Breaking News

ແພນເຄັກ ແລະ ອ໋ອມ ສ້າງຄວາມປະທັບໃຈແກ່ບັນດາແຟນຄັບ

ແບ່ງປັນ

ແພນເຄັກ ເຂັມມະນິດ khemanit ແລະ ອ໋ອມ ອັກຂະພັນ Akapan ພ້ອມໃຈກັນສ້າງຮອຍຍີ້ມ ແລະ ຄວາມມ່ວນຊື່ນໃຫ້ກັບ ບັນດາແຟນຄຣັບ ໃນງານເປີດຕົວ “ຄີມນໍ້າເຜິງປ່າ B’SECERT” ທີ່ຫ້າງວຽງຈັນເຊັນເຕີ້ ໃນທ້າຍເດືອນພະຈິກ 2016 ຜ່ານມາ.

ງານດັ່ງກ່າວເປັນການເປີດປະສົບການໃຫ້ຕົວແທນຈໍາໜ່າຍແລະຜູ້ທີ່ສົນໃຈຮ່ວມສໍາພັດ ຜະລິດຕະພັນບໍາລຸງຜິວໜ້າສຳລັບໜຸ່ມໆ-ສາວໆໃນຍຸກນີ້ ຈາກສ່ວນປະສົມຂອງນໍ້າເຜິ້ງປ່າ ແລະ ສານອາຫານສຳຄັນທີ່ຜິວໜ້າຕ້ອງການ.

ພາຍໃນງານ ນອກຈາກ ແພນເຄັກ ເຂັມມະນິດ khemanit ແລະ ອ໋ອມ ອັກຂະພັນ Akapan ທີ່ໄດ້ມາສ້າງຮອຍຍິ້ມໃຫ້ແກ່ບັນດາແຟນຄຣັບດ້ວຍການຮ້ອງເພງ ຜູ້ລະ 2 ບົດເພງແລ້ວ ຍັງມີກິດຈະກໍາແຈກຂອງລາງວັນ ຈາກຜະລິດຕະພັນ “ຄີມນໍ້າເຜິງປ່າ B’SECERT” ອີກ.

ການຕອບຮັບ ຂອງບັນດາມວນຊົນໃນຄັ້ງນີ້ ເຮັດໃຫ້ດາຣາໜຸ່ມ-ສາວ ແພນເຄັກ ເຂັມມະນິດ khemanit ແລະ ອ໋ອມ ອັກຂະພັນ Akapan ຈາກປະເທດເພື່ອນບ້ານ ໄດ້ຮັບຄວາມປະທັບໃຈ ແລະ ຄວາມອົບອຸນຢ່າງຫຼວງຫຼາຍກັບບ້ານແນ່ນອນ.

ແບ່ງປັນ