Breaking News

ມາຮູ້ຈັກ! ເທເລີ້ ໜຸ່ມສຸດເຈົ້າຊູ້ ຄວາມສາມາດແໜ້ນ Degree ປະລິນຍາໂທ 2 ສາຂາ

ແບ່ງປັນ

 

ອຸ້ຍຕາຍຍຍ ວ້າຍ…ກຣີດໆໆໆ ອາກາດເຢັນໆແບບນີ້ ຊະນີIndy ເອົາໃຈໝູ່ເພື່ອນເປັນພິເສດແດ່ ຈະພາເພື່ອນໆມາຮູ້ຈັກ ກັບໜຸ່ມມາດເຂັ້ມ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແຖມຍັງຮຽນດີຮຽນເກັ່ງນຳອີກ ທຸກໆຄົນອາດຈະຮູ້ຈັກດີກັບ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍເປັນກະແສໂດ່ງດັງ 2-3 ປີກ່ອນມານີ້ ແລະ ຕໍ່ມາກໍໄດ້ແຍກມາເປັນ ຄູ່ຫູດູໂອ ເທເລີ້ & ບອຍ ຜົນງານເພງ ເວດມົນ (MAGIC) ສັງກັດຄ້າຍເພງ ກ້າວໜ້າ Entertainment. ປັດຈຸບັນ, ໜຸ່ມຄົນນີ້ ຫາກໍຈົບການສຶກສາປະລິນຍາໂທ 2 ໃບ ມາໃໝ່ໆໝາດໆຈາກ ນະຄອນຫຼວງປັກກິ່ງ (ປະເທດຈີນ) ແລະ ພ້ອມແລ້ວທີ່ຈະກັບມາສ້າງຜົນງານດ້ານວົງການບັນເທີງລາວແບບເຕັມທີ່.

ຊ່ວຍແນະນຳໂຕເອງໃຫ້ຮູ້ຈັກແນ່?

ສະບາຍດີ! ສາວໆຂວັນໃຈຊື່ ວັນນະເສີມ ສີສົມບັດ ຊື່ຫຼິ້ນ ເທ່ເລີີ້ ອາຍຸ 25 ປີ ຄົງຈະຈື່ໜ້າຈໍາຕາກັນໄດ້ດີເນາະ ບໍ່ວ່າຈະເປັນນັກຮ້ອງ ແລະ ນາຍແບບທີ່ເຫັນຄູ່ກັບ ບອຍ ຕະຫຼອດ. ເທ່ເລີ້ ຫາກໍຈົບການສຶກສາປະລິຍາໂທ ສາຂາບໍລິຫານທຸລະກິດ ຢູ່ທີ່ University of International Business & Economic ແລະ ຈົບອີກໜຶ່ງສາຂາຄື ເສດຖະສາດ ຢູ່ທີ່ Central University of Finance & Economic ທັງສອງສາຂາແມ່ນຢູ່ ປັກກິ່ງ (ປະເທດຈີນ).

ເປັນຫຍັງຈຶ່ງເລືອກຮຽນປະລິນຍາໂທທັງ 2 ສາຂາພ້ອມໆກັນ?

