Breaking News

5 ເຫດຜົນທີ່ແມ່ຍິງ ຂໍຢູ່ເປັນ “ໂສດ” ໃຫ້ຜູ້ຊາຍເສຍດາຍກັນຖ້ວນໜ້າ!!!

ແບ່ງປັນ

ເຄີຍສົງໃສບໍ່ວ່າ ເອື້ອຍ ໝູ່ ຫຼື ຄົນທີ່ຮູ້ຈັກທີ່ງາມ ເກັ່ງ ໂປຟາຍເລີດ ມີຄວາມສະຫຼາດ ໄຫວພິບດີ ເປັນແມ່ຍິງຍຸກໃໝ່ ມີຄວາມປະສົບຜົນສຳເລັດໃນໜ້າທີ່ການງານ ເປັນຫຍັງສາວໆເຫຼົ່ານັ້ນຄືຍັງຄອງຕົວເປັນ “ໂສດ” ບໍ່ມີແຟນຈັກເທື່ອ? ເປັນຄຳຖາມທີ່ຄ້າງຄາໃຈໃຜຫຼາຍໆຄົນ, ດັ່ງນັ້ນຈຶ່ງມີການວິໄຈ ເຮັດບົດສະຫຼຸບ ແລະ ຄາດວ່າ 5 ຂໍ້ດັ່ງຕໍ່ໄປນີ້ແມ່ນເຫດຜົນຂອງບັນດາສາວໂສດທັງຫຼາຍ…

  1. ນາງໃຫ່ຍກວ່າທີ່ຈະ ອອກເດດເພື່ອຫາຄູ່

ແມ່ຍິງເຫຼົ່ານີ້ຈະບໍ່ເສຍເວລາ ຫຼຶ ພະລັງງານໃຫ້ກັບຜູ້ຊາຍທີ່ເບິ່ງບໍ່ເຫັນອະນາຄົດ ແຕ່ບໍ່ໄດ້ໝາຍວ່າພວກນາງບໍ່ໄດ້ສົນໃຈເລື່ອງການອອກເດດ ແຕ່ແຄ່ບໍ່ສົນໃຈການອອກເດດແບບສວຍໂອກາດ ສູ້ເອົາເວລາໄປອອກກຳລັງກາຍ ເບິ່ງແຍງໂຕເອງໃຫ້ງາມໆ ກວ່າຕ້ອງອອກເດດກັບຜູ້ຊາຍທີ່ນາງຮູ້ສຶກວ່າບໍ່ແມ່ນ ແຕ່ຖ້າມີຄົນທີ່ຮູ້ສຶກວ່າແມ່ນຜ່ານເຂົ້າມາ ນາງກໍພ້ອມໄປອອກເດດກັບຜູ້ຊາຍຄົນນັ້ນດ້ວຍຄວາມຕື່ນເຕັ້ນ

2. ນາງບໍ່ມັກເພດສຳພັນທີ່ໄຮ້ຄວາມໝາຍ

ເຖິງແມ່ນວ່າສັງຄົມສະໄໝນີ້ຈະບໍ່ຊີຣຽດກັບເລື່ອງເຊັກສ໌ ແຕ່ສຳລັບພວກນາງແລ້ວ ຈະບໍ່ມີວັນຫຼຸດຄ່າຂອງຕົວເອງໄປກ່ຽວກັບຜູ້ຊາຍທີ່ຫວັງພຽງຮ່າງກາຍ ຫຼື ມີເພດສຳພັນພຽງຂ້າມຄືນເດັດຂາດ ເພາະເຊັກສ໌ຕ້ອງເກີດຈາກຄວາມຮັກ ແລະ ເຂົ້າໃຈກັນເທົ່ານັ້ນ

