Breaking News

ເຜີຍພາບສຸດຫວານ! ເຈົ້າຊາຍ ແຮລີ່&ເມແກຼນ ເນື່ອງໃນໂອກາດໝັ້ນໝາຍຢ່າງເປັນທາງການ

ແບ່ງປັນ

ສຳນັກງານພະລາດຊະວົງຂອງອັງກິດ ເປີດເຜີຍພາບວິວາສຸດຫວານ ເນື່ອງໃນໂອກາດທີ່ ເຈົ້າຊາຍ ແຮລີ່ ແລະ ເມແກຼນ ມາຣເຄີ ໄດ້ໝັ້ນໝາຍກັນຢ່າງເປັນທາງການ ນັບເປັນພາບທີ່ສຸດປະທັບໃຈ ແລະ ເຕັມໄປດ້ວຍຄວາມຮັກ

ວັນທີ 21 ທັນວາ 2017 ເວັບໄຊ້ເດິກາຣດ້ຽນ ໄດ້ລາຍງານ ສຳນັກພະລາດຊະວົງ ເຄນຊິງຕັນ ໄດ້ເປີດເຜີຍຮູບພາບໝັ້ນຢ່າງເປັນທາງການຂອງ ເຈົ້າຊາຍ ແຮລີ່ ແຫ່ງເວວ ລັດຊະທາຍາດລຳດັບທີ 5 ຂອງລາດຊະວົງອັງກິດ ແລະ ເມແກຼນ ມາຣເຄີ ພະຄູ່ໝັ້ນ ໂດຍຮູບພາບຊຸດນີ້ຖ່າຍໂດຍ ອະເລັກຊີ່ ລູໂບມຽນສະກີ້ (Alexi Lubomirski) ຊ່າງພາບຊື່ດັງຜູ້ມີຜົນງານຖ່າຍພາບແຟຼຊັ່ນລະດັບສູງ ລວມທັງການຖ່າຍພາບຄົນດັງມາແລ້ວຢ່າງຫຼວງຫຼາຍ

ຮູບພາບທີ່ທາງພະລາດຊະວົງໄດ້ເປີດເຜີຍມານີ້ ມີທັງໝົດ 3 ຮູບພາບ ໂດຍຮູບພາບຊຸດນີ້ຖ່າຍທີ່ບໍລິເວນປາສາດຟ໋ອກມໍຣ ພາຍໃນພະລາດຊະວັງວິນເຊີ ປະເທດ ອັງກິດ ແຕ່ລະຮູບພາບເຜີຍໃຫ້ເຫັນຄວາມຫວານຊື່ນລະຫວ່າງເຈົ້າຊາຍ ແຮລີ່ ແລະ ເມແກຼນ ພະຄູ່ໝັ້ນ ໂດຍທັງສອງຈັບມືກັນ ແລະ ຍິ້ມຢ່າງເບີກບານໃນທຸກໆພາບ

ສຳລັບ ເມແກຼນ ມາຣເຄີ ວ່າທີ່ເຈົ້າສາວ ຂອງ ເຈົ້າຊາຍ ແຮ່ລີ່ ນັ້ນນາງໄດ້ເລີ່ມປະກົດຕົວຕາມງານສຳຄັນຕ່າງໆ ຂອງທາງລາດຊະວົງແລ້ວ ໂດຍຫຼ້າສຸດໄດ້ຮ່ວມຮັບປະທານອາຫານເພື່ອຕ້ອນຮັບວັນ ຄຣິດມາດ ທີ່ພະລາດຊະວັງບັກກິງແຮມ ກັບສະມາຊິກລາດຊະວົງລະດັບສູງ ແລະ ໃນວັນ ຄຣິດມາດ ນີ້ ນາງຈະມີໂອກາດໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ກັບສົມເດັດພຣະລາຊິນີ ອະຣິດສະເບັດທີ 2 ແລະ ສະມາຊິກພະລາດຊະວົງຄົນອື່ນໆ ທີ່ ພະລາດຊະວັງແຊນດຣິງແຮມ

ສ່ວນພິທີອະພິເສກສົມຣົດ ລະຫວ່າງ ເຈົ້າຊາຍ ແຮລີ່ ແລະ ເມແກຼນ ຈະຈັດຂຶ້ນທີ່ໂບດ ເຊນສ໌ຈອນ ໃນພະລາດຊະວັງວິນເຊີ ໃນວັນເສົາ ວັນທີ 19 ພຶດສະພາ 2018.
ທີ່ມາ: AFP PHOTO / ALEXI LUBOMIRSKI , https://hilight.kapook.com/view/165551

ແບ່ງປັນ