Breaking News

“Bike for her 2018” ການແຂ່ງຂັນປັ່ນລົດຖີບເພື່ອການກຸສົນ ລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ

ແບ່ງປັນ

ວາລະສານ ຂວັນໃຈ ຮ່ວມກັບ ສະຫະພັນ ລົດຖີບ ນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດຍິງ ຂໍເຊີນບັນດານັກປັ່ນເຂົ້າຮ່ວມການແຂ່ງຂັນປັ່ນລົດຖີບ “Bike for her 2018” ເພື່ອຊິງຄວາມເປັນໜຶ່ງ ພ້ອມທັງຮ່ວມປະກາດຈຸດຢືນເພື່ອລົນນະລົງຢຸດການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ທັງລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ ເຊິ່ງເງິນບໍລິຈາກດັ່ງກ່າວນີ້ພວກເຮົາຈະມອບໃຫ້ກັບສູນໃຫ້ຄຳປຶກສາ 100% ເຊິ່ງຈະຈັດຂຶ້ນ ໃນວັນທີ 03 ມີນາ 2018  ສະຖານທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ.

ເປີດຮັບສະໝັກແລ້ວເລີ່ມຕັ້ງແຕ່ວັນທີ 18 ມັງກອນ-13 ກຸມພາ 2018 ນີ້ເທົ່ານັ້ນ: 

ສະຖານທີ່ຮັບສະໝັກ: ຕຶກເຄແອນຊີ ຊັ້ນ4 ຫຼັງໂຮງຮຽນ ມສ ວຽງຈັນ ຂ້າງສຳນັກງານນາຍົກ, ໂທ: 021 216666

***ສຳລັບສາຍການແຂ່ງຂັນແບ່ງອອກດັ່ງນີ້:

  • Road Bike (Man)5km ມີ: -Open Pro (No age range) ມີ 5 ລາງວັນ – 35 up ມີ 5ລາງວັນ -35 Down ມີ 5ລາງວັນ
  • Road Bike (Woman)5km ມີ: – Open Pro (No age range) ມີ 5 ລາງວັນ  – 35 up ມີ 5ລາງວັນ – 35 Down ມີ 5ລາງວັນ
  • Mountain Bike: Man 84.5km ມີ: – Open Pro (No age range) ມີ 5 ລາງວັນ – 35 up ມີ 5ລາງວັນ – 35 Down ມີ 5ລາງວັນ
  • Road Bike: Woman 84.5km ມີ: -Open Pro (No age range) ມີ 5 ລາງວັນ -35 up ມີ 5ລາງວັນ – 35 Down ມີ 5ລາງວັນ
  • Touring & Healthy 12km: ບໍ່ມີລາງວັນ

***ສຳລັບ ທ່ານໃດທີ່ຢາກຮູ້ລາຍລະອຽດຂອງການ ບໍລິຈາກ ແລະ ການແຂ່ງຂັນສາມາດໂທສອບຖາມເພີ່ມຕື່ມທີ່ເບີ 021 216666 ຫຼື 020 28888909, 020 28263884***

ແບ່ງປັນ