Breaking News

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນທີ່ປະເທດເພື່ອນບ້ານ!!!

ແບ່ງປັນ

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວເຮົາ ໜຸ່ມ ກູ່ ແລະ ໜຸ່ມ ອ້າຍ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນເລື່ອງ “ສາບ ເຊື່ອງ ສົບ” ທີ່ປະເທດ ໄທ, ເຊິ່ງພິທິບວງສວງຮູບເງົາໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2017 ທີ່ຜ່ານມາ ແລະ ງານນີ້ສອງໜຸ່ມນັກສະແດງຈາກລາວຂອງເຮົາຍັງຈະໄດ້ສະແດງຮ່ວມກັບນັກສະແດງ ໄທ ອີກຫຼາຍທ່ານທີ່ມີຊື່ສຽງໂດ່ງດັງ ແລະ ຄວາມສາມາດອັດແໜ້ນ.

ສຳລັບ ຮູບເງົາເລື່ອງ ສາບ ເຊື່ອງ ສົບ ເປັນຮູບເງົາແນວສະທ້ອນສັງຄົມ ບວກກັບຄວາມເຊື່ອເລື່ອງເໜືອທຳມະຊາດ ໜຸ່ມ ກູ່ ຮັບບົດສະແດງ ເປັນຄຳແພງ ແລະ ໜຸ່ມອ້າຍ ຮັບບົດສະແດງ ເປັນຄຳປັ່ນ ທັງ2 ຮັບບົດເປັນນັກທ່ອງທ່ຽວໜຸ່ມລາວ ທີ່ເຂົ້າໄປທ່ອງທ່ຽວໃນໄທ ແລ້ວພົບເຈິກັບເຫດການໂລກຈິດຂ້າສົບໄປເຊືອງ (ປະໂທ້!!! ພ໋ອດເລື່ອງຍັງເປັນຕາໜ້າຕິດຕາມແລ້ວວ່າບໍ່ແຟນໆ?) ຢ່າງໃດກໍຂໍກຳລັງໃຈຈາກຄົນລາວ ຕິດຕາມຜົນງານ ແລະ ໃຫ້ກຳລັງໃຈນັກສະແດງຈາກລາວເຮົາແດ່ເດີ້!!!

 

ທີ່ມາ: Tonkham modeling

ແບ່ງປັນ