Breaking News

ເລີດເດີ້! ມີ່ມີ່ ພູນຊັບ ມາໃນມາດໃໝ່ ມີຄວາມງາມເລີດກວ່າເກົ່າ…ກຣີດໆໆໆ!!!

ແບ່ງປັນ

ມາອັບເດດຄວາມເຄື່ອນໄຫວຂອງ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກທີ່ນາງໄດ້ໄປປະກວດໃນເວທີລະດັບສາກົນ “Miss International  2017” ທີ່ ປະເທດ ຍີ່ປຸ່ນ ແລະ ຍັງສາມາດເອົາ Top8 ໃນເວທີດັ່ງກ່າວ ມາຝາກພໍ່ແມ່ພີ່ນ້ອງຊາວລາວໃນຊ່ວງປີທີ່ຜ່ານມາ ຈົນສ້າງສຽງຮືຮາ ແລະ ປະຫວັດສາດແຫ່ງວົງການນາງງາມລາວມາແລ້ວ, ຫຼ້າສຸດກ້າວເຂົ້າສູ່ ປີ 2018 ແລ້ວ ນາງກໍຍັງມາແຮງກະແສບໍ່ມີຕົກ ເພາະນາງໄດ້ອັບເດດຂ່າວດີໃຫ້ແຟນໆໄດ້ຮູ້ວ່າໃນປີນີ້ນາງໄດ້ເປັນ “Brand Ambassador of Lao Fashion Week 2018” ແລະ ນາງເອງກໍມີຄວາມດີໃຈ ແລະ ຕື້ນຕັນໃຈຫຼາຍໆ…

ຂໍບອກເດີ້ວ່າ Mimie New Look ເລີດຮ້າຍໆໆໆ ງາມເວີ້ໆໆໆ ອີ່ຫລີ, ມີຮູບພາບຂອງ ສາວ ມີ່ມີ່ ມາຝາກນຳ ບໍ່ເຊື່ອລອງມາເບິ່ງເອົາເດີ້ແຟນໆ ເບິ່ງແລ້ວງາມໆ…ສົມກັບເປັນນາງງາມຂວັນໃຈຂອງແຟນໆຫຼາຍໆຄົນແທ້ໆເລີຍ!!!

ຮູບພາບ: Phounsap Phonnyotha

ແບ່ງປັນ