ເວລາໃນການເຮັດດົນພໍສົມຄວນ ແຕ່ກໍ່ເປັນວິທີທີ່ປອດໄພ ແລະ ສາມາດເຮັດໄດ້ເອງ.

51_201505021824161

  1. ນໍ້າຕານ.

ສໍາລັບວິທີໃຊ້ນໍ້າຕານຫຼຸດບັນຫາຜິວໜັງແຕກລາຍນັ້ນກໍ່ສາມາດເຮັດໄດ້ງ່າຍໆ ພຽງແຕ່ເອົານໍ້າຕານໄປປະສົມກັບນໍ້າມັນ Almonds ແລະ ນໍ້າໝາກນາວ ໂດຍປະສົມໃນອັດຕາສ່ວນທີ່ພໍດີຄືຢ່າໃຫ້ແຫຼວ ຫຼື ແຫ້ງຈົນເກີນໄປ ເມື່ອໄດ້ສະຄັບຕາມສູດຫຼຸດຜິວໜັງແຕກລາຍແລ້ວກໍ່ນໍາເອົາສ່ວນປະສົມທີ່ໄດ້ມາຂັດຄ່ອຍໆບໍລິເວນຜິວໜັງທີ່ແຕກລາຍ ພະຍາຍາມໃຫ້ໄດ້ປະມານອາທິດລະ 1-2 ເທື່ອເຮັດໄປເລື່ອຍໆຈົນກວ່າຮອຍແຕກຈະຄ່ອຍໆຈາງລົງໄປ.

51_201505021824162

  1. ນໍ້າໝາກນາວ.

ພຽງແຕ່ທ່ານໃຊ້ສໍາລີຈຸ່ມນໍ້າໝາກນາວແລ້ວນໍາມາທາບໍລິເວນທີ່ເປັນຜິວໜັງແຕກລາຍທຸກມື້ ກົດທໍາມະຊາດໃນນໍ້າໝາກນາວຈະຊ່ວຍກໍາຈັດເຊວຜິວໜັງທີ່ຕາຍແລ້ວ ແລະ ຍັງຊ່ວຍໃຫ້ບໍລິເວນຜິວໜັງທີ່ແຕກລາຍຄ່ອຍໆຈາງລົງ ສໍາລັບຄົນທີ່ໃຈຮ້ອນຢາກເຊົາໄວແນະນໍາໃຫ້ໃຊ້ຄີມທີ່ຊ່ວຍຫຼຸດຮອຍແຕກລາຍຄວບຄູ່ກັບການທາດ້ວຍນໍ້າມັນໝາກນາວຈະຊ່ວຍຫຼຸດຮອຍແຕກລາຍໄດ້ດີ ແລະ ເຫັນຜົນໄວ.

51_20150502182427

  1. ວ່ານຫາງແຂ້.

ວ່ານຫາງແຂ້ອີກໜຶ່ງສະໝຸນໄພໃກ້ຕົວທີ່ຊ່ວຍຫຼຸດຮອຍແຕກລາຍໄດ້ດີ ເນື່ອງຈາກວ່ານຫາງແຂ້ມີຄຸນສົມບັດໃນການຟື້ນຟູ ແລະ ບໍາລຸງເຊວຜິວໜັງທີ່ເສື່ອມສະພາບ ສໍາລັບວິທີເຮັດກໍ່ພຽງແຕ່ນໍາວ່ານຫາງແຂ້ມາປອກເປືອກອອກໃຫ້ໝົດ ຈາກນັ້ນກໍ່ເລືອກແຕ່ວຸ້ນຂາວໆແລ້ວນໍາມາທາລົງໄປບໍລິເວນທີ່ມີບັນຫາຜິວໜັງແຕກລາຍ ແນະນໍາວ່າຄວນເຮັດເປັນປະຈໍາທຸກເຊົ້າແລງແລ້ວຜິວໜັງທີ່ແຕກລາຍກໍ່ຈະຄ່ອຍໆຈາງລົງ.

51_201505021824272

ແບ່ງປັນ