Breaking News

ໃຜມັກບັນຍາກາດບໍ່ຄືໃຜ ປ່ຽນໃໝ່ຕະຫຼອດ ມີເກມໃຫ້ຫຼິ້ນ ແຖມຍັງເປັນກັນເອງຕ້ອງ “TumMix Restaurant”

ແບ່ງປັນ

 

ຖ້າເພື່ອນໆ ຂວັນໃຈ ຈະຊອກຮ້ານອາຫານນັ່ງຫຼິ້ນນັ່ງຊຸມແຊວ ຫຼື ຕ້ອນຮັບໝູ່ເພື່ອນ ທີ່ມາຈາກຕ່າງແຂວງ ຫຼື ຕ່າງປະເທດ Kuanjai Delicious Guide ຂໍແນະນໍາເລີຍ! “ຮ້ານອາຫານຕໍາມິກ” ຮັບຮອງວ່າ ຕ້ອງເປັນອີກທາງເລືອກໜຶ່ງທີ່ຖືກໃຈສາຍຊຸມແຊວແນ່ນອນ ເພາະນອກຈາກເມນູອາຫານເດັດໆແລ້ວ ຮ້ານນີ້ມີວົງດົນຕີເສບສົດໆໃຫ້ໄດ້ຟັງຕະຫຼອດຄືນ ຕັ້ງແຕ່ເວລາ 20:30 ຈົນຮອດ 24:00 ໂມງ. ເໝາະກັບໄວລຸ້ນຂາເລາະ ຫຼື ພະນັກງານທີ່ເມື່ອຍກັບວຽກຫ້ອງການໝົດມື້ແລ້ວ ຢາກນັ່ງຟັງເພງເພື່ອຜ່ອນຄາຍຄວາມຕຶງຄຽດ ຈິບເບຍເຢັນໆ ພ້ອມເມນູຕຳທີ່ຫຼາກຫຼາຍໄວ້ພ້ອມເສີບ

ການຕົບແຕ່ງຂອງຮ້ານ ຕໍາມິກ ຈະບໍ່ເນັ້ນມີ Style ແບບໃດແບບໜຶ່ງ ແຕ່ເນັ້ນເອົາໄມ້ພາເລດ (Pallet) ມາຕົບແຕ່ງເປັນໂຕະ, ຕັ່ງ, ເວທີ ແລະ ເຄົາເຕີ້ (Counter) ໃຫ້ເປັນແບບແນວຢ້ອນຍຸກເກົ່າໆ ເບິ່ງແລ້ວຮູ້ສຶກເປັນກັນເອງ ສາວຫຼ້ານ້ອຍເຈົ້າຂອງຮ້ານເພິ່ນກໍໄດ້ເລົ່າໃຫ້ຟັງວ່າ: ກ່ອນຈະຕົບແຕ່ງຮ້ານ ກໍໄດ້ລົມກັນກັບສາມີ ແລະໝູ່ຄູ່ ແຕ່ລະຄົນກໍລະດົມຄວາມຄິດ ຈາກປະສົບການທີ່ໄດ້ໄປເຫັນຮ້ານອື່ນໆ ອັນໃດງາມ ອັນໃດຄັກ ກໍນຳມາປະສົມປະສານໃສ່ກັນ ຈົນສຸດທ້າຍກໍອອກມາເປັນດັ່ງທີ່ເຫັນນິແຫຼະ ສະຫຼຸບກໍຄື ເຮົາຈັດໄປຕາມຈິນຕະນາການ ແລ້ວມັນກໍອອກມາເຂົ້າກັນດີ (ຍິ້ມ) ນອກຈາກນີ້ ເຮົາຍັງຈັດຮ້ານໃໝ່ທຸກໆເດືອນ ເພື່ອໃຫ້ລູກຄ້າທີ່ມາປະຈຳ ຮູ້ສຶກແປກໃໝ່ ບໍ່ເບື່ອ ແລະບໍ່ໜີໄປຮ້ານອື່ນ

ຖ້າໃຜສົນໃຈມາແວ່ຮ້ານອາຫານຕໍາມິກ ເພິ່ນກໍຈັດ 2 ໂຊນ (zone) 2 ບັນຍາກາດ ໄວ້ໃຫ້ເລືອກນັ່ງເດີ້ ຖ້າມັກແບບຢ້ອນຍຸກ ອົບອຸ່ນ ເປັນກັນເອງ ຟັງເພງແບບເຕັມໆ ແນະນຳໃຫ້ນັ່ງດ້ານໃນຫ້ອງແອເລີຍ ຫຼື ຖ້າມັກແບບເບົາໆ ໂຣແມນຕິກກັບຄົນຮັກ ກໍເລືອກນັ່ງດ້ານນອກໄດ້ເດີ້ ຍັງບໍ່ພໍເທົ່ານັ້ນ ຮ້ານອາຫານຕໍາມິກ ຍັງມີອຸປະກອນການຫຼິ້ນເກມທີ່ແປກແຫວກແນວ ທີ່ຊ່ວຍໃຫ້ການຊຸມແຊວມ່ວນຊື່ນຄຶກຄື້ນຂຶ້ນນຳອີກເດີ້ ໃຜຢາກຮູ້ວ່າຫຼິ້ນແນວໃດ ຢາກລອງຫຼິ້ນກໍໄປແວ່ເພິ່ນໄດ້ ເພາະລູກຄ້າສ່ວນໃຫຍ່ຂອງເພິ່ນກໍຕິດອົກຕິດໃຈມາແລ້ວທັງນັ້ນ. ສະຫຼຸບວ່າ ໃຜມັກບັນຍາກາດບໍ່ຄືໃຜ ປ່ຽນໃໝ່ຕະຫຼອດ ມີເກມໃຫ້ຫຼິ້ນ ແຖມຍັງເປັນກັນເອງ ຕ້ອງຮ້ານຕຳມິກເດີ້

ເມນູອາຫານຫຼັກຂອງຮ້ານແມ່ນປະເພດຕໍາ ແລະ ຍັງມີເມນູອາຫານອື່ນໆອີກ ແຕ່ເນັ້ນແບບລາວ ແລະ ໄທເດີ້ ເມນູແນະນຳຂອງຮ້ານແມ່ນ “ຕໍາມິກ” ເປັນຕໍາໝາກຮຸ່ງທີ່ມີເຄື່ອງຄຽງ (ຍໍ, ປາແກ້ວ, ໄຂ່ຕົ້ມ, ຂຽບໝູ), ເຂົ້າຜັດໄຂ່ແຝດ ໃສ່ກະບອກໄມ້ໄຜ່ …ໃຫ້ເຂົ້າກັບບັນຍາກາດຂອງຮ້ານ ທີ່ຕົບແຕ່ງດ້ວຍໄມ້ ສຳລັບເຄື່ອງດື່ມແນະນຳເລີຍ ເບຍວຸ້ນ, ເຫຼົ້າປັ່ນ. ນອກຈາກນີ້, ເຈົ້າຂອງຮ້ານກໍຍັງມີໂປຣໂມຊັ່ນ (Promotion) ດີໆໃຫ້ລູກຄ້າສາຍແຂງເປັນປະຈຳ.

ບໍ່ເວົ້າຫຼາຍເນາະ ເອົາເປັນວ່າຖ້າມື້ແລງໃຜຖາມວ່າ ໄປໃສດີ? ໃຫ້ຄຶດຮອດ ຮ້ານອາຫານຕຳມິກ ແດ່ເດີ້ ເພາະເຈົ້າຂອງຮ້ານ ສາວຫຼ້ານ້ອຍ ທັງງາມທັງໃຈດີ ແຖມຈັດໂປຣໂມຊັ່ນຄືນກຳໄລໃຫ້ລູກຄ້າຕະຫຼອດ ທັງມ່ວນທັງຄຸ້ມເນາະວ່າບໍ່. ທ້າຍສຸດ ແຟນໆຂວັນໃຈສາມາດຕິດຕາມບັນຍາກາດຮ້ານ, ເມນູອາຫານ ແລະ ເຄື່ອງດື່ມ ພ້ອມກັບໂປຣໂມຊັນຂອງຮ້ານໄດ້ທາງ ເຟສບຸກ (Facebook: Tummix-ຮ້ານຕໍາມິກ) ຮ້ານຕັ້ງຢູ່ບ້ານບຶງຂະຍອງ, ເມືອງສີສັດຕະນາກ ຂ້າງຮ້ານແໜມເນື່ອງບຶງຂະຍອງ.

ແບ່ງປັນ