Breaking News

ບັງເອີນໆ! ຢ່າຢ່າ-ນະເດດ ໂມເມັ້ນແບບດຽວກັນເປະໆ ກັບທິບທ່ອງທ່ຽວຂອງສອງຊຸບຕາ (ແຟນຄລັບງານນີ້ມີຈິກໝອນ)

ແບ່ງປັນ

ອ໊າຍຍ!!! ເອີ້ນໄດ້ວ່າຫ່າງພຽງກາຍແຕ່ຫົວໃຈຍັງໃກ້ກັນດັ່ງເກົ່າ ສຳລັບຄູ່ອ້າຍນ້ອງຄົນສະນິດ ຢ່າຢ່າ ອຸຣັດສະຍາ ແລະ ນະເດດ ຄຸກິມິຍະ 2 ຊຸບຕາຄົນດັງຂອງປະເທດເພື່ອນບ້ານ ເຖິງແມ່ນວ່າຊ່ວງປີໃໝ່ຈະບໍ່ໄດ້ຈັດທິບທ່ອງທ່ຽວດ້ວຍກັນ 2 ຄອບຄົວ ເພາະທາງ ສາວ ຢ່າຢ່າ ກໍໄດ້ເດີນທາງມາ ແຂວງ ຫຼວງພະບາງ ປະເທດລາວເຮົາ ຕັ້ງແຕ່ວັນທີ 25 ທັນວາ 2017 ທີ່ຜ່ານມາ ເພື່ອພາຄອບຄົວມາທ່ຽວພັກຜ່ອນໃນຊ່ວງວັນພັກທ້າຍປີ ແລະ ສ່ວນ ນະເດດ ກໍພາພໍ່ແລະ ແມ່ກັບບ້ານເກີດທີ່ຂອນແກ່ນເພື່ອໄປສະຫຼອງໃນເທສະການວັນ ຄຣິດມາດ ກ່ອນທີ່ຈະເດີນທາງໄປທ່ຽວຮີມຝັ່ງຂອງທີ່ ຊຽງຄານ ຈັງຫວັດ ເລີຍ (ປະເທດໄທ), ແຕ່ໆຂາເມົ້າ ແລະ ບັນດາແຟນຄລັບກໍມີເລື່ອງໃຫ້ ເມົ້າ ແລະ ລຸ້ນຈິກໝອນຂາດໄປຕາມໆກັນ ເພາະບໍ່ຮູ້ວ່າເປັນເລື່ອງບັງເອີນ ຫຼື ຕັ້ງໃຈນໍ້? ເພາະຮູບພາບທີ່ 2 ຊຸບຕາໂພສໃນ ອິນສະຕາແກຼມ ດັນອອກມາຄ້າຍໆກັນ ປານກັບວ່ານັດກັນພຸ້ນໄດ໋… ເດະໆ ຈະວ່າໄປທັງສອງກໍຫ່າງກັນພຽງນໍ້າຂອງຂັ້ນ ຈະລອງຂ້າມຟາກໄປທ່ຽວພ້ອມໆກັນກໍໄດ້ໄດ໋ ຢ່າຢ່າ-ນະເດດ (ອິອິ)

ຢ່າຢ່າ ເຮັດໃສ່ບາດເຮັດບຸນທີ່ ຫຼວງພະບາງ 

ນະເດດ ໃສ່ບາດເຮັດບຸນທີ່ ຊຽງຄານ

ຢ່າຢ່າ ເຮັດບຸນພ້ອມຄອບຄົວທີ່ ຫຼວງພະບາງ

ນະເດດ ເຮັດບຸນພ້ອມຄອບຄົວທີ່ ຊຽງຄານ

ຢ່າຢ່າ ມາແບບເຜີໆ

ນະເດດ ມາແບບເຜີໆຄືກັນ

ນະເດດ ລ່ອງເຮືອ

ຢ່າຢ່າ ລ່ອງເຮືອ

ຮູບພາບ: IG: @urassayas, keaw_jung

ຂໍ້ມູນບາງສ່ວນ:http://gossipstar.mthai.com/gossip-content/66273?utm_source=Social&utm_medium=putsacha&utm_campaign=Social_team

ແບ່ງປັນ