Breaking News

ດີເກີນໄປກໍບໍ່ດີ!!! 8 ເລື່ອງທີ່ບົ່ງບອກວ່າ ເຈົ້າເປັນຄົນດີເກີນໄປ

ແບ່ງປັນ

ດີເກີນໄປກໍບໍ່ດີ!!! 8 ເລື່ອງທີ່ບົ່ງບອກວ່າ ເຈົ້າເປັນຄົນດີເກີນໄປ

ຟັງຫົວຂໍ້ແລ້ວອາດຈະຟັງແປກໆເນາະສາວໆ ແຕ່ການທີ່ເປັນຄົນດີເກີນໄປ ຜົນຕອບຮັບມັນກໍບໍ່ໄດ້ດີຄືທີ່ເຮົາຄິດໄວ້ສະເໝີໄປ ການກະທໍາບາງຢ່າງອາດຈະເຮັດໃຫ້ເຈົ້າເປັນທຸກໂດຍບໍ່ຮູ້ຕົວ!!!​ ແລະນີ້ຄື 8 ເລື່ອງທີ່ບົ່ງບອກວ່າເຈົ້າເປັນຄົນດີເກີນໄປ…

  1. ເຈົ້າຂໍໂທດໄວ ຫຼາຍໆໆໆ

ເຈົ້າ!!! ຮັບຜິດທຸກຢ່າງ ແມ່ນແຕ່ຄໍາຫຍາບຄາຍ ແລະຄວາມຜິດຂອງຄົນອື່ນ ເຖິງວ່າການກະທໍານັ້ນເຈົ້າບໍ່ໄດ້ເປັນຄົນຜິດກໍຕາມື ແຕ່ເຈົ້າຈະແຄຄວາມຮູ້ສຶກຂອງອີກຝ່າຍຫຼາຍ ຈົນຍອມຮັບຜິດທຸກຢ່າງເອງ

  1. ເຈົ້າ! ອ່ອນໄຫວກັບຄວາມຮູ້ສຶກຂອງຄົນອື່ນ ຫຼາຍເກີນໄປ

ຄົນເອີ້ນຊື່ເຈົ້າຜິດ ຫຼືເສີບອາຫານຜິດເມນູ ເຈົ້າຈະບໍ່ແກ້ໄຂ ຫຼືຂໍປ່ຽນຈານ ເພາະຢ້ານວ່າຈະທໍາຮ້າຍຄວາມຮູ້ສຶກພວກເຂົາ ອັນນີ້ກໍດີເກີນໄປເດີ້ສາວໆ

  1. ເຈົ້າ! ສົນແຕ່ວ່າຄົນອື່ນຈະມີຄວາມສຸກ ຫຼືບໍ່?

ເຈົ້າຍອມທີ່ຈະກົ້ມລ້າງຈານໃນເຮືອນຄົວທັ້ງທີ່ເປັນງານ Party ຂອງຕົວເອງ ຫຼືບໍ່ກະແລ່ນເສີບນໍ້າ ເສີບອາຫານໃຫ້ແຂກຢ່າງວຸ່ນວາຍຈົນຕົວເອງບໍ່ໄດ້ມີເວລາມ່ວນເລີຍ ນັ້ນຄືເຮົາສົນໃຈແຕ່ວ່າຄົນອື່ນຈະມີຄວາມສຸກ ຫຼືບໍ່ ຈົນລືມຖາມຕົວເອງວ່າເຈົ້າມີຄວາມສຸກ ຫຼືບໍ່?

  1. ເຈົ້າ! ຫຼົງເຊື່ອພວກ “ຕໍແຫຼ” ງ່າຍໆ

ເຈົ້າ! ເຫັນຄວາມດີຂອງຄົນອື່ນງ່າຍ ແຕ່ບໍ່ເຄີຍເຫັນຄວາມຊົ່ວໃນຕົວເຂົາເລີຍ ໃຫ້ມາບີບນໍ້າຕາໃຫ້ເຫັນໜ້ອຍໜຶ່ງກໍເຊື່ອເຂົາໄປໝົດແລ້ວ

  1. ບໍ່ມີໃຜຜິດໃນສາຍຕາເຈົ້າ

ເຈົ້າ! ຈະສົ່ງເງິນທີ່ແມ່ຄ້າທອນເຫຼືອມາໃຫ້ ກ້າລົບກວນຄົນອື່ນຊ່ວຍເລື່ອງທີ່ຈໍາເປັນ ແຕ່ຈະໃຫ້ຊ່ວຍພຽງຄັ້ງດຽວເທົ່ານັ້ນ ເພາະຢ້ານວ່າຈະເປັນການລົບກວນເຂົາເກີນໄປ!

  1. ຢ້ານຄົນອື່ນບໍ່ພໍໃຈ

ເຈົ້າ! ຊ່ວຍເຫຼືອຄົນອື່ນຈົນຕິດເປັນນິໄສໄປແລ້ວ ກາຍເປັນວ່າຖ້າມື້ໃດບໍ່ຊ່ວຍ ຫຼືຊ່ວຍບໍ່ດີພໍ ກໍຈະເຮັດໃຫ້ຮູ້ສຶກຄືຄົນອື່ນຕ້ອງເບິ່ງເຈົ້າບໍ່ດີແບບນັ້ນແບບນີ້

  1. ເຈົ້າ! ດີກັບຄົນອື່ນຍົກເວັ້ນຕົວເອງ

ເຈົ້າ! ດີກັບທຸກຄົນໄປໝົດ ເວັ້ນແຕ່ຕົວເອງ ຍອມຄົນອື່ນ ເຮັດໃຫ້ຄົນອື່ນດ້ວຍຄວາມເຕັມໃຈ ແຕ່ພັດລືມໃຫ້ເວລາກັບຕົວເອງ ບໍ່ໄດ້ໃຫ້ຄວາມສຸກກັບຕົວເອງ ຫຼືໃຫ້ຄວາມສໍາຄັນກັບຊີວິດຕົວເອງ

  1. ບໍ່ຄ່ອຍຂໍຄວາມຊ່ວຍເຫຼືອ

ເຈົ້າ! ຮູ້ສຶກບໍ່ສະບາຍໃຈທຸກຄັ້ງທີ່ຕ້ອງຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ເພາະຄິດວ່າຈະເປັນພາລະໃຫ້ຄົນອື່ນ ເຖິງຄົນອື່ນຈະຍິນດີກໍຕາມ…

ແບ່ງປັນ