ການທີ່ຈະຮູ້ ຫຼື ແນ່ໃຈວ່າຄົນທີ່ຄົບນຳຢູ່ນັ້ນເປັນຄົນທີ່ “ແມ່ນ“ ແທ້ໆ ຫຼື ບໍ່ ເປັນເລື່ອງທີ່ຍາກຄືກັນ ດັ່ງນັ້ນຈຶ່ງບໍ່ແປກເລີຍທີ່ສາວໆ ທັງຫລາຍຍັງຄົງຄິດໜັກກັນຢູ່ ເພາະສະນັ້ນ ເຮົາຈຶ່ງຂໍນຳສະເໜີສັນຍານທີ່ບົ່ງບອກວ່າ ເຂົາຄົນນັ້ນເປັນຄົນທີ່ “ແມ່ນ“ ສຳລັບເຮົາ ຫຼືບໍ່?
- ເຄົາລົບຊຶ່ງກັນແລະກັນ:
ການໃຫ້ຄວາມເຄົາລົບຊຶ່ງກັນແລະກັນ ເປັນສິ່ງທີ່ສຳຄັນທີ່ສຸດສຳລັບການໃຊ້ຊີວິດຄູ່ ອີກທັງຍັງເປັນສິ່ງທຳອິດທີ່ຕ້ອງຄຳນຶງເຖິງເລີຍ ຖ້າມີຄວາມຮູ້ສຶກເຊັ່ນນີ້ຕໍ່ກັນ ກໍພໍຈະເວົ້າໄດ້ວ່າເຂົາເປັນຄົນທີ່ແມ່ນສຳລັບສາວໆ ຫາກຊີວິດຄູ່ບໍ່ມີຮາກຖານຂອງການເຄົາລົບ ຊຶ່ງກັນແລະກັນແລ້ວ ຈະນຳໄປສູ່ການຜິດຖຽງກັນໄດ້ງ່າຍ ລອງມາເບິ່ງກັນດີກວ່າມີສັນຍານຫຍັງແດ່ ທີ່ບົ່ງບອກເຖິງຄວາມເຄົາລົບກັນ:
- ເຂົາເຕັມໃຈ ຫຼື ພະຍາຍາມ ທີ່ຈະປັບທັດສະນະຄະຕິເຂົ້າຫາເຮົາ ເມື່ອຄວາມຄິດເຫັນບໍ່ກົງກັນ.
- ເຂົາຮັບຟັງຄວາມຄິດເຫັນ ແລະ ເປັນທີ່ລະບາຍເມື່ອຍາມທີ່ເຮົາທຸກໃຈ ຫຼື ສຸກໃຈ.
- ເຂົາສາມາດສຳຜັດໄດ້ເຖິງຄວາມຜິດປົກກະຕິບາງຢ່າງໃນຕົວເຮົາ ເຊັ່ນບາງມື້ທີ່ເຮົາງຽບໆບໍ່ຄ່ອຍເວົ້າ ເໜືອນມີເລື່ອງຫຍັງໃນໃຈ.
- ເຂົາໃຫ້ຄວາມສຳຄັນ ແລະ ຮັບຟັງທັດສະນະຄະຕິຂອງເຮົາ
- ເຂົາຄຳນຶງເຖິງຄຸນຄ່າໃນຕົວເຮົາ.
- ເຂົາດີໃຈຫຼືມີຄວາມສຸກໄປກັບເຮົາ ເມື່ອປະສົບຄວາມສຳເລັດ.
ຖ້າຂາດຂໍ້ໃດຂໍ້ໜຶ່ງໄປ ສະແດງວ່າເຂົາບໍ່ເຄົາລົບໃນຕົວເຮົາ ນີ້ຄຶສິ່ງທີ່ບົ່ງບອກວ່າເຂົາອາດຈະຍັງບໍ່ “ແມ່ນ“ ສຳລັບເຮົາກໍ່ໄດ້ ໃນທາງກົງກັນຂ້າມຕົວເຮົາເອງ ກໍ່ຕ້ອງໃຫ້ຄວາມເຄົາລົບເຂົານຳເຊັ່ນກັນ.
