Breaking News

ລະວັງ! ລູກນໍ້າ ທິດາລັດ ອອກມາໂພສເຕືຶອນຄົນທີ່ໄປຍ່າງແຄມຂອງ ເພາະນ້ອງຊາຍຖືກຕີ ຍິບໄປ 2 ເຂັມ!!!

ແບ່ງປັນ

ເປັນເຫດໃຫ້ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ອອກມາໂພສເຕືອນທຸກໆຄົນເຖິງສິ່ງທີ່ບໍ່ໜ້າເກີດຂຶ້ນກັບສະຖານທີ່ສາທາລະນະ ເປັນບ່ອນທີ່ໃຜໆກໍເຄີຍໄປ ແຄມຂອງ ນະຄອນຫຼວງວຽງຈັນ ໃນວັນທີ 17 ທັນວາ 2017 ນ້ອງຊາຍຂອງນາງໄດ້ເກີດເຫດບໍ່ຄາດຄິດ ເພາະຖືກໜຶ່ງໃນກຸ່ມໄວໝຸ່ມ ທີ່ລວມຕົວກັນຢູ່ໃນສະຖານທີ່ດັ່ງກ່າວຈຳນວນ 15-20 ຄົນ ທຳຮ້າຍຈາກການເອົາເຫຼັກຕີຈາກດ້ານຫຼັງ ຈົນເຮັດໃຫ້ໄດ້ຮັບບາດເຈັບ ຈົນເຖິງຂັ້ນຍິບທີ່ບໍລິເວນຫູເຖິງ 2 ເຂັມ.

 

ເປັນແນວໃກກໍວອນໃຫ້ເຈົ້າໜ້າທີ່ເຂົ້າໄປກຳກັບ ແລະ ເບິ່ງເລື່ອງຄວາມປອດໄພຂອງພໍ່ແມ່ປະຊາຊົນ ຫຼື ນັກທ່ອງທ່ຽວທີ່ໄປທ່ຽວຫຼິ້ນທີ່ບໍລິເວນ ແຄມຂອງ ກັນແດ່ເດີ້!!!

ທີ່ມາ: Louknum Vongsili

ແບ່ງປັນ