Breaking News

ຫວານເວີ້! ເບລານ-ບອຍ ປ່ອຍຄລິບສຸດສະວີດຫວານ ຂ້າຄົນໂສດ!!!

ແບ່ງປັນ

ກາຍເປັນຄູ່ຮັກໄວລຸ້ນແຫ່ງວົງການບັນເທີງທີ່ມີຄົນຕິດຕາມຫຼາຍເລີຍ ສຳລັບຄູ່ຂອງ  ເບລານ ສຸນິສາ ພັນທາວະດີ ແລະ ບອຍ ກິດສະນະ ຈຸນລະມຸນຕີ (ຄູ່ຮັກນາງແບບ-ນາຍແບບ) ທີ່ບໍ່ວ່າະໄປທາງໃດກໍຈະເຫັນທັງສອງໂຕຕິດກັນປານເຂົ້າໜົມຄູ່ , ຫຼ້າສຸດ ສາວ ເບລານ ກໍຈັດເຊີໄພ້ຫວານໃຈ ໜຸ່ມ ບອຍ ດ້ວຍການຫອບເຄັກວັນເກີດໄປເຊີໄພ້ເຖິງຂອບໂຕະສະໜຸກ ແຖມຍັງສະແດງຄວາມຮັກທີ່ໃຜເຫັນແລ້ວເປັນຕ້ອງຍ້ອງວ່າເປັນຄູ່ທີ່ມີຄວາມໜ້າຮັກຫຼາຍໆ…

ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ສາວ ເບລານ ເພິ່ນກໍຍັງໄດ້ປ່ອຍອີກໜຶ່ງຄລິບຜ່ານອິນສະຕາແກຼມຂອງເພິ່ນ ເປັນຄລິບທີ່ທັງສອງສະວີດຫວານກັນປານຈະກືນກິນ ທັງຮ້ອງເພງ ເບິ່ງຕາກັນໄປນຳ ທັງ Kiss ກັນ… ໂອະ ໂອ້ຍ ຊ່າງມາເປັນຄູ່ທີ່ໜ້າຮັກ ແລະ ຫວານອີ່ຫລີ, ພໍແຕ່ໂພສຄລິບດັ່ງກ່າວເຮັດໃຫ້ມີບັນດາໝູ່ເພື່ອນ ແລະ ແຟນຄລັບຂອງທັງສອງເຂົ້າມາສະແດງຄວາມຄິດເຫັນເປັນສຽງດຽງກັນວ່າ ເປັນຄລິບທີ່ຂ້າຄົນໂສດສຸດໆ.

❤️

A post shared by @ ich_belan on

ເຫັນຄລິບແລ້ວ ຄົນໂສດຫຼາຍຄົນເຖິງຂັ້ນເມື່ອຍໃຈ ຢາກມີຄູ່ຄືກັບແບບນີ້ ຂໍບອກເລີຍວ່າເປັນຄລິບທີ່ຂ້າຄົນໂສດອີ່ຫລີເດີ້ (555)

ຮູບພາບ ແລະ ຄລິບ: ich_belan , boykrissna

 

ແບ່ງປັນ