- ມີຄຸນສົມບັດຄົບຖ້ວນຕາມທີ່ຕ້ອງການ:
ເປັນເລື່ອງທີ່ສາວໆເອງຮູ້ດີແລ້ວວ່າຄຸນສົມບັດ ຫຼື ສະເປັກແບບໃດທີ່ເຮົາຕ້ອງການ ລອງຂຽນອອກມາຈັກ 10 ຂໍ້ ໂດຍມີ 5 ຂໍ້ທີ່ສຳຄັນ ຈຳເປັນຫລາຍບໍ່ມີບໍ່ໄດ້ ແລະ ອີກ 5 ຂໍ້ທີ່ມີ ຫຼື ບໍ່ມີກໍ່ໄດ້ ສິ່ງທີ່ຕ້ອງຈື່ໃຫ້ຂຶ້ນໃຈອີກເລື່ອງໜຶ່ງຄື: ບໍ່ມີໃຜສົມບູນແບບຮ້ອຍເປີເຊັນ ຕອນຂຽນກໍ່ຢ່າກຳນົດສະເປັກໃຫ້ມັນສູງ ເກີນກວ່າຄົນທຳມະດາຈະສາມາດເປັນໄດ້ເດີ້ ແລະ ຢ່າຄິດພຽງແຕ່ວ່າໃຜກໍ່ໄດ້ທີ່ດີພໍໃຊ້ໄດ້ ການຄິດເຊັ່ນນີ້ຈະເຮັດໃຫ້ສາວໆບໍ່ພົບຄົນທີ່ “ແມ່ນ“ ທີ່ແທ້ຈິງ ອີກໜຶ່ງຢ່າງທີ່ຫ້າມເຮັດເດັດຂາດຄື ຫ້າມຫລຸດມາດຕະຖານສະເປັກທີ່ຂຽນໄວ້ຕອນທຳອິດ ເພາະຈະກາຍເປັນວ່າຍັງບໍ່ໄດ້ຄົນທີ່ “ແມ່ນ“ ຈັກເທື່ອ ໃນທາງກົງກັນຂ້າມຖ້າເຂົາມີຄຸນນະສົມບັດກົງກັບຄວາມຕ້ອງການແລ້ວ ກໍເປັນໂຊກດີຫລວງຫລາຍ ເພາະສາວໆໄດ້ພົບຄົນທີ່ແມ່ນແລ້ວ.
- ມີຄວາມເຊື່ອທີ່ຄ້າຍກັນ:
ການຈະພິຈາລະນາວ່າແຟນຂອງສາວໆ ເປັນຄົນທີ່ແມ່ນສຳລັບຂອງເຮົາ ຫຼື ບໍ່ນັ້ນ ເລື່ອງຄວາມເຊື່ອເປັນສິ່ງທີ່ສຳຄັນຫລາຍ ເພາະຖ້າຄວາມເຊື່ອຂອງສອງຄົນ ແຕກຕ່າງກັນໂດຍສິ້ນເຊີງ ມັນຈະເຮັດໃຫ້ທ່ານມີຄວາມຄິດເຫັນທີ່ຕ່າງກັນເລື້ອຍໆ ແລະ ອາດນຳໄປສູ່ການຜິດຖຽງກັນໄດ້ ຄວາມເຊື່ອໜາຍເຖິງການທີ່ເຮົາເຊື່ອວ່າເຮັດຫຍັງ ຫຼື ປະຕິບັດຫຍັງແລ້ວ ມັນຈະສົ່ງຜົນດີກັບຕົວເອງທາງໃດທາງໜຶ່ງ ດັ່ງນັ້ນ ຄວາມເຊື່ອທີ່ແຕກຕ່າງກັນ ຈະນຳໄປສູ່ການປະຕິບັດ ຫຼືແນວທາງການໃຊ້ຊີວິດທີ່ຕ່າງກັນ ຊຶ່ງຄົນທີ່ຈະໃຊ້ຊີວິດຢູ່ຮ່ວມກັນ ກໍ່ຄວນມີຄວາມເຊື່ອທີ່ຄ້າຍໆກັນ ການສົນທະນາເວົ້າຈາຖາມກັນກົງໆ ຈະເຮັດໃຫ້ຮູ່ວ່າເຂົາມີຄວາມເຊື່ອຈັ່ງໃດ ຖ້າຄວາມເຊື່ອຕ່າງກັນເກີນໄປ ກໍ່ຮູ້ໄວ້ວ່າເຂົາບໍ່ແມ່ນສຳລັບສາວໆແລ້ວ.
