Breaking News

ໄຂຂໍ້ຂ້ອງໃຈ!!! ກິນຢາຄຸມສຸກເສີນຕອນມີປະຈຳເດືອນໄດ້ບໍ່ ແລະ ຈະເປັນອັນຕະລາຍຫຼືບໍ່?

ແບ່ງປັນ

 

ຂໍ້ຂ້ອງໃຈກ່ຽວກັບການກິນຢາຄຸມສຸກເສີນ ຖ້າສາວໆຈະກິນຢາຄຸມສຸກເສີນລະຫວ່າງມີປະຈຳເດືອນຈະໄດ້ບໍ່? ການມີເພດສຳພັນແບບບໍ່ໄດ້ປ້ອງກັນໃນຂະນະທີ່ເຮົາຍັງບໍ່ພ້ອມມີລູກ ເຮັດໃຫ້ຫຼາຍຄົນເລືອກໃຊ້ວິທີການກິນຢາຄຸມສຸກເສີນໂດຍສະເພາະຖ້າມີເພດສຳພັນແບບບໍ່ໄດ້ປ້ອງກັນໃນຕອນທີ່ມີປະຈຳເດືອນສາວໆຫຼາຍຄົນອາດເກີດຄວາມບໍ່ໝັ້ນໃຈໃນການຄຸມກຳເນີດ ຈຶ່ງກິນຢາຄຸມສຸກເສີນເພື່ອປ້ອງກັນການຖືພາໄວ້ອີກທາງໜື່ງ ເຊິ່ງການກິນຢາຄຸມສຸກເສີນລະຫວ່າງມີປະຈຳເດືອນຈະເຮັດໄດ້ບໍ່? ແລ້ວຈະມີຜົນຂ້າງຄຽງ ຫຼື ສ່ຽງຕໍ່ການຖືພາ ຫຼື ບໍ່?  ມື້ນີ້ທາງວາລະສານ ຂວັນໃຈ ເຮົາໄດ້ໄປຊອກເອົາຂໍ້ມູນເດັດໆມາຝາກສາວໆ ມາເບິ່ງກັນເລີຍ…

ya1

ກິນຢາຄຸມສຸກເສີນຕອນທີ່ມີປະຈຳເດືອນໄດ້ບໍ່

ການກິນຢາຄຸມສຸກເສີນໃນລະຫວ່າງທີ່ມີປະຈຳເດືອນເຮັດໄດ້ບໍ່ ຕອບໄດ້ເລີຍວ່າກິນໄດ້ແຕ່ອາດຈະສົ່ງຜົນຂ້າງຄຽງຕໍ່ຮອບເດືອນທີ່ເຄື່ອນຍ້າຍໄປເຊັ່ນ: ປະຈຳເດືອນມາຊ້າກ່ວາປົກກະຕິ 1-2 ອາທິດ ແລະ ເລືອດທີ່ອອກມາຫຼັງຈາກກິນຢາຄຸມໄປ 1 ອາທິດກໍ່ບໍ່ແມ່ນປະຈຳເດືອນອີກແຕ່ຈະເປັນເລືອດຈາກຜົນຂ້າງຄຽງຈາກການກິນຢານັ້ນເອງ

ຖ້າວ່າການມີເພດສຳພັນແບບບໍ່ປ້ອງກັນໃນລະຫວ່າງມີປະຈຳເດືອນບໍ່ວ່າໃນຊ່ວງຂອງການມີປະຈຳເດືອນມື້ໃດ ຕາມຄວາມຈີງແລ້ວໂອກາດຖືພາກໍມີບໍ່ຫຼາຍຍິ່ງກັບຄົນທີ່ມີຮອບເດືອນປົກກະຕິ ມາຖືກເວລາທຸກເດືອນໂອກາດທີ່ຈະຖືພາແຫ່ງມີໜ້ອຍດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງກີນຢາຄຸມສຸກເສີນ.

ກິນຢາຄຸມແບບປົກກະຕິຢູ່ ບໍ່ຈຳເປັນຕ້ອງກິນຢາຄຸມສຸກເສີນ

ຢາກໃຫ້ສາວໆເຂົ້າໃຈວ່າຖ້າປົກກະຕິກິນຢາຄຸມແບບ 21 ເມັດຢູ່ແລ້ວໃນຊ່ວງເຊົາຢາປະຈຳເດືອນມາ ແລະ ໄດ້ມີເພດສຳພັນແບບບໍ່ປ້ອງກັນເຮົາກໍບໍ່ຕ້ອງກິນຢາຄຸມສຸກເສີນໃຫ້ມີຄວາມສ່ຽງຕໍ່ຜົນຂ້າງຄຽງເລີຍ ເພາະກາຍຊ່ວງວັນທີ່ໄຂ່ຕົກໄປແລ້ວໂອກາດທີ່ຈະເຮັດໃຫ້ຖືພາມີໜ້ອຍທີ່ສຸດ ແລະ ຖ້າຄົບ 7 ມື້ຫຼັງຈາກເຊົາກິນຢາຄຸມກໍກັບມາກິນຢາຄຸມແຜງໃໝ່ຕໍ່ໄປໄດ້ເລີຍ

     ແຕ່ສຳລັບຄົນທີ່ລືມກິນຢາຄຸມ 2 ເມັດແບບທີ່ຈຳເປັນຕ້ອງໃຊ້ວີທີການຄຸມກຳເນີດອື່ນໆ ເຊັ່ນໃສ່ຖົງຢາງອານາໄມ ຫຼື ການກິນຢາຄຸມສຸກເສີນ ເພາະປະສິດທິພາບຂອງຢາຄຸມແຜງນັ້ນໃຊ້ບໍ່ໄດ້ແລ້ວຕ້ອງຖ້າຮອບປະຈຳເດືອນມາໃໝ່ອີກຄັ້ງຈື່ງກິນຢາຄຸມກຳເນີດໄດ້ຕາມປົກກະຕິ.

ມີເພດສຳພັນລະຫວ່າງມີປະຈຳເດືອນເປັນອັນຕະລາຍກ່ວາທີ່ທ່ານຄິດ

     ແນວໃດກໍຕາມເຮົາບໍ່ໄດ້ແນະນຳໃຫ້ມີເພດສຳພັໍນລະຫວ່າງມີປະຈຳເດືອນບໍ່ວ່າກໍລະນີໃດ ເພາະວ່າໃນຊ່ວງວັນນັ້ນຂອງເດືອນອະໄວຍະວະພາຍໃນຂອງຜູ້ຍິງຄ່ອນຂ້າງຈະບອບບາງຫຼາຍ ອີກທັງການມີເພດສຳພັນໃນລະຫວ່າງມີປະຈຳເດືອນຍັງສ່ຽງຕໍ່ການຕິດເຊື້ອໄດ້ງ່າຍກ່ວາປົກກະຕິອີກດ້ວຍ ສະນັ້ນຖ້າໃຫ້ປະຈຳເດືອນໝົດແລ້ວຈຶ່ງຄ່ອຍມີເພດສຳພັນຈະປອດໄພກ່ວາ,

ໝາຍເຫດ: ຍາຄຸມສຸກເສີນມີໄວ້ໃຊ້ໃນກໍລະນີສຸກເສີນເທົ່ານັ້ນ  ສະນັ້ນຖ້າບໍ່ຈໍາເປັນກໍ່ບໍ່ຕ້ອງກິນຢາຄຸມສຸກເສີນເລີຍດີກ່ວາ.

ແບ່ງປັນ