Breaking News

(ເອົາຜົວຜິດຄິດຮອດມື້ປະກໍພໍ) ເປີດເຜີຍຊີວິດຈິງຂອງ Poupée ແມ່ລ້ຽງດ່ຽວສາຍ Barista!!!

ແບ່ງປັນ

 

ຫຼັງຈາກທີ່ສະເໜີເລື່ອງລາວຊີວິດຈິງຂອງແມ່ລ້ຽງດ່ຽວສຸດແນວ ຕຸ່ງຕິ່ງ ແສງສະຖຽນ ແລະລູກຊາຍ ເຄເຄ ເປັນແມ່ລ້ຽງດ່ຽວສາຍ Art ເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຕິດຕາມເລື່ອງລາວຂອງ “Single Mom Stories” ເປັນຈຳນວນຫຼວງຫຼາຍ, ດັ່ງນັ້ນຕາມສັນຍາໃນມື້ນີ້ ຂວັນໃຈ ເຮົາກໍໄດ້ນຳເລື່ອງລາວຂອງແມ່ລ້ຽງດ່ຽວອີກໜຶ່ງທ່ານມາໃຫ້ທຸກໆຄົນໄດ້ເບິ່ງ ໄດ້ອ່ານເພື່ອເປັນກຳລັງໃຈ ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ມາໆ… ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ເຈົ້າຄົນດຽວທີ່ກຳລັງພົບເຈິບັນຫາຢູ່ ເຮົາຂໍສະເໜີເລື່ອງລາວຂອງ Barista ສາວ ເຈົ້າຂອງຮ້ານ Begonia Café ນາງຊື່ວ່າ ປູເປ້ ສຸພຣະພອນ ແມ່ຂອງ ນ້ອງ ວິວຽນ (Vivienne) ອາຍຸ 7 ປີ, Barista ສາວ ເຈົ້າຂອງຮ້ານ Begonia Café ທີ່ແຊບສຸດໆ ທັງກາເຟ ແລະເຄັກ ບໍ່ເຊື່ອຕ້ອງໄປລອງເອງເດີ້.

ການຢ່າຮ້າງບໍ່ແມ່ນເລື່ອງໃໝ່ໃນສັງຄົມລາວ

ແມ່ນຢູ່ວ່າສັງຄົມເຮົາມັກຈະໃຫ້ຄຸນຄ່າກັບສະຖາບັນຄອບຄົວ ວ່າຍິ່ງໃຫຍ່ກວ່າສິ່ງອື່ນໃດ ແຕ່ຄວາມເປັນຈິງກໍຄື ເມື່ອຄົນສອງຄົນທີ່ແຕກຕ່າງກັນ ມາຢູ່ນຳຮ່ວມກັນ ແລ້ວນິດໄສບໍ່ເຂົ້າກັນ ມີແຕ່ຜິດຖຽງກັນ ບໍ່ມີຄວາມສຸກ ເຮົາກໍຄວນແຍກທາງກັນ ເພາະ ປູເປ້ ຄິດວ່າ ການເປັນແມ່ຮ້າງນາງໝ້າຍ ມັນກໍເປັນມາແຕ່ສະໄໝປູ່ຍ່າເຮົາພຸ້ນແລ້ວ ແຕ່ສັງຄົມບໍ່ສາມາດຮັບໄດ້ຊື່ໆ ຈຶ່ງມີຄຳເວົ້າທີ່ວ່າ “ເອົາຜົວຜິດຄິດຮອດມື້ຕາຍ” ແຕ່ດຽວນີ້ບໍ່ແມ່ນແບບນັ້ນແລ້ວ “ເອົາຜົວຜິດຄິດຮອດມື້ປະ” ກໍພໍ ເພື່ອໃຫ້ຕ່າງຄົນຕ່າງໄດ້ມີຊີວິດໃໝ່ ແຕ່ສໍາຄັນທີ່ສຸດແມ່ນ ເມື່ອເຮົາມີລູກ ແນ່ນອນລູກທີ່ຍັງນ້ອຍຕ້ອງໄດ້ຢູ່ກັບແມ່ ແມ່ຍິງເຮົາຈຶ່ງຕ້ອງໄດ້ວາງແຜນອະນາຄົດ ວາງແຜນເຮັດແນວໃດຈຶ່ງຈະລ້ຽງລູກໃຫ້ດີທີ່ສຸດ

