Breaking News

ສຸດຍອດ! ນາງແບບສາວລາວເຂົ້າຕາດີຊາຍເນີລະດັບໂລກ ຖືກດຶງໂຕຮ່ວມງານ!!! #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ເລີດດດ! ຊະນີIndy ໄດ້ຍິນຂ່າວແວ່ວໆມາວ່າມີນາງແບບສາວລາວເຂົ້າຕາດີຊາຍເນີລະດັບໂລກ ຈົນຖືກດຶງໂຕໄປຮ່ວມງານ ເລີຍອົດບໍ່ໄດ້ທີ່ຈະໄປຊ໋ອກແຊ໋ກເອົາຂໍ້ມູນມາຝາກແຟນເພສທຸກໆຄົນ ເປັນອີກໜຶ່ງສາວລາວທີ່ມີອໍລ້າຄວາມງາມ ບວກກັບຄວາມສາມາດອັນໂດດເດັ່ນຈົນໄປສະດຸດຕາດີຊາຍເນີ້ຊື່ດັງ ເລີຍເຮັດໃຫ້ສາວຄົນນີ້ໄດ້ໂກອິນເຕີ ນັ້ນກໍຄື ຕານ້ອຍ ສຸວິຕາ ດາລາສັກ ສາວໜ້າຄົມຫຸ່ນແຊບ ທີ່ໄດ້ມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ UKAS PRINCESS OF ART ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ ຮ່ວມກັບນາງແບບແຖວໜ້າຂອງປະເທດເພື່ອນບ້ານອີກຫຼາຍຄົນ  ຖືເປັນໃບເບີກທາງໃຫ້ສາວລາວຄົນນີ້ກ້າວໄປຢຽບແຄັດວອກລະດັບສາກົນໄດ້ບໍ່ຍາກ.

ສຳລັບ ຕານ້ອຍ ສຸວິຕາ ອາຍຸ 25 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ, ແຕ່ໄລຍະຫຼັງໆ ສາວ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ ເພາະເພິ່ນຕິດພາລະກິດການຮຽນນັ້ນເອງ, ປັດຈຸບັນນາງ Come back ສູ່ວົງການບັນເທີງແລ້ວ ແຖມຍັງໂກອິນເຕີ (ໂອ້ຍ…ເລີດນ່າ!!!) ແນວໃດກໍຂອງຝາກໃຫ້ທຸກຄົນເປັນກຳລັງໃຈໃຫ້ສາວຄົນນີ້ແດ່ເດີ.

ຮູບພາບຈາກ: Tanoy Dalasack

ແບ່ງປັນ