Breaking News

ເບິ່ງແຍງເລັບໃຫ້ມີສຸຂະພາບດີ

ແບ່ງປັນ

ເບິ່ງແຍງເລັບໃຫ້ມີສຸຂະພາບດີ

  • ເລີ່ມຕັ້ງແຕ່ການເຮັດຄວາມສະອາດເລັບ ທ່ານຄວນລ້າງມື ແລະ ເລັບດ້ວຍນໍ້າສະບູ່ອຸ່ນໆແລ້ວໃຊ້ໄມ້ແປງຂົນອ່ອນມາຂັດຕາມເລັບຄ່ອຍໆເມື່ອສະອາດດີແລ້ວລ້າງອອກດ້ວຍນໍ້າລ້າ ຫຼັງຈາກນັ້ນທາຄີມບໍາລຸງມື ແລະ ເລັບເພື່ອເພີ່ມຄວາມຊຸ່ມໃຫ້ກັບຜິວພັນ ແລະ ເລັບຂອງທ່ານ ແຕ່ຖ້າທ່ານຕ້ອງການຕັດເລັບຂໍແນະນໍາເວລາທີ່ເໝາະສົມທີ່ສຸດໃນການຕັດເລັບນັ້ນກໍ່ຄືກໍ່ຄືຫຼັງຈາກອາບນໍ້າ, ການລ້າງຖ້ວຍ ຫຼື ການຊັກເຄື່ອງ ເພາະຊ່ວງເວລາຫຼັງຈາກນີ້ເລັບຈະມີຄວາມອ່ອນນຸ່ມງ່າຍຕໍ່ການຕັດແຕ່ງ ຖ້າທ່ານບໍ່ໄດ້ເຮັດກິດຈະວັດເຫຼົ່ານັ້ນກໍ່ສາມາດນໍາເລັບໄປແຊ່ໃນນໍ້າອຸ່ນ ປະໄວ້ປະມານ 5 ນາທີກໍ່ສາມາດຕັດໄດ້ເລີຍ.
  • ການຕັດເລັບທີ່ຖືກວິທີຄວນຕັດໃຫ້ມີຄວາມໂຄ້ງມົນໄປຕາມນິ້ວມື ສ່ວນເລັບຕີນຄວນຕັດໃຫ້ເປັນແນວຊື່ຫຼາຍທີ່ສຸດເພື່ອຫຼຸດການສະສົມຂອງແບດທີເຣຍ ແລະ ຄວາມເປິເປື້ອນຕາມຂອບເລັບ ເຊິ່ງອາດຈະພາໃຫ້ເກີດເລັບສັກໄດ້ງ່າຍແຕ່ກໍ່ບໍ່ຄວນຕັດຈົນສັ້ນໃກ້ກັບຊີ້ນຫຼາຍເກີນໄປ ອີກທັງຫຼີກການໃຊ້ວັດສະດຸຕ່າງໆໄປງັດແງະຂອບເລັບ ຫຼື ໜັງຂອບເລັບເພາະອາດຈະເກີດບາດ ແລະ ມີການອັກເສບຂຶ້ນໄດ້.
  • ເມື່ອສໍາເລັດຂັ້ນຕອນການຕັດແລ້ວຂາດບໍ່ໄດ້ອີກໜຶ່ງຂັ້ນຕອນສໍາຄັນກໍຄືການສະໄບເລັບ ຄວນເລີ່ມສະໄບຈາກຂອບເລັບເຂົ້າໄປຫາປາຍເລັບ ຖ້າຫາກເປັນສະໄບທີ່ເຮັດມາຈາກເລັບຄວນສະໄບໄປໃນທິດທາງດຽວກັນ ບໍ່ຄວນຖູກັບໄປກັບມາເພາະອາດຈະເຮັດໃຫ້ເລັບເກີດຈີກຫັກ ຫຼື ເປັນສ້ຽນໄດ້ ແຕ່ຖ້າທ່ານໃຊ້ສະໄບທີ່ເຮັດມາຈາກເຊລາມິກທ່ານສາມາດສະໄບໃຫ້ສວນທາງໄປມາໄດ້.

nail3

ແບ່ງປັນ