Breaking News

ກາລະແມ ໄດ້ກິນຕຳໝາກຫຸ່ງ ຫຼວງພະບາງ ແລ້ວຕິດໃຈ ແລະ ເວົ້າເຖິງແບບນີ້…

ແບ່ງປັນ

ຫຼັງຈາກທີ່ ກາລະແມ ພິທີກອນຊື່ດັງຈາກປະເທດເພື່ອນບ້ານ ໄດ້ມີໂອກາດມາທ່ອງທ່ຽວ ແຂວງ ຫຼວງພະບາງ ໃນຊ່ວງອາທິດທີ່ຜ່ານມາ ນາງກໍໄດ້ມີໂອກາດທ່ອງທ່ຽວ, ຂີ່ເຮືອລ່ອງແມ່ນໍ້າ, ໃສ່ບາດເຮັດບຸນ, ແລ່ນອອກກຳລັງກາຍຮັບອາກາດບໍລິສຸດໃນຍາມເຊົ້າ, ໄປທ່ຽວຕາດກວາງຊີ ແລະ ທີ່ສຳຄັນແມ່ນເພິ່ນໄດ້ມີໂອກາດກິນອາຫານພື້ນເມືອງລາວບໍ່ວ່າຈະເປັນ ເຝີ, ເຂົ້າຫຼາມ, ແກງໜໍ່ໄມ້ສົ້ມ, ລາບປາຕອງ ແລະ ຕຳໝາກຫຸ່ງ…

ກາລະແມ ເຖິງຂັ້ນອອກປາກຍ້ອງອາຫານບ້ານເຮົາວ່າ: “ມື້ນີ້ແຊບຫຼາຍເດີ້!!! ນ້ອງໆລ້ຽງອາຫານພວກເຮົາ ຕຳໝາກຫຸ່ງແຊບຫຼາຍ!!! ລາບປາຕອງແຊບນົວ!!! #ຫຼວງພະບາງ” ແລະ ຍັງບໍ່ໝົດພຽງເທົ່ານັ້ນ ກາລະແມ ຍັງຕິດໃຈໃນຣົດຊາດຂອງ ຕຳໝາກຫຸ່ງ ຈຶ່ງໄດ້ມີໂອກາດໄປກິນອີກຮອບ ແລະ ຍັງໄດ້ໂພສຄລິບ ຕຳໝາກຫຸ່ງ ລົງໃນອິນສະຕາແກຼມແລະຂຽນຄຳອະທິບາຍວ່າ “ແຊບບບບຫຼາຍ!!! No ແປ້ງນົວ” ພໍແຕ່ໂພສຄລິບຕຳໝາກຫຸ່ງຈາກຫຼວງພະບາງລົງໄປເຮັດໃຫ້ມີໝູ່ເພື່ອນໃນວົງການ ແລະ ແຟນໆຂອງ ສາວ ກາລະແມ ເຂົ້າມາຄອມເມັ້ນກັນຢ່າງຫຼວງຫຼາຍເລີຍ.

ປັດຈຸບັນ ກາລະແມ ແມ່ນກັບເຖິງປະເທດຂອງນາງເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງໂພສຮູບທີ່ຖ່າຍໃນ ຫຼວງພະບາງ ແລະ ບອກວ່າ ຄິດຮອດທຸກໆຄົນ ຄິດຮອດອາກາດບໍລິສຸດຢູ່ທີ່ ຫຼວງພະບາງ ອີກດ້ວຍ.

(ຖ້າມີໂອກາດກໍມາຢ້ຽມຢາມອີກເດີ້ ເອື້ອຍ ກາລະແມ ແຟນໆຊາວລາວຍິນດີຕ້ອນຮັບສະເໝີ)

ຮູບພາບ: kalamare

ແບ່ງປັນ