Breaking News

12 ນິໄສຂອງໝູ່ທີ່ບໍ່ຄວນຄົບ!!! ເລີກກ່ອນຈະຖືກຫັກຫຼັງ!!!

ແບ່ງປັນ

12 ນິໄສຂອງໝູ່ທີ່ບໍ່ຄວນຄົບ!!! ເລີກກ່ອນຈະຖືກແທງທາງຫຼັງ!!!

ໝູ່ ເປັນຄວາມສໍາພັນທີ່ມະຫັດສະຈັນ ເພາະຕ່າງຄົນຕ່າງມາຈາກຄົນລງ!ະຄອບຄົວ ແລະບໍ່ໄດ້ກ່ຽວພັນກັນທາງສາຍເລືອດເລີຍ ແຕ່ພັດມາຄົບກັນ ມາຮັກກັນ ການມີໝູ່ທີ່ດີຈຶ່ງປຽບດັ່ງການມີສົມບັດອັນລໍ້າຄ່າ ແຕ່ຖ້າເຈົ້າກໍາລັງຮູ້ສຶກອຶດອັດກັບການຄົບໝູ່ຈັກຄົນຢູ່ ເຈົ້າອາດຈະຕ້ອງລອງທົບທວນອີກຄັ້ງວ່າ ຄົນໆນັ້ນເຈົ້າສາມາດເອີ້ນວ່າໝູ່ໄດ້ ຫຼືບໍ່? ເພາະມື້ນີ້ Kuanjai ຈະມາບອກໃຫ້ຮູ້ຈັກກັບ 12 ລັກສະນະຂອງໝູ່ທີ່ບໍ່ຄວນຄົບມາໃຫ້ເຊັກກັນ! ຟ້າວໄປເຊັກໝູ່ຕົວເອງດ່ວນຈ່າ!!!

  1. ໝູ່ມັກຈົ່ມຂວັນ

ໝູ່ທີ່ເຫັນໜ້າກັນຍາມໃດກໍເວົ້າແຕ່ເລື່ອງຂອງຄົນອື່ນໃຫ້ຟັງທຸກເທື່ອ ຍິ່ງເລື່ອງເສຍໆຫາຍໆ ຍິ່ງຈະເວົ້າເປັນພິເສດ ໝູ່ແບບນີ້ຄ້ອນຂ້າງເປັນຕາຢ້ານໃດ໋ ເພາະນອກຈາກຈະເຮັດໃຫ້ເຈົ້າເສຍສຸຂະພາບຈິດທີ່ຕ້ອງມານັ່ງຟັງເລື່ອງບໍ່ດີຂອງໃຜກໍບໍ່ຮູ້ຢູ່ໝົດມື້ ແລ້ວຍັງຄາດເດົາບໍ່ໄດ້ອີກວ່າ ໝູ່ຄົນນີ້ຈະເອົາເລື່ອງຂອງເຈົ້າໄປເວົ້າໃຫ້ໃຜຟັງອີກມື້ໃດ…

  1. ຢືມເງິນແລ້ວບໍ່ໃຊ້ຄືນ

ເມື່ອເດືອດຮ້ອນມາຂໍຢືມເງິນ ແຕ່ຫຼັງຈາກນັ້ນກໍເຮັດທໍາທ່າເປັນບໍ່ມີຫຍັງເກີດຂຶ້ນ ເຖິງຈະເປັນເງິນເລັກໆນ້ອຍໆກໍຕາມ ບາງຄົນຖືກຕະຫຼອດກໍຍິ້ມບໍ່ອອກຄືກັນເດີ່! ເພາະນອກຈາກຕົວເຮົາຈະເດືອດຮ້ອນແລ້ວຍັງເສຍຄວາມຮູ້ສຶກນໍາອີກ ເພາະການທີ່ເຮົາໃຫ້ໃຜຈັກຄົນໜຶ່ງຢືມເງິນເຮົາໃຫ້ດ້ວຍຄວາມໄວ້ໃຈທັງນັ້ນ

  1. ສະໜັບສະໜູນໃຫ້ເຮົາເຮັດສິ່ງບໍ່ດີ

ໝູ່ທີ່ດີຈະຕ້ອງຄອຍເຕືອນເມື່ອເຮົາເຮັດຜິດ ບໍ່ແມ່ນອີ່ຫຍັງກໍໄດ້ໝົດບໍ່ພໍຍັງຍຸແຍ່ໃຫ້ເຮົາເຮັດແນວບໍ່ດີເຊັ່ນ: ໝູ່ລົມຄົນທີ່ມີຄອບຄົວຢູ່ແລ້ວກໍສະໜັບສະໜູນໃຫ້ຍາດມາເລີຍ ຫຼືບອກວ່າດ້າມເທື່ອສອງເທື່ອບໍ່ເປັນຫຍັງດອກ! ໝູ່ແບບນີ້ຖ້າຄົບໄປດົນໆກໍຈະພາເຮົາເຮັດແຕ່ສິ່ງບໍ່ດີນັ້ນເອງ