ລູກບໍ່ຄວນເຕີບໃຫຍ່ຂຶ້ນ ໃນສະຖານະການຂັດແຍ່ງຂອງພໍ່ແມ່

       ໃນຄວາມຄິດຂອງ ປູເປ້ ຄອບຄົວທີ່ສຸກສັນ ອົບອຸ່ນ ພໍ່ແມ່ຮັກແພງກັນ ແນ່ນອນວ່າມັນຄືສະຫວັນຂອງລູກໆ ແຕ່ຫາກຄອບຄົວໃດທີ່ ພໍ່ແມ່ນິດໄສບໍ່ເຂົ້າກັນ ຢູ່ນຳກັນບໍ່ໄດ້ ຜິດຖຽງກັນໃຫ້ລູກເຫັນເລື້ອຍໆ ຢາກເອົາຊະນະກັນ ເຖິງຂັ້ນບັງຄັບໃຫ້ລູກເລືອກຂ້າງ ຢູ່ນຳກັນຍ້ອນທະບຽນແຕ່ງງານໃບດຽວ ໂດຍອ້າງວ່າຢູ່ເພື່ອລູກນັ້ນ ມັນບໍ່ຖືກຕ້ອງ ເພາະມັນເຮັດໃຫ້ລູກຕົກຢູ່ໃນສະຖານະການຂັດແຍ່ງ ເຫັນພໍ່ແມ່ປະທະກັນ ຕ້ອງຮອງຮັບອາລົມຂອງພໍ່ແມ່ ເຊິ່ງກະທົບຕໍ່ຈິດໃຈເດັກຢ່າງຮ້າຍແຮງ ເພາະພໍ່ແມ່ທີ່ບໍ່ມີຄວາມສຸກ ກໍບໍ່ສາມາດເຮັດໃຫ້ລູກມີຄວາມສຸກໄດ້ເຊັ່ນກັນ ສະນັ້ນ ການເຮັດເພື່ອລູກທີ່ແທ້ຈິງ ແມ່ນຕ້ອງພາລູກອອກຈາກສະຖານະການດັ່ງກ່າວ ໃຫ້ລູກໄດ້ເຕີບໃຫຍ່ຂຶ້ນມາ ໃນສະພາບແວດລ້ອມທີ່ດີ ລູກຈຶ່ງມີຄວາມສຸກຢ່າງແທ້ຈິງ ປູເປ້ ຈຶ່ງພາ ວິວຽນ ທີ່ຫາກໍໄດ້ 2 ເດືອນປາຍ ຍ້າຍກັບມາຢູ່ເຮືອນພໍ່ເຖົ້າ

“ຢ່າຮ້າງ” ເວົ້າງ່າຍໆ ແຕ່ເຮັດຍາກ

       ບໍ່ມີແມ່ຍິງຄົນໃດຢາກເປັນແມ່ຮ້າງ ນີ້ແມ່ນຄວາມຈິງ ສຳລັບ ປູເປ້ ກໍເຊັ່ນກັນ ເຖິງວ່ານາງຈະຕັດສິນໃຈແລ້ວວ່າ ຂ້ອຍຊິປະຜົວ ຂ້ອຍຊິລ້ຽງລູກຄົນດຽວ ແຕ່ແນ່ນອນວ່າ ຄວາມໂສກເສົ້າ ເສຍໃຈມັນຕ້ອງມີ ຍິ່ງໄລຍະທີ່ເກີດລູກໃໝ່ ຮໍໂມນຜູ້ຍິງ ຍັງບໍ່ສົມດຸນ ອາລົມກໍຂຶ້ນໆລົງໆ ສິ່ງທີ່ຊ່ວຍໄດ້ດີທີ່ສຸດໃນຕອນນັ້ນ ຄືການອ່ານປຶ້ມຫຼາຍໆ ປຶ້ມກ່ຽວກັບອາລົມຂອງແມ່ຍິງຖືພາ ແມ່ລູກອ່ອນ ເປັນແນວໃດ ຄວນຈັດການມັນແນວໃດ ແລະຟັງທຳມະ ເພື່ອຊ່ວຍໃຫ້ຈິດໃຈສະຫງົບ ແລະປ່ອຍວາງ ແຕ່ກຳລັງໃຈທີ່ສຳຄັນທີີ່ສຸດ ແມ່ນຍາມຫຼຽວເບິ່ງໜ້າລູກເດີ້ ປູເປ້ ບອກວ່າ ນີ້ແຫຼະຢາຊູກຳລັງທີ່ດີທີ່ສຸດ

