Breaking News

ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)

ແບ່ງປັນ

ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ນາມວ່າ ເພັດດາວອນ ຄຳມະນີວົງ (ແພັດ) ອາຍຸ 28 ປີ ໄດ້ໄປໂຊຄວາມສາມາດ ແລະ ພະລັງສຽງສຸດມ່ວນທີ່ລາຍການແຂ່ງເພງຊື່ດັງ ສຶກວັນດວນເພງ ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງບອກກ່ອນເລີຍວ່າສຽງຂອງສາວລາວຄົນນີ້ກໍບໍ່ທຳມະດາອີຫລີເດີ້ ນາງໄດ້ໃຊ້ບົດເພງ “ສິເທນ້ອງໃຫ້ບອກແນ່”  ໃນການທ້າຊິງແຊັມໃນເທື່ອນີ້ ແລະ ແພັດກໍຮ້ອງອອກມາໄດ້ມ່ວນ ແລະ ເປັນຕາອອນຊອນຫຼາຍ ຈົນກຳມະການທັງ 3 ອົດບໍ່ໄດ້ທີ່ຈະຍ້ອງສາວລາວຄົນນີ້ວ່າສຽງແທບຈະບໍ່ມີບ່ອນຕິ…

ລາຍການດັ່ງກ່າວໄດ້ອອກອາກາດໄປຕັ້ງແຕ່ ວັນທີ 16 ມີນາ 2018 ທີ່ຜ່ານມາ ແຕ່ຍັງບໍ່ຮູ້ຜົນແພ້ ຫຼື ຊະນະ ແລະ ໃນມື້ນີ້ກໍຈະຮູ້ຜົນກັນແລ້ວ ຢ່າລືມມາເປັນກຳລັງໃຈໃຫ້ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ຄົນນີ້ແດ່ເດີ້!!! (ມີຄລິບລາຍການມາຝາກ)

ຄລິບຈາກ: one31

ແບ່ງປັນ