- ສັນຊາດຕະຍານຈະເປັນຕົວບອກ:
ສັນຊາດຕະຍານຂອງເຮົາຫັ້ນລະ ຈະເປັນຕົວບອກວ່າເຂົາແມ່ນ ຫຼື ບໍ່ແມ່ນກັນແທ້ ສັນຊາດຕະຍານນັ້ນເໜືອນຄວາມຄິດ ຄວາມຮູ້ສຶກ ທີ່ມັນບອກຫຍັງບາງຢ່າງກັບເຮົາ ສາວໆຈະຮູ້ເອງວ່າໃຜແມ່ນ ຫຼື ບໍ່ແມ່ນ.
- ເປັນຕົວຂອງຕົນເອງເວລາຢູ່ນຳກັນ:
ຕອນທີ່ໃຊ້ເວລາຢູ່ນຳກັນແລ້ວ ສາວໆສາມາດເປັນຕົວຂອງຕົນເອງຢ່າງເຕັມທີ່ ບໍ່ວ່າຈະເຮັດຫຍັງ ຫຼື ສະແດງຄວາມຄິດເຫັນຫຍັງກໍ່ຕາມແຕ່ ເຮົາຈະບໍ່ຮູ້ສຶກອຶດອັດ ຫວັ່ນໄຫວ ຫຼື ບໍ່ປອດໄພ ແຕ່ພັດຮູ້ສຶກສະບາຍໃຈ ແລະ ມີຄວາມສຸກ ນັ້ນສະແດງວ່າເຂົາຄືຄົນທີ່ແມ່ນສຳລັບເຮົາແລ້ວ.
ເປັນແນວໃດແດ່ ພໍຈະຮູ້ ແລະ ແນ່ໃຈແລ້ວບໍ່ວ່າໝຸ່ມທີ່ເຈົ້າກຳລັງອອກເດດຢູ່ ຫຼື ຄົບຢູ່ນັ້ນແມ່ນຫຼືບໍ່? ຢ່າງໃດກໍລອງຖາມຫົວໃຈຂອງຕົວເອງເບິ່ງ ຖ້າຄິດວ່າຜູ້ຊາຍຄົນນີ້ຊົງບໍ່ແມ່ນແລ້ວ ກໍຮີບຍົກມືບ່າຍໆຢ່າງໄວ ແຕ່ຖ້າລອງຄິດ ໃຊ້ຄວາມຮູ້ສຶກ ໃຊ້ຫົວໃຈ ແລະ ສະໝອງຄິດຢ່າງລະອຽດຖີ່ຖ້ວນແລ້ວວ່າແມ່ນ ກໍລຸຍເລີຍ ຊີວິດນີ້ມັນສັ້ນ ເພາະການໄດ້ມີຄົນຮັກ ມີໝູ່ ມີຄູ່ຄິດ ພ້ອມທີ່ຈະເຈິທັງສຸກ ແລະ ທຸກກັບເຈົ້າ ກໍຖືວ່າເປັນຄົນທີ່ໂຊກດີພຽງໃດແລ້ວ.