Breaking News

ນາງ ພານາວັນ ບົວສີ ຄວ້າຕໍາແໜ່ງສາວໜ້າໃສ Miss Acnes 2016

ແບ່ງປັນ

ທ່າມກາງການຊົມເຊຍຂອງຫຼາຍຄົນ ຈົນເຖິງວິນາທີສຸດທ້າຍຈາກ ຫ້າງວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ສຳລັບເວທີປະກວດຄົ້ນຫາສາວໜ້າໃສ Miss Acnes 2016 ຮອບຕັດສິນໃນກາງເດືອນ ພະຈິກ 2016 ທີ່ຜ່ານມາ ໄດ້ສ້າງຄວາມຕື່ນເຕັ້ນ ຂອງມວນຊົນເພື່ອຟັງຜົນການປະກາດ ທັງນາງສາວ 15 ຄົນ ທີ່ໄດ້ເດີນແບບໃນຊຸດກິລາ, ຊຸດໂຄງການປະກວດ ແລະ ຊຸດຣາຕີ.

ລາງວັນຂວັນໃຈສື່ມວນຊົນ ໄດ້ແກ່ໝາຍເລກ A7 ນາງ ອໍລະໄທ ບຸດດາແກ້ວ, ລາງວັນຂວັນໃຈມະຫາຊົນ ໄດ້ແກ່ໝາຍເລກ A8 ນາງ ສຸດາພອນ ພົມມະວົງ, ຮອງຊະນະເລີດ ອັນດັບ 3 ໄດ້ແກ່ ນາງ ທິບດາກອນ ເນົາວະລາດ ໝາຍເລກ A9, ຮອງຊະນະເລີດອັນດັບ 2 ໄດ້ແກ່ ນາງສິລິລັກ ວົງໂພທອງ ໝາຍເລກ A1, ຮອງຊະນະເລີດອັນດັບ 1 ໄດ້ແກ່ ນາງ ສຸດດາພອນ ພົມມະວົງ ໝາຍເລກ A8, ຮອງຊະນະເລີດ ໄດ້ແກ່ ນາງ ພອນທິບ ອິມມະວົງ ໝາຍເລກ A12 ແລະ ລາງວັນຊະນະເລີດ ສາວໜ້າໃສ Miss Acnes 2016 ໄດ້ແກ່ນາງ ພາພາວັນ ບົວສີ ໝາຍເລກ A15 ຈະໄດ້ຮັບລາງວັນ 10 ລ້ານກີບ ພ້ອມທັງຮັບສາຍສະພາຍ, ໂລ້ລາງວັນ, ຮັບຊຸດຜະລິດຕະພັນ Acnes ຟຼີ1ປີ, ແລະ ເປັນ Presenter ຜະລິດຕະພັນ Acnesນໍາອີກ,

 

 

ແບ່ງປັນ