Breaking News

ມາຮູ້ຈັກ Melania Trump ສຸພາບສະຕີໝາຍເລກ1

ແບ່ງປັນ

 

ຜ່ານໄປເປັນທີ່ຮຽບຮ້ອຍແລ້ວ ກັບການເລືອກຕັ້ງ ປະທານາທິບໍດີສະຫະລັດອາຣິກາ ໂດຍ ໂດນັລດ໌ ທຣັມປ໌ Donald Trump ໄດ້ເປັນປະທານາທິບໍດີ ຄົນທີ່ 45

ສຳລັບມື້ນີ້ ຂັວນໃຈ ຈະພາທ່ານໄປຮູ້ຈັກກັບຜູ້ຍິງທີ່ດັງທີ່ສຸດໃນໂລກເວລານີ້ ເແມ່ນ ເມລາເນຍ ທຣັມປ໌ Melania Trump ຈາກສາວນ້ອຍ ສໂລວິເນຍ ກາຍມາເປັນ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ ຈະງາມ ແລະ ເກັ່ງພຽງໃດນັ້ນ ລອງອ່ານເບິ່ງແລ້ວທ່ານຈະຮູ້…

Melania Trump, wife of presumptive Republican presidential candidate Donald Trump, addresses delegates on the first day of the Republican National Convention on July 18, 2016 at Quicken Loans Arena in Cleveland, Ohio. The Republican Party opened its national convention, kicking off a four-day political jamboree that will anoint billionaire Donald Trump as its presidential nominee. / AFP PHOTO / Robyn BECK

ເມລາເນຍ ທຣັມປ໌ Melania Trump ເກີດວັນທີ 26 ເມສາ 1970 ທີ່ເມືອງ ສໂລວິເນຍພໍ່ຂອງລາວເປັນຕົວແທນຂາຍລົດ ແລະແມ່ຂອງລາວເຮັດວຽກໃນວົງການຕັດຍິບເຄື່ອງນຸ່ງເດັກນ້ອຍ

ສາວງາມຄົນນີ້ ໄດ້ສຶກສາດ້ານການອອກແບບ ແລະ ສະຖາປັດຕະຍະກໍາທີ່ມະຫາວິທະຍາໄລ ໂລວິເນຍ ແລະ ເລີ່ມຕົ້ນໃນການເຮັດວຽກແຕ່ອາຍຸ 16 ປີ ດ້ວຍຄວາມສູງ 180 ຊັງຕິແມັດ ຈຶ່ງເຮັດໃຫ້ລາວເຂົ້າສູວົງການນາງແບບ ກ່ອນຈະໄປຈັບມີກັບເອເຈນຊີໃນເມືອງ ມິລານ ຮັບງານໃນປະເທດອີຕາລີ ຈົນມີຊື່ສຽງແລະໄປຮັບງານໃນປາຣີດ

US Republican presidential nominee Donald Trump and his wife Melania make their way to a rally at Wilmington International Airport in Wilmington, North Carolina, on November 5, 2016 / AFP PHOTO / MANDEL NGAN

ຊີວິດນາງແບບດຳເນີນໄປດ້ວຍດີ ແລະ ນໍາພາລາວໂດ່ງດັງ ໃນນະຄອນນິວຍອກ ຈົນໄດ້ມາພົບກັບ ໂດນັລດ໌ ທຣັມປ໌ Donald Trump ໃນງງານປາຕີແຟຊັ້ນວີກ ນິວຍອກ ໃນປີ 1998 ກ່ອນຈະແຕ່ງງານກັນໃນປີ 2005 ແລະກາຍເປັນ ພັນລະຍາຄົນທີ່ 3 ຂອງ ມະຫາເສດຖີອະສັງຫາລິມະຊັບຊື່ດັງຂອງສະຫະລັດອາເມຣິກາ

ການແຕ່ງງານຂອງປະທານາທິບໍດີ ຄົນທີ່ 45 ແລະ ນາງແບບຜູ້ໂດ່ງດັງ ເປັນທີ່ໜ້າສົນໃຈຂອງຫຼາຍຄົນທົ່ວໂລກ

5-13

ໃນບັນດາແຂກທັງໝົດ 350 ຄົນ ຮິລລາຣີ ຄຣິດຕັນ ກໍເປັນ 1 ໃນແຂກຄົນສຳຄັນໃນງນາແຕ່ງດອງຄັ້ງນັ້ນ

ຊຸດແຕ່ງງານຂອງ ເມລາເນຍ ມີມູນຄ່າຫຼາຍກວ່າ 100,000 ໂດລາສະຫະລັດ

ໃນປີຕໍ່ມາ 2006 ເມລາເນຍ ໄດ້ໃຫ້ກໍາເນີດລູກຊາຍຊື່ ແບຣ໌ຣອນ ວິນລຽມ ທຣັມປ໌ ລາວເຮັດໜ້າທີ່ຂອງການເປັນແມ່ທີ່ດີ ໄດ້ດີທີ່ສຸດຄື: ໄປຮັບ-ໄປສົ່ງລູກໄປໂຮງຮຽນ ແລະ ຍັງແຕ່ງອາຫານໃສ່ປິ່ນໂຕໃຫ້ລູກຮັບປະທານອາຫານສວາຍນໍາອີກ.

044722

ງາມແລ້ວ ຍັງເກັ່ງນໍາອີກ ໂດຍສະເພາະທາງດ້ານພາສາ ເມລາເນຍ ສາມາດເວົ້າໄດ້ເຖິງ 5 ພາສາຄື: ພາສາ ສໂລວິນເນຍ, ເຊີເບຍ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ

ແບ່ງປັນ