ຕັ້ງແຕ່ປະລິນຍາຕີແລ້ວທີ່ ເທ່ເລີ້ ກໍຮຽນ 2 ສາຂາແບບນີ້ພ້ອມກັນ ເພາະຮູ້ສຶກວ່າສອງສາຍນີ້ມັນເຊື່ອມຕໍ່ກັນ ຖ້າໄດ້ຮຽນທັງສອງສາຂາແລ້ວກໍຍິ່ງຈະເຮັດໃຫ້ມີຄວາມຮູ້ຫຼາຍ. ສະນັ້ນ, ເທ່ເລີ້ ຈຶ່ງຄິດວ່າຄວນແບ່ງເວລາໃນການສຶກສາທັງສອງສາຂາໃຫ້ໄດ້ ຈຶ່ງຕັດສິນໃຈ ຮຽນຕໍ່ລະດັບປະລິນຍາໂທທັງສອງສາຂາພ້ອມໆກັນເລີຍ ຈຶ່ງບໍ່ເສຍເວລາກັບສິ່ງໃດໜຶ່ງໄປລ້າໆ ເພາະການຮຽນແຕ່ລະສາຍ ມັນສະຫຼັບຕາຕະລາງກັນໄດ້ ແຕ່ຍອມຮັບວ່າຮູ້ສຶກເມື່ອຍຫຼາຍ ບາງມື້ຈົນບໍ່ມີເວລາຊິກິນຮອດເຂົ້າ ຕ້ອງໄດ້ກິນເຂົ້າໃນລົດໄຟໃຕ້ດິນ ເພາະໄລຍະຫ່າງຂອງທັງສອງໂຮງຮຽນ ແມ່ນຫ່າງກັນປະມານ 2 ຊົ່ວໂມງ. ຕອບໄດ້ເລີຍວ່າລຳບາກຫຼາຍໃນຕອນທີ່ເຮົາຮຽນ ແຕ່ພໍເຫັນຜົນຄະແນນອອກມາ ກໍຫາຍເມື່ອຍແລ້ວ ຮູ້ສຶກຄຸ້ມຄ່າກັບເຫື່ອແຮງທີ່ເສຍໄປ. ຄະແນນຈົບຊັ້ນ ສາຂາບໍລິຫານທຸລະກິດ ເທເລີ ໄດ້ເກຣດສະເລ່ຍ 4,00 ສ່ວນສາຂາເສດຖະສາດ ແມ່ນ 3,70. ທີ່ເຮັດໄດ້ດີແບບນີ້ກໍເພາະວ່າ ເທ່ເລີ້ ເປັນຄົນທຸ່ມເທໃນການຮຽນການສຶກສາ ເນັ້ນການອ່ານໃຫ້ຫຼາຍໆ, ຫ້າມຂາດຮຽນເດັດຂາດ ຊົ່ວໂມງໜຶ່ງກໍຂາດບໍ່ໄດ້ ເພາະຈະເຮັດໃຫ້ບໍ່ເຂົ້າໃຈບົດຮຽນ ເວລາຮຽນຕ້ອງມີການຈົດບັນທຶກໃຫ້ລະອຽດ ແລະ ອັດສຽງໄວ້ມາຟັງຄືນ ຈຶ່ງງ່າຍໃນເວລາທົບທວນບົດຮຽນ. ອີກຢ່າງ, ຕັ້ງແຕ່ເລີ່ມຮຽນໄປ ກໍໄດ້ຄິດຫົວຂໍ້ບົດຈົບໄວ້ເລີຍ ແລະ ເມື່ອພັກແລ້ງກັບມາລາວ ກໍເລີ່ມຫາຂໍ້ມູນ ແລະ ຂຽນບົດສາຂາວິຊາໜຶ່ງກ່ອນ ແບບວ່າໃຊ້ເວລາພັກແລ້ງໃຫ້ເປັນປະໂຫຍດ ດີກວ່າທີ່ຈະມາເລີ່ມຂຽນທັງສອງບົດພ້ອມໆກັນໃນຕອນໃກ້ຈົບນັ້ນເອງ.​

ດຽວນີ້! ມີຜົນງານການບັນເທີງຫຍັງແດ່?

ຫຼັງຈາກຈົບມາ ເທ່ເລີ້ ບອກເຮົາວ່າຢາກຈະເຮັດທຸລະກິດສ່ວນຕົວ ແຕ່ກໍຍັງບໍ່ຮູ້ວ່າຈະເຮັດຫຍັງ ຕອນນີ້ຈຶ່ງຂໍຊ່ວຍທຸລະກິດຄອບຄົວໄປກ່ອນ ແລະ ຢາກໃຫ້ເວລາເຮັດວຽກໃນວົງການບັນເທີງຫຼາຍຂຶ້ນ, ຜົນງານຫຼ້າສຸດດຽວນີ້ກໍໄດ້ເປັນໜຶ່ງໃນພິທີກອນ The Featuring ລາຍການປະກວດຮ້ອງເພງທີ່ຄົນລາວທົ່ວປະເທດເປັນຜູ້ຕັດສິນ. ເປັນຄັ້ງທຳອິດເລີຍທີ່ໄດ້ເປັນພິທີກອນ ເພາະແຕ່ກ່ອນແມ່ນແຕ່ເຄີຍຈັບໄມຮ້ອງເພງ, ເຕັ້ນ,  ເດີນແບບ ແລະຖ່າຍແບບເທົ່ານັ້ນ ຖືວ່າເປັນປະສົບການອັນໃໝ່

ຮູ້ສຶກແນວໃດ? ກັບການເປັນພິທິກອນຄັ້ງທຳອິດ.