  1. ເກັບຄວາມລັບບໍ່ຢູ່

ຄວາມໄວ້ໃຈເປັນສິ່ງສໍາຄັນ ເມື່ອເຮົາມອບໃຫ້ໃຜແລ້ວສະແດງວ່າຄົນໆນັ້ນມີຄວາມສໍາຄັນກັບເຮົາຫຼາຍ ຖ້າໝູ່ຂອງເຈົ້າມັກເອົາຄວາມລັບທີ່ເຈົ້າອຸດສາເລົ່າໃຫ້ຟັງໄປເວົ້າໃຫ້ຄົນອື່ນຟັງຕໍ່ ນີ້ຖືເປັນການທໍາລາຍຄວາມເຊື່ອໃຈທີ່ເຈົ້າມອບໃຫ້ ດັ່ງນັ້ນ ຖ້າມີໝູ່ທີ່ເກັບຄວາມລັບບໍ່ຢູ່ແບບນີ້ກໍຄວນຢູ່ຫ່າງໆໄວ້ຈະດີກວ່າ

  1. ມັກວະຈານທຸກໆຢ່າງໃນຕົວເຈົ້າ

ໝູ່ແບບນີ້ຈະມີພະລັງງານລົບໃນຕົວຄ້ອນຂ້າງສູງຫຼາຍ ເພາະເຫັນຫຍັງໃນຕົວເຈົ້າກໍມີຂໍ້ຕິຕະຫຼອດ ສິ່ງດີໆບໍ່ເຄີຍເບິ່ງເຫັນ ເຫັນແຕ່ສິ່ງບໍ່ດີ ວິຈານຕັ້ງແຕ່ຮູບຮ່າງໜ້າຕາ ການແຕ່ງຕົວ ລາມໄປເຖິງຄອບຄົວຂອງເຈົ້ານໍາ ບໍ່ວ່າຈະເຮັດຫຍັງກໍຜິດໃນສາຍຕາໄປໝົດ ແລ້ວຈະເອົາໝູ່ແບບນີ້ໄວ້ເຮັດຫຍັງແມ່ນບໍ່ລະ!

  1. ມັກຂໍຄວາມຊ່ວຍເຫຼືອຕະຫຼອດ ແຕ່ເມື່ອເຈົ້າໄປຂໍຄວາມຊ່ວຍເຫຼືອພັດຫາຍໄປເລີຍ

ພໍເລີກກັບແຟນກໍຟ້າວມາຮ້ອງໄຫ້ ໝາຕາຍ ເຮືອນມີບັນຫາ ເງິນບໍ່ພໍໃຊ້ ຕ່າງໆ ສາລະພັດເລື່ອງລາວທຸກຮ້ອນທີ່ນໍາມາໃຫ້ເຈົ້າຊ່ວຍແກ້ໄຂ ແຕ່ພໍສຸກສະບາຍກໍຫາຍເຂົ້າກີບເມກ ແຖມພໍເຮົາທຸກຂໍຄວາມຊ່ວຍເຫຼືອ ພັດມິດຫາຍຄືບໍ່ຮູ້ຈັກກັນ ແບບນີ້ຢ່າມີໄວ້ເລີຍ

  1. ໝູ່ຂີ້ອິດສາ

ໝູ່ທີ່ເຫັນເຮົາໄດ້ດີແລ້ວຈິດໃຈຮຸ່ນຮ້ອນລຸກເປັນໄຟ ຮູ້ສຶກບໍ່ດີໃຈ ແລະບໍ່ຍິນດີໄປກັບເຮົາ ຢ້ານເຮົາຈະໄດ້ດີກວ່າຕະຫຼອດເວລາ ໝູ່ແບບນີ້ເບິ່ງເປັນຕາຢ້ານໃດ໋ ເພາະຄືລາວຈະຢາກເຫັນຊີວິດເຈົ້າຈົມດິນໄປເລີຍ ບໍ່ຢາກເຫັນເຈົ້າພົບສິ່ງດີໆ ແບບນີ້ຄົງບໍ່ເອີ້ນວ່າໝູ່ດອກ

  1. ໝູ່ຈອມຂີ້ຕົວະ

ໝູ່ທີ່ມັກເວົ້າແຕ່ເລື່ອງຕົວະຕະຫຼອດ ຕົວະນັ້ນ ຕົວະນີ້ ເລື່ອງເລັກໆນ້ອຍໆ ຄືພະຍາຍາມສ້າງອີກຕົວຕົນໜຶ່ງມາຕົວະເຮົາ ເຊິ່ງການເປັນໝູ່ກັນກໍຕ້ອງຈິງໃຈຕໍ່ກັນ ຫາກມັນເລີ່ມຕົ້ນດ້ວຍຄວາມຕົວະ ຄວາມສໍາພັນນັ້ນກໍຄົງຈະບໍ່ດີແນ່ນອນ ເພາະເຮົາສາມາດແຍກອອກໄດ້ວ່າອັນໃດແທ້ອັນໃດຕົວະ ໝູ່ແບບນີ້ເຮັດໃຫ້ເຈັບຫົວ ບ໊າຍບ່າຍດີກວ່າ!!

  1. ໝູ່ຈອມວຸ້ນວາຍ

ໝູ່ທີ່ຍຸ້ງກັບເລື່ອງຂອງເຮົາທຸກເລື່ອງ ທັງເລື່ອງທົ່ວໄປຈົນຮອດເລື່ອງສ່ວນຕົວ ບໍ່ເວັ້ນແມ່ນແຕ່ພື້ນທີ່ຫາຍໃຈ ເກາະໜີບ ແລະຕັດສິນໃຈໃຫ້ເຮົາທຸກເລື່ອງ ບໍ່ເຄີຍເຄົາລົບການຕັດສິນໃຈຂອງເຮົາ ຄ້າຍກັບວ່າຈະມາໃຊ້ຊີວິດແທນເຮົາແບບໃດແບບນັ້ນ? ແບບນີ້ກໍບໍ່ໄຫວເດີ່ສາວໆ

  1. ໝູ່ທີ່ຈ້ອງຈະຍາດແຟນ

ໝູ່ແບບນີ້ອັນຕະລາຍແຕ່ອາດຈະສັງເກດໄດ້ຍາກແດ່ ຄືກັບວ່າເມື່ອເຮົາຄົບໃຜກໍມັກຈະຫວ່ານສະເໜ່ໃສ່ແຟນເຮົາທຸກຄັ້ງເລີຍ ແລະພະຍາຍາມຈະເຮັດໃຫ້ແຟນເຮົາມັກໃຫ້ໄດ້ ບໍ່ວ່າຈະດ້ວຍມັກແທ້ໆ ຫຼືພຽງແຕ່ຫວ່ານສະເໜ່ກໍຕາມ ດັ່ງນັ້ນ ຖ້າບໍ່ຢາກໃຫ້ຊີວິດຮັກລົ້ມເຫຼວກໍເລີກຄົບກັບໝູ່ແບບນີ້ດີກວ່າ

  1. ໝູ່ທີ່ມັກຄິດວ່າເຂົາເໜືອກວ່າເຈົ້າຕະຫຼອດເວລາ

ໝູ່ທີ່ມີຄວາມໝັ້ນໃຈສູງງງ ຈົນເຮັດໃຫ້ກະທົບເຈົ້າໄປນໍາ ເພາະຄິດວ່າເຈົ້າດ້ອຍກວ່າຢູ່ຕະຫຼອດເວລາ ມັກເວົ້າຈາດູຖູກ ຖາກຖາງເຈົ້າ ແລ້ວມາຍົກຍ້ອງຕົວເອງອີກ ແບບນີ້ນອກຈາກຈະເປັນຕາຊັງແລ້ວ ຍັງເສຍສຸຂະພາບຈິດທີ່ຕ້ອງມາຟັງຄົນດູຖູກເຈົ້າຕະຫຼອດເວລານໍາອີກ ເລີກຄົບດີກວ່າ

  1. ໝູ່ທີ່ມັກເວົ້າຈາທໍາຮ້າຍຈິດໃຈ

ການເວົ້າຕົງໆໃນຄວາມສໍາພັນແບບໝູ່ເປັນເລື່ອງທີ່ດີ ແຕ່ຕ້ອງແຍກລະຫວ່າງການເວົ້າຕົງ ກັບການເວົ້າທໍາຮ້າຍຈິດໃຈ ການເວົ້າຕົງບໍ່ແມ່ນການດູຖູກຖາກຖາງ ຫຼືຊໍ້າເຕີມ ຫາກມີໝູ່ທີ່ຄອຍແຕ່ຈະເວົ້າຈາທໍາຮ້າຍຈິດໃຈເຮົາຕະຫຼອດເວລາ ເວົ້າແຕ່ເລື່ອງບໍ່ດີ ຄໍາເວົ້າບໍ່ດີໃສ່ ກໍເລີກຄົບເທາະ!!!

By: BeautyGuru

ແບ່ງປັນ