Breaking News

ປໍ1 ເອື້ອຍຍັງຮຽນເຕັ້ນຍາງຢູ່ (555)! ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ…(ຊົມເຊີຍເດີ້)

ແບ່ງປັນ

ເປັນອີກໜຶ່ງຄລິບທີ່ເອີ້ນຮອຍຍິ້ມ ສຽງຫົວໄດ້ເປັນຢ່າງດີ ເດັກນ້ອຍຍຸກໃໝ່ມັນກໍຈະເກັ່ງເກີນອາຍຸແບບນີ້ແລະເນາະ… ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ… ເຊິ່ງເດັກນ້ອຍເກັ່ງ ແລະ ໜ້າຮັກຄົນນີ້ມີນາມວ່າ ນ້ອງ ເບເນ່ ອາຍຸປະມານ 5-6 ປີ ຈາກປະເທດເພື່ອນບ້ານ ເຊິ່ງໄດ້ຕີກອງໃນເພງ That’s what I like ຂອງ ນັກຮ້ອງຊື່ດັງ ບູຣໂນ ມາສ, ໂດຍການໂພສຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Phongphanu Soisahwat‎  ຈົນເຮັດໃຫ້ມີຄົນເຂົ້າໄປກົດໄລ້ ແຊຣ ແລະ ຄອມເມັ້ນຍ້ອງເຖິງຄວາມເກັ່ງ ຄວາມມີພອນສະຫວັນ ຂອງ ນ້ອງ ເບເນ່ ເປັນຈຳນວນຫຼວງຫຼາຍ

ຢ່າງໃດກໍຕາມຊາວເນັດຕ່າງສະແດງຄວາມຄິດເຫັນກ່ຽວກັບ ນ້ອງ ເບເນ່ ກັນຢ່າງຫຼວງຫາຍ ແລະ ຍັງຍ້ອງນ້ອງວ່າ ສ່ວນຫຼາຍເດັກນ້ອຍທີ່ກຳລັງຮຽນຕີກອງຈະມັກຕີລົວ ບໍ່ຖືກຈັງຫວະ ແຕ່ ນ້ອງ ເບເນ່ ຄົນນີ້ພັດຕີໄດ້ດີ ແລະ ຖືກກັບຈັງຫວະ ບາງຄົນກໍຍ້ອງວ່າເດັກຄົນນີ້ເກັ່ງເກີນໄວອາຍຸ ແຖມບາງຄົນຍັງຄອມເມັ້ນອອກແນວຕະຫຼົກເຮຮາໄປວ່າ ຕອນອາຍຸເທົ່ານ້ອງ ເອື້ອຍຍັງຫັດຫຼິ້ນເຕັ້ນຍາງຢູ່ (555)

ມາເບິ່ງ! ຄລິບທີ່ເດັກນ້ອຍຄົນນີ້ຕີກອງເພງ That’s what I like ກັນລອງເບິ່ງ… ຍອມຮັບວ່າເກັ່ງອີ່ຫລີ (ຊົມເຊີຍເດີ້)

มันจะเฟี้ยววววววววเกินไปแล้วนะเด็กป.1 (เพลง that what I like.) เวอร์ชั่นนู๋น้อยเบเน่ ไม่คาดคิดว่าจะทำได้ปล.ที่สอนเพลงนี้เพระครูชอบบบบบบ #music garden school

Phongphanu Soisahwatさんの投稿 2018年1月6日(土)

ທີ່ມາຄລິບ: Phongphanu Soisahwat

ແບ່ງປັນ