ການເປັນພິທິກອນ ຮູ້ສຶກວ່າໄດ້ຮຽນຮູ້ຫຼາຍຢ່າງກວ່າການເປັນນັກຮ້ອງ ແລະ ນາຍແບບ ຮູ້ສຶກກົດດັນ ເພາະການເປັນພິທິກອນ ບໍ່ແມ່ນເລື່ອງງ່າຍໆ ມັນຕ້ອງໄດ້ຄວບຄຸມທຸກການສະແດງໃນເວທີ ເຮັດແນວໃດຈະດຳເນີນລາຍການໄປໄດ້ ແມ່ນຂຶ້ນກັບພິທິກອນ ທີ່ຈະສ້າງສີສັນໃຫ້ກັບເວທີ. ຈື່ໄດ້ວ່າເທັບທຳອິດບໍ່ຄ່ອຍໝັ້ນໃຈ ຕື່ນເຕັ້ນ ແລະ ກັງວົນຫຼາຍ ເລີຍເຮັດໃຫ້ເວົ້າບໍ່ທຳມະຊາດ ສ່ວນເທັບຕໍ່ໆມາກໍຖືວ່າ ມີການພັດທະນາດີຂຶ້ນມາຫຼາຍ ຫຼັງຈາກເຫັນຜົນງານອອກມາ ກໍຍິ່ງຮູ້ສຶກດີໃຈ ເພາະກໍບໍ່ເຄີຍເຫັນຕົນເອງໃນຮູບແບບນີ້ ແລະຄິດວ່າເຮົາສາມາດເຮັດສິ່ງທີ່ບໍ່ເຄີຍເຮັດໄດ້ພຽງແຕ່ເຝິກຝົນ ເຖິງວ່າມັນຈະບໍ່ສົມບູນແບບ ເຮົາກໍຮູ້ທິດທາງ ຄ່ອຍໆປັບປຸງປ່ຽນແປງໄປໃນທາງທີ່ດີ ໃຫ້ບອກຕົນເອງວ່າ ບໍ່ມີໃຜໃນໂລກນີ້ ເຮັດສິ່ງທີ່ສົມບູນແບບໄດ້ ໃນຄັ້ງທຳອິດ

ມາຮອດຄຳຖາມທີ່ສາວໆຫຼາຍຄົນຢາກຮູ້ແລ້ວ ເທ່ເລີ້ ມີຄົນຮູ້ໃຈລະບໍ່?

ຕອນນີ້ ເທເລີ້ ຍັງໂສດສະນິດເລີຍ ເປີດໃຈຕ້ອນຮັບທຸກໆຄົນທີ່ຈະມາສຶກສາເບິ່ງໃຈກັນ ແລະ ພ້ອມທີ່ຈະມາຢູ່ຄຽງຂ້າງ (ຍິ້ມ). ແລະ ແມ່ຍິງທີ່ຈະມາຢູ່ກັບ ເທ່ເລີ້ ໄດ້ກໍຢາກໃຫ້ເປັນຄົນນິໄສຄ້າຍໆກັນ ຢູ່ນຳແລ້ວສະບາຍໃຈ ບໍ່ກົດດັນ ສາມາດເປັນໂຕຂອງຕົນເອງ ສຳລັບ ເທ່ເລີ້ ຈະເປັນຄົນສະບາຍໆບໍ່ຫວືຫວາ ກິນງ່າຍໆ ກິນຍັງກໍໄດ້ ເຂົ້າກັບຄົນງ່າຍ ລົມມ່ວນ ຫົວງ່າຍ ເນັ້ນ ນິໄສເຂົ້າກັນໄດ້ຈະບໍ່ເນັ້ນເລື່ອງໜ້າຕາ ພໍໄປວັດໄປວາ 555 ບໍ່ຈຳເປັນຕ້ອງງາມເລີດສະເໝີໄປ.​

ຝາກທ້າຍ:

“ໃນໄວໆກໍຈະກຽມເຮັດຜົນງານເພງໃໝ່ ມາໃຫ້ແຟນໄດ້ຟັງໃຫ້ເຊົາຄິດຮອດກັນ ສໍາລັບຮູບແບບນັ້ນດຽວມາຖ້າລຸ້ນໄປພ້ອມກັນ  ສັນຍາວ່າຈະເຮັດເຕັມທີບໍ່ໃຫ້ທຸກຄົນຜິດຫວັງ ປະມານບໍ່ກາຍປີນີ້ໄດ້ເຫັນຜົນງານເພງໃໝ່ແນ່ນອນ”

FB: Teler Sisombath

IG: Teler-Sisombath

ແບ່ງປັນ