3. ນາງບໍ່ໄດ້ເບິ່ງຫາໃຜເພື່ອມາເຕີມເຕັມໃຫ້ຊີວິດ

ນາງຈະບໍ່ຍອມຈຳນົນຕໍ່ອາການເຈັບປວດຂອງພາວະສິ້ນຫວັງໃນການອອກເດດ ນາງມີຄວາມງາມ ມີວຽກວຸ້ນໆທີ່ກອງເພື່ອໃຫ້ສະສາງ ແລະ ມີຄວາມສຸກກັບຊີວິດທີ່ເປັນຢູ່ ແລະ ບໍ່ຈຳເປັນຈະຕ້ອງແຕ່ງໂຕປະຫຼາດ ບໍ່ແມ່ນໂຕຂອງໂຕເອງເພື່ອໄປອອກເດດກັບຜູ້ຊາຍທີ່ບໍ່ແມ່ນເດັດຂາດ

4. ນາງເບິ່ງຄືວ່າມີພ້ອມທຸກຢ່າງ

ຂໍ້ຄວາມຕໍ່ໄປນີ້ອາດຈະເປັັນທີ່ຖົກຖຽງກັນ ແຕ່ຄວາມເປັນຈິງແລ້ວ…ຜູ້ຊາຍບໍ່ໄດ້ໂງ່ ເມື່ອພົບແມ່ຍິງທີ່ ງາມແຕ່ໂສດ ເຂົາຮູ້ວ່ານາງຄືວ່າທີ່ ພັນລະຍາ ໃນອະນາຄົດ ເພາະນາງມີຄວາມງາມເພີເຟັກ ສະຫຼາດ ມີຫນ້າທີ່ການງານທີ່ດີ ແລະ ບຸກຂະລິກທີ່ດີ ແຕ່ນັ້ນກໍອາດຈະເຮັດໃຫ້ໜຸ່ມທີ່ໄປອອກເດດນຳເກີດອາການເກັງ ຈົນເກີດຄວາມຮູ້ສຶກວິຕົກກັງວົນ ເກີນຈະຮັບມື ພວກເຂົາຈຶ່ງຕັດສິນໃຈເລີກກ່ອນທີ່ຈະເລີ່ມຕົ້ນ ແລະນີ້ກໍເປັນອີກສາເຫດໜຶ່ງທີ່ໜ້າເສຍດາຍຂອງແມ່ຍິງທີ່ງາມ ແລະ ໂປຟາຍເລີດ

5. ນາງຮູ້ວ່າຕົວເອງຕ້ອງການຫຍັງ

ສາວໂສດສຸດ Hot ເຫຼົ່ານີ້ເຄີຍອອກເດດມາແລ້ວຫຼາຍຄັ້ງໃນອະດີດ ຈົນສາມາດລະບຸສິ່ງທີ່ນາງຕ້ອງການໃນຄວາມສຳພັນໃນໄລຍະຍາວໄດ້ ນາງຈຶ່ງຮູ້ສຶກເບື່ອໜ່າຍຜູ້ຊາຍທີ່ຍັງບໍ່ເປັນໂຕຂອງໂຕເອງ ສາວໆເຫຼົ່ານີ້ຈະແນມແຕ່ຄົນທີ່ເປັນອິດສະຫຼະ ປະສົບຄວາມສຳເລັດ ແລະ ມີຄວາມສຸກຫຼາຍພໍໆກັບນາງ ດັ່ງນັ້ນ ຄົນທີ່ຈະເຂົ້າມາເປັນແຟນຂອງນາງຈຶ່ງຕ້ອງມີຄວາມເພີເຟັກໃນລະດັບໜຶ່ງ ແລະ ຫາກວ່າໄດ້ເດດກັນໄປໄລຍະໜຶ່ງຈົນຮູ້ສຶກວ່າມີບາງສິ່ງບາງຢ່າງທີ່ບໍ່ໂອເຄ ນາງກໍພ້ອມທີ່ຈະປະຕິເສດຜຸ້ຊາຍຄົນນັ້ນທັນທີ.

ທີ່ມາ: www.popsugar.com , https://women.mthai.com/love-sex/single/329120.html

ແບ່ງປັນ