Breaking News

ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ”

ແບ່ງປັນ

ຂໍສະແດງຄວາມຍິນດີກັບ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງປະກາດຜົນໄປແບບສົດໆຮ້ອນໆໃນວັນທີ 19 ມີນາ 2018 ທີ່ຜ່ານມາ, ກ່ອນໜ້ານີ້ເພງທຳອິດທີ່ ແພັດ ນຳເຂົ້າແຂ່ງຂັນກໍຄືບົດເພງ “ສິເທນ້ອງໃຫ້ບອກແນ່”  ແຕ່ໃນຮອບນີ້ແຊ້ມຄົນກ່ອນໄດ້ຂໍໃຊ້ສິດໃນການເປັນແຊ້ມເພື່ອຂໍຮ້ອງໃໝ່ ແລະ ໃນຮອບທີ 2 ສາວແພັດກໍໃຊ້ບົດເພງ “ນໍ້າຕາຢົດຍັງກົດໄລ້” ມາດວນກັບບົດເພງຂອງແຊ້ມຄົນເກົ່າ “ບໍ່ຢາກເຈິໜ້າຄູ່ກໍລະນີ” ການປະຊັນສຽງດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ໃນທີ່ສຸດວິນາທີການປະກາດຜົນກໍມາຮອດ ຝ່າຍທີ່ໄດ້ຊະນະກໍເປັນໜ້າຍິນດີຢ່າງທີ່ສຸດ ເພາະ ແພັດ ສາມາດເອົາຊະນະແລະກາຍເປັນແຊ້ມຄົນທຳອິດຂອງຄົນລາວໃນລາຍການ  “ສຶກວັນດວນເພງ” 

ແລະ ໃນມື້ນີ້ການແຂ່ງຂັນຍັງບໍ່ສິ້ນສຸດ ແພັດ ເພັດດາວອນ ຈະຂຶ້ນປ້ອງກັນແຊ້ມເປັນເທື່ອທຳອິດ ຢ່າລືມເປັນກຳລັງໃຈໃຫ້ສາວຄົນນີ້ແດ່ເດີ້…

(ມີຄລິບລາຍການມາຝາກ)

ຂໍຂອບໃຈຄລິບຈາກ: one31

ແບ່ງປັນ