Breaking News

ຖືກໃຈຄົນມັກນອນ! 16 ມີນາ 2018 ວັນນອນຫຼັບໂລກ (World Sleep Day)

ແບ່ງປັນ

ການນອນເອີ້ນໄດ້ວ່າເປັນກິດຈະກຳສຳຄັນໃນຊີວິດເລີຍກໍວ່າໄດ້ ເພາະການນອນເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຢຸດພັກ ໄດ້ສ້ອມແຊມ ປັບສົມດູນ ແລະ ຟື້ນຟູທຸກສ່ວນຕ່າງໆຂອງຮ່າງກາຍ ແລະ ສະໝອງ ໃນ 1 ມື້, ເຮົາຄວນໃຊ້ເວລາໃນການນອນໃຫ້ພຽງພໍຢ່າງໜ້ອຍມື້ລະ 8 ຊົ່ວໂມງ ແຕ່ຍັງມີຄົນຈຳນວນບໍ່ໜ້ອຍທີ່ລະເລີຍ ອາດຈະບໍ່ໃສ່ໃຈໃນການນອນຫຼັບພັກຜ່ອນຢ່າງພຽງພໍ ດ້ວຍສາເຫດນີ້ເພື່ອຕ້ອງການລົນນະລົງໃຫ້ທຸກໆຄົນໃນໂລກຫັນມາໃສ່ໃຈໃນຄວາມສຳຄັນຂອງການນອນ ທາງສະມາຄົມການແພດ(World Association of Sleep Medicine : WASM) ຈື່ງໄດ້ມີການກຳໜົດໃນວັນສຸກຂອງ ອາທິດທີ 2 ໃນເດືອນມີນາຂອງທຸກປີ ໃຫ້ເປັນ ວັນ ນອນຫຼັບໂລກ ເຊິ່ງໃນປີນີ້ກົງກັບວັນທີ 16 ມີນາ 2018 ນັ້ນເອງ.

ສຳລັບວັນນອນຫຼັບໂລກມີຂຶ້ນຄັ້ງທຳອິດໃນວັນທີ 14 ມີນາ 2008 ຫຼັງຈາກນັ້ນກໍໄດ້ຈັດຕິດຕໍ່ກັນມາເລື້ອຍໆທຸກໆປີ ເຊິ່ງໃນແຕ່ລະປີຈະມີັການຕັ້ງຄຳຂວັນປະຈຳປີນັ້ນໆຂຶ້ນມາ ເພື່ອດຶງດູດຄວາມສົນໃຈຂອງຜູ້ຄົນ ໂດຍປີ 2018 ໄດ້ມີກຳໜົດຄຳຂວັນອອກມາວ່າ  “Join the Sleep World, Preserve Your Rhythms to Enjoy Life” ຫຼື ແປເປັນພາສາລາວເຮົາກໍຄື(ຫຼັບເປັນເວລາ ຕາມໂມງ ພິຊິດພະຍາດຮ້າຍ ເພື່ອໃຫ້ຮ່າງກາຍແຂງແຮງ)

 
ຂໍ້ມູນຈາກ worldsleepday.org, wikipedia , https://health.kapook.com/view38471.html
ແບ່ງປັນ