ໂດໂລເຣສ ໂອເຣຍແດນ ( Dolores O’Riordan) ນັກຮ້ອງນຳວົງ ເດິ ແຄນເບີຣີ່ (The Cranberries) ແນວເພງອັນເທີເນທີບຣ໊ອກຊື່ດັງ ໃນຍຸກ 90s ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 46 ປີ ໂດຍການລາຍງານຂອງສື່ອັງກິດວ່າ ໂດໂລເຣສ ກຳລັງເຂົ້າບັນທຶກສຽງຢູ່ທີ່ ລອນດອນ ປະເທດ ອັງກິດ ເຊິ່ງກ່ອນໜ້ານີ້ນາງໄດ້ມີການຍົກເລີກທົວຄອນເສີດຂອງວົງ ເນື່ອງຈາກບັນຫາດ້ານສຸຂະພາບ
ໂດຍມີການລາຍງານອີກວ່າ ຄອບຄົວຂອງ ໂດໂລເຣສ ໂອເຣຍແດນ ກຳລັງຕົກຢູ່ໃນພາວະຊ໊ອກຢ່າງຮຸນແຮງ ແລະ ຍັງຮັບກັບການຈາກໄປຂອງນັກຮ້ອງດັງບໍ່ໄດ້ຫຼັງຈາກການຮູ້ຂ່າວການເສຍຊີວິດ ແລະ ໄດ້ຂໍຄວາມເປັນສ່ວນຕົວສຳລັບການທຳໃຈທີ່ແສນຍາກລຳບາກນີ້ ສ່ວນສາເຫດຂອງການເສຍຊີວິດຍັງບໍ່ໄດ້ປະກາດຢ່າງເປັນທາງການ.
ຢ່າງໃດ! ກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງ Dolores O’Riordan ດ້ວຍ (RIP)
ທີ່ມາ: https://news.mthai.com/world-news/611031.html