Breaking News

7 ວິທີການກິນອາຫານເພື່ອສຸຂະພາບທີ່ດີ

ແບ່ງປັນ

7  ວິທີການກິນອາຫານເພື່ອສຸຂະພາບທີ່ດີຂຶ້ນ

ໃນແຕ່ລະມື້ເຮົາຈຳເປັນຕ້ອງກິນອາຫານຫຼາກຫຼາຍ ແລະ ຍັງມີຄຳແນະນຳຫ້າມກິນນັ້ນກິນນີ້ຈົນວ່າບໍ່ຮູ້ຊິເຊື່ອໃຜດີ, ມື້ນີ້ ວາລະສານຂັວນໃຈ ກໍມີເຄັດລັບງ່າຍໆໃນການກິນໃຫ້ໄດ້ປະໂຫຍດສູງສຸດຕໍ່ສຸຂະພາບຢ່າງເຕັມທີ່ມາຝາກດັ່ງນີ້:

  • ກິນເຂົ້າເຊົ້າ: ເປັນພຶດຕິກໍາພື້ນຖານທີ່ສົ່ງຜົນຕໍ່ຈິດໃຈ ແລະ ພະລັງງານຊີວິດຂອງທ່ານຈົນໝົດມື້, ຊ່ວຍຫຼຸດລະດັບຄໍເລດເຕີຣອນ (Cholesterol) ໃນເສັ້ນເລືອດ, ຫຼຸດອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈ, ຊ່ວຍເຜົາຜານພະລັງງານໃຫ້ດີຂຶ້ນ ເຮັດໃຫ້ທ່ານກິນອາຫານມື້ອື່ນໄດ້ໜ້ອຍລົງ.
  • ປ່ຽນນ້ຳມັນທີ່ໃຊ້ປຸງອາຫານ: ຍອມຈ່າຍແພງນ້ອຍໜຶ່ງເພື່ອຊື້ນໍ້າມັນໝາກກອກ ຫຼື ນໍ້າມັນດອກຕາເວັນເພື່ອປຸງອາຫານແທນນໍ້າມັນແບບເກົ່າໆທີ່ເຄີຍໃຊ້ ເພາະເປັນໄຂມັນທີ່ບໍ່ເປັນໂທດຕໍ່ຮ່າງກາຍ ແລະ ມີກົດໄຂມັນອີ່ມຕົວທີ່ເປັນປະໂຫຍດ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ເປັນຢ່າງດີ.
  • ດື່ມນໍ້າໃຫ້ຫຼາຍຂຶ້ນ: ຄົນເຮົາຄວນດື່ມນໍ້າຢ່າງນ້ອຍມື້ລະ 2 ລິດ( ຍົກເວັ້ນຄົນທີ່ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ) ເພື່ອຫຼໍ່ລ້ຽງເຊວໃນຮ່າງກາຍ, ຟື້ນຟູລະບົບຂັບຖ່າຍ, ຮັກສາລະດັບຄວາມເຂັ້ມຂຸ້ນຂອງເລືອດ.
  • ເສີມສ້າງແຄວຊຽມໃຫ້ກັບກະດູກ: ດ້ວຍການດື່ມນົມ, ກິນປານ້ອຍທັງຕົວທັງກ້າງ, ເຕົາຮູ້ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກໃບຂຽວ ເພາະແຄວຊຽມເປັນສິ່ງຈຳເປັນທີ່ຈະເສີມສ້າງຄວາມແຂງແຮງໃຫ້ກັບກ້າມເນື້ອ ແລະ ກະດູກ ເຮັດໃຫ້ລະບົບປະສາດເຮັດວຽກໄດ້ເຕັມທີ.
  • ຈັດນໍ້າຊາໃຫ້ຕົວເອງ: ທັງຊາດໍາ, ຊາຂຽວ ລ້ວນແລ້ວແຕ່ມີຄຸນສົມບັດຕ້ານອະນຸມູນອິດສະລະ ການດື່ມຊາມື້ລະ 1-3ຈອກ ຊ່ວຍຫຼຸດອັດຕາສ່ຽງມະເຮັງກະເພາະອາຫານໄດ້ເຖິງ30%.
  • ກິນໃຫ້ຄົບທຸກສິ່ງທີ່ທຳມະຊາດມີ: ທ່ານຕ້ອງພະຍາຍາມຮັບປະທານຜັກໝາກໄມ້ຕ່າງໆໃຫ້ຫຼາຍສີເປັນຕົ້ນວ່າ ສີແດງໝາກເລັ່ນ, ສີມ່ວງໝາກຣະແຊ່ງ, ສີສົ້ມກະຣົດ ແລະ ຢ່າຍຶດຕິດຢູ່ກັບການກິນຫຍັງພຽງຢ່າງດຽວ ເພາະພືດຕ່າງສີກັນມີສານອາຫານຕ່າງຊະນິດກັນ ແລະ ຍັງເປັນການເພິ່ມສີສັນການກິນໃຫ້ກັບທ່ານອີກດ້ວຍ.
  • ປ່ຽນຕົວເອງໃຫ້ເປັນຄົນຮັກປາ: ການກິນປາຢ່າງນ້ອຍອາທິດລະເທື່ອເພາະຈະໄດ້ທັງຄວາມສະຫຼາດ ແລະ ແຂງແຮງເພາະປາມີກົດໄຂມັນໂອເມກາ 3 ແລະ ໂປຣຕີນທີ່ຊ່ວຍຄວບຄຸມການເຕັ້ນຂອງຫົວໃຈໃຫ້ເປັນປົກກະຕິ ແລະ ບຳລຸງເຊວສະໝອງ ທັງຍັງມີໄຂມັນນ້ອຍ, ກິນແຊບ, ຍ່ອຍງ່າຍເໝາະສຳລັບຄົນທີ່ຕ້ອງການຫຸ່ນງາມ.

heart-healthy-diet-eat-well-stay-healthy-700x395

ແບ່ງປັນ