ເປັນ Single Mom ທີ່ເຂົ້າໃຈລູກສຸດໆ

ປູເປ້ ເປັນລູກສາວດຽວ ເກີດໃນຄອບຄົວທີ່ພໍ່ແມ່ຢ່າຮ້າງກັນແຕ່ນາງນ້ອຍໆ ສະນັ້ນ ເມື່ອຕ້ອງມາເຈິບັນຫານີ້ກັບຕົນເອງ ນາງຈຶ່ງພໍເຂົ້າໃຈລູກສາວໄດ້ວ່າລາວຮູ້ສຶກແນວໃດ ຈະມີບັນຫາຫຍັງແດ່ທີ່ອາດກະທົບຈິດໃຈລາວ ແລະຜູ້ເປັນແມ່ຕ້ອງກັນໄວ້ແນວໃດ ເຊັ່ນວ່າ: ເວລາລູກຖາມວ່າພໍ່ແມ່ນໃຜ? ເວລາໄປໂຮງຮຽນ ຄູຈະຖາມຫາຜູ້ປົກຄອງວ່າ ພໍ່ແມ່ຊື່ຫຍັງ? ເວລາເລີກໂຮງຮຽນ ໝູ່ກໍມັກຖາມວ່າ ພໍ່ເຈົ້າເດຄືບໍ່ເຫັນມາຮັບ? ປູເປ້ ຜູ້ຜ່ານຈຸດນີ້ມາໝົດແລ້ວ ວິທີປ້ອງກັນຄວາມຮູ້ສຶກລູກ ກໍຄືປ້ອນຂໍ້ມູນໃຫ້ລູກຕັ້ງແຕ່ລາວຮູ້ຄວາມ ໃຫ້ລູກເຂົ້າໃຈເຫດຜົນວ່າ ພໍ່ແມ່ຢູ່ນຳກັນບໍ່ໄດ້ ບໍ່ແມ່ນບໍ່ຮັກລູກ ເວລາຖືກຖາມກໍໃຫ້ຕອບໂລດ ບໍ່ຕ້ອງອ້ຳອຶ້ງ ພໍ່ຂອງຂ້ອຍຊື່ນີ້ ເຮັດວຽກຢູ່ນີ້ ຕອນນີ້ຂ້ອຍຢູ່ກັບແມ່ເດີ້ ງ່າຍໆ ເຊິ່ງ ປູເປ້ ຈະຄ່ອຍໆໃຫ້ລູກຮັບຮູ້ຕາມໄວຂອງລາວ ເພາະຄຳຖາມຂອງລູກ ກໍປ່ຽນໄປຕາມໄວເຊັ່ນກັນ ນາງຈະກຽມຄຳຕອບທີ່ດີທີ່ສຸດໄວ້ ເພື່ອບໍ່ໃຫ້ລູກເສຍໃຈ ໃຫ້ລູກຮູ້ສຶກດີກັບພໍ່ ຮູ້ສຶກດີກັບຕົນເອງ ເພາະຄຳເວົ້າເຫຼົ່ານີ້ມັນຝັງໃຈເດັກນ້ອຍໄປຕະຫຼອດ

ຝາກທ້າຍ

ສຳລັບຜູ້ທີ່ເປັນ Single Mom ປູເປ້ ຝາກມາວ່າ “ໃຫ້ພະຍາຍາມສ້າງໄຟໃຫ້ກັບຕົວເອງຢ່າໃຫ້ໄຟດັບ” ຄວາມໝາຍກະຄືວ່າ ໃຫ້ຫ້າວຫັນຢູ່ຕະຫຼອດທັງເລື່ອງການຫາເງິນ ແລະ ການລ້ຽງລູກ ບໍ່ເຮັດໃຫ້ຄໍາເວົ້າຂອງຄົນອື່ນມາກົດດັນໃຫ້ເຮົາໝົດກໍາລັງໃຈ, ເຮົາຕ້ອງສ້າງກໍາລັງໃຈໃຫ້ກັບຕົວເອງຕະຫຼອດ, ໃຫ້ຄິດສະເໝີວ່າເຮົາຜ່ານຈຸດທີ່ຍາກທີ່ສຸດມາແລ້ວຄືການແຍກທາງກັບຜົວ ແລ້ວເປັນຫຍັງເຮົາຈະຜ່ານຈຸດນີ້ໄປບໍ່ໄດ້ລະ ເພາະເມື່ອໃດທີ່ເຮົາໝົດໄຟປຸບ ບັນຫາທີ່ຕາມມາ ຍັງມີລູກເຮົາອີກທີ່ຕ້ອງຮັບ ສະນັ້ນ ເຮົາຕ້ອງສູ້ຕໍ່ໄປ ຄິດເຫັນໜ້າລູກເຂົ້າໄວ້”

Facebook: Poupée P Begonia

(ສາມາດຕິດຕາມເລື່ອງລາວຕໍ່ໄປຂອງ Single Mom ຄົນຕໍ່ໄປໄດ້ໄວໆນີ້…)

ແບ່